Home ຂ່າວຕ່າງປະເທດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງສະຫະພັນກຳມະບານ ທົ່ວປະເທດຈີນ ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງສະຫະພັນກຳມະບານ ທົ່ວປະເທດຈີນ ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ

0

ວິທະຍຸສາກົນ ແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ຕອນເຊົ້າວັນທີ 9 ຕຸລານີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ແລະຜູ້ນຳທ່ານອື່ນໆຂອງພັກ ແລະລັດຖະບານຈີນ ໄດ້ເຂົ້າມາສະແດງຄວາມອວຍພອນຢູ່ທີ່ປະຊຸມ, ທ່ານ ໄຊ້ສີ ກຳມະການປະຈຳກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ໄດ້ຕາງໜ້າສູນກາງພັກກ່າວຄຳອວຍພອນ.

ກອງປະຊຸມໃຫຍ່ຄັ້ງທີ 18 ຂອງສະຫະພັນກຳມະບານທົ່ວປະເທດຈີນ ມີຜູ້ແທນຈາກພາກສ່ວນຕ່າງໆໃນທົ່ວປະເທດເກືອບ 2.000 ທ່ານ ແລະຜູ້ແທນເຊື້ອເຊີນພິເສດ 50 ກວ່າທ່ານ ໄດ້ເຂົ້າຮ່ວມກອງປະຊຸມ.

ກອງປະຊຸມໄດ້ຍື່ນກົດລະບຽບກຳມະບານຈີນ (ສະບັບປັບປຸງ), ບົດລາຍງານວຽກງານການເງິນຂອງຄະນະບໍລິຫານງານ ສະໄໝທີ 17 ຂອງສະຫະພັນກຳມະບານທົ່ວປະເທດຈີນ, ບົດລາຍງານວຽກງານຄະນະກຳມະການກວດກາງົບປະມານ ສະໄໝທີ 17 ຂອງສະຫະພັນກຳມະບານທົ່ວປະເທດຈີນ ຕໍ່ກອງປະຊຸມດ້ວຍຮູບແບບບົດລາຍງານ ເພື່ອໃຫ້ຜູ້ແທນທັງຫລາຍຄົ້ນຄວ້າພິຈາລະນາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version