Home ຂ່າວພາຍໃນ ແຂວງເຊກອງ ມີການລົງທຶນຂອງພາກເອກະຊົນພາຍໃນ-ຕ່າງປະເທດ 113 ໂຄງການ

ແຂວງເຊກອງ ມີການລົງທຶນຂອງພາກເອກະຊົນພາຍໃນ-ຕ່າງປະເທດ 113 ໂຄງການ

0

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ປັດຈຸບັນ ທົ່ວແຂວງເຊກອງ ມີການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ (FDI) ທັງໝົດ 113 ໂຄງການ ລວມມູນຄ່າ 509 ລ້ານໂດລາສະຫະລັດ. ໃນນີ້, ເປັນການລົງທຶນພາຍໃນ 78 ໂຄງການ ມູນຄ່າ 242,7 ລ້ານໂດລາສະຫະລັດ ກວມເອົາ 47,6% ແລະ ການລົງທຶນຕ່າງປະເທດ 35 ໂຄງການ ມູນຄ່າ 265 ລ້ານໂດລາສະຫະລັດ ກວມເອົາ 52,4% ເຊິ່ງນອນໃນ 4 ຂົງເຂດຄື: ຂົງເຂດພະລັງງານໄຟຟ້າ 52 ໂຄງການ, ມູນຄ່າ 370 ລ້ານໂດລາສະຫະລັດ; ຂົງເຂດບໍ່ແຮ່ 18 ໂຄງການ, ມູນຄ່າ 109 ລ້ານໂດລາສະຫະລັດ; ຂົງເຂດກະສິກໍາ-ປ່າໄມ້ 34 ໂຄງການ, ມູນຄ່າ 27,8 ລ້ານໂດລາສະຫະລັດ ແລະ ຂົງເຂດບໍລິການ 9 ໂຄງການ, ມູນຄ່າ 2,2 ລ້ານໂດລາສະຫະລັດ.

ທ່ານ ສາກົນ ພອນປະເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງເຊກອງ ໃນກອງປະຊຸມພົບປະແລກປ່ຽນ ລະຫວ່າງ ພາກລັດ ແລະ ພາກທຸລະກິດ ທົ່ວແຂວງເຊກອງ ປະຈໍາປີ 2023 ເມື່ອບໍ່ດົນນີ້ວ່າ: ໃນໄລຍະຜ່ານມາ ແຂວງເຊກອງ ໄດ້ເອົາໃຈໃສ່ເອົາໃຈໃສ່ຕິດຕາມ ກວດກາ ແລະ ຊຸກຍູ້ການປະຕິບັດກິດຈະກໍາຕ່າງໆຂອງໂຄງການທີ່ອະນຸມັດໄປແລ້ວ ໃຫ້ປະຕິບັດຕາມກົດໝາຍ ແລະ ສັນຍາຢ່າງເຄັ່ງຄັດ. ພ້ອມທັງ ສ້າງເງື່ອນໄຂ-ສິ່ງອໍານວຍຄວາມສະ ດວກ, ສ້າງບັນຊີຮຽກການລົງທຶນ ແລະ ປັບປຸງກົນໄກການບໍລິການລົງທຶນຜ່ານປະຕູດຽວໃຫ້ມີຄວາມວ່ອງໄວ, ໂປ່ງໄສ ແລະ ມີປະສິດທິຜົນ ເພື່ອດຶງດູດການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ ໃຫ້ນັບມື້ຫລາຍຂຶ້ນ.ປັດຈຸບັນ ທົ່ວແຂວງມີການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ທັງໝົດ 113 ໂຄງການ ລວມມູນຄ່າ 509 ລ້ານໂດລາສະຫະລັດ. ໃນນີ້, ການລົງທຶນພາຍໃນ 78 ໂຄງການ ມູນຄ່າ 242,7 ລ້ານໂດລາສະຫະລັດ ແລະ ການລົງທຶນຕ່າງປະເທດ 35 ໂຄງການ ມູນຄ່າ 265 ລ້ານໂດລາສະຫະລັດ.

ທ່ານ ສາກົນ ພອນປະເສີດ ຍັງໃຫ້ຮູ້ອີກວ່າ: ການລົງທຶນຂອງພາກສ່ວນເອກະຊົນພາຍໃນ ແລະ ຕ່າງປະເທດ ຍັງແມ່ນແຫລ່ງທຶນທີ່ສໍາຄັນ ຍູ້ແຮງເສດຖະກິດປະກອບສ່ວນສ້າງວຽກເຮັດງານທໍາໃຫ້ປະ ຊາຊົນ ແລະ ສ້າງການຫັນປ່ຽນທາງດ້ານພື້ນຖານ-ເຕັກນິກໃໝ່, ຂະຫຍາຍຕາໜ່າງທາງດ້ານອຸດສະຫະກໍາ, ກະສິກໍາ, ການຄ້າ-ການບໍລິການ ຜັກດັນໃຫ້ມີການຜະລິດ, ແປຮູບ ແລະ ສົ່ງອອກບັນດາຜະລິດຕະ ພັນທີ່ເປັນທ່າແຮງສໍາຄັນ, ເຮັດໃຫ້ເສດຖະກິດ ກໍຄື ລວມຍອດຜະລິດພະພັນພາຍໃນ ສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ຂ່າວ-ພາບ: ສັນຍາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version