Home ຂ່າວຕ່າງປະເທດ ອາຊຽນ ປຶກສາຫາລືການຄຸ້ມຄອງ ໄພພິບັດທຳມະຊາດ

ອາຊຽນ ປຶກສາຫາລືການຄຸ້ມຄອງ ໄພພິບັດທຳມະຊາດ

0

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ ວັນທີ 9 ຕຸລານີ້ ກອງປະຊຸມປະຈຳປີ ຄັ້ງທີ 43 ຂອງຄະນະກຳມະການອາຊຽນ ກ່ຽວກັບການຄຸ້ມຄອງໄພພິບັດທຳມະຊາດ ຈັດຂຶ້ນຢູ່ນະຄອນຮ່າລອງ, ແຂວງກວາງນິງ ໂດຍມີຜູ້ຕາງໜ້າບັນດາປະເທດ ສະມາຊິກອາຊຽນ ພ້ອມກັບບັນດາອົງການກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມນີ້ໄດ້ປະກອບຄຳເຫັນ ແລະ ຮັບຮອງເອົາບາງເນື້ອໃນຕົ້ນຕໍກ່ຽວກັບການຜັນຂະຫຍາຍຄຳຕັດສິນຂອງການນຳຂັ້ນສູງທີ່ກ່ຽວຂ້ອງ; ແລກປ່ຽນເພື່ອຍື່ນສະເໜີຕໍ່ກອງ ປະຊຸມລັດຖະມົນຕີ ຮັບຮອງເອົາຖະແຫລງການຮ່າລອງ ກ່ຽວກັບການເພີ່ມທະວີການກະທຳໄວໃນການຄຸ້ມຄອງໄພພິບັດ ທຳມະຊາດພາກພື້ນອາຊຽນ ແລະ ປຶກສາຫາລື ກ່ຽວກັບລະບຽບການການເງິນ ຂອງກອງທຶນຄຸ້ມຄອງໄພພິບັດ ທຳມະຊາດ. ໃນໂອກາດນີ້ ທ່ານ ຫງວຽນ ຮ່ວາງຮຽບ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ກ່າວວ່າ: ເມື່ອຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມ, ບັນດາປະເທດອາຊຽນ ແລະ ຕີມໍແລັດສະເຕ (Timor Leste) ກໍມີຄວາມຄາດຫວັງມີຫລາຍຂໍ້ລິເລີ່ມ ແລະ ການເຄື່ອນໄຫວແທດຈິງ ກ່ຽວກັບການຄຸ້ມຄອງ ໄພພິບັດ ທຳມະຊາດຢູ່ ອາຊຽນ. ນອກຈາກ ຖະແຫລງການ ຮ້າລອງ ແລ້ວ, ກອງປະຊຸມ ຍັງຈະ ມີບົດບັນທຶກ ຕີລາຄາ ກາງອາຍຸການສັນຍາຂອງບັນດາຝ່າຍທີ່ເຂົ້າຮ່ວມການຄຸ້ມຄອງໄພພິບັດທຳມະຊາດ ແລະ ຮັບມືກັບສະພາບການດ່ວນອາຊຽນ. ບັນດາປະເທດອາຊຽນ ກໍ່ຈະພິຈາລະນາແຕ່ນີ້ ຮອດປີ 2025 ເພື່ອມີການກະທຳລະອຽດສົມທົບໃນການຫລຸດຜ່ອນຄວາມສ່ຽງໄພພິບັດທຳມະຊາດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version