Home ຂ່າວຕ່າງປະເທດ ຍອດຜູ້ເສຍຊີວິດ ແຜ່ນດິນໄຫວ ໃນອາຟະການິດສະຖານ ເພີ່ມຂຶ້ນ 2.000 ກວ່າຄົນ

ຍອດຜູ້ເສຍຊີວິດ ແຜ່ນດິນໄຫວ ໃນອາຟະການິດສະຖານ ເພີ່ມຂຶ້ນ 2.000 ກວ່າຄົນ

0

ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫລວງກາບູນ ປະເທດອາຟະການິດສະຖານ ເມື່ອວັນທີ 8 ຕຸລາ ວ່າ: ຍອດຈຳນວນຜູ້ເສຍຊິວິດຈາກແຜ່ນດິນໄຫວຂະໜາດຮຸນແຮງ 6,3 ລິກເຕີ ຫ່າງຈາກເມືອງເຮຣັດ ທາງພາກຕາເວັນຕົກສຽງເໜືອ ຂອງປະເທດ ປະມານ 40 ກິໂລແມັດ ໄດ້ເພີ່ມຂຶ້ນຢ່າງໜ້ອຍ 2.053 ຄົນ ຈາກໝູ່ບ້ານ 13 ແຫ່ງ, ຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ 1.240 ຄົນ ແລະ ເຮືອນຊານ ເປ່ເພ 1.320 ຫລັງ. ຢ່າງໃດກໍ່ຕາມ ຈຳນວນ ຜູ້ເສຍຊີວິດ ແລະ ບາດເຈັບ ອາດຈະເພີ່ມຂຶ້ນອີກ ເນື່ອງຈາກຍັງມີຜູ້ສູນຫາຍອີກຫລາຍຄົນ. ປັດຈຸບັນເຈົ້າໜ້າທີ່ກ່ຽວຂ້ອງພວມເລັ່ງໃຫ້ການຊ່ວຍເຫລືອຜູ້ປະສົບເຄາະຮ້າຍດັ່ງກ່າວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version