Home ຂ່າວຕ່າງປະເທດ ລາຄານໍ້າຕານໃນໂລກ ເພີ່ມຂຶ້ນສູງສຸດ ກວມເອົາ 9,8%

ລາຄານໍ້າຕານໃນໂລກ ເພີ່ມຂຶ້ນສູງສຸດ ກວມເອົາ 9,8%

0

ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ໂຣມ ປະເທດ ອິຕາລີ ເມື່ອບໍ່ດົນມານີ້ວ່າ: ອົງການ ອາຫານ ແລະ ການກະສິກຳ ແຫ່ງ ສະຫະ ປະຊາຊາດ (ເອຟເອໂອ) ລາຍງານວ່າ: ດັດສະນີ ລາຄາ ນໍ້າຕານ ປະຈຳ ເດືອນກັນຍາ ທີ່ຜ່ານມາ ໄດ້ເພີ່ມຂຶ້ນ 9,8% ເມື່ອທຽບກັບ ເດືອນສິງຫາ ຜ່ານມາ. ນີ້ຖືເປັນ ຕົວເລກ ສູງສຸດ ນັບຕັ້ງແຕ່ ເດືອນພະຈິກ ປີ 2010 ຜ່ານມາ.  ທັງນີ້ ປັດໄຈ  ສຳຄັນ ທີ່ ສົ່ງຜົນໃຫ້ ລາຄາ ນໍ້າຕານ ໃນໂລກ ເພີ່ມຂຶ້ນ ເນື່ອງມາຈາກ ປະກົດການ ແອລນິໂຢ ທີ່ ເກີດຂຶ້ນ ໂດຍສະເລ່ຍ ໃນທຸກ 2 ຫລື 7 ປີ ແລະ ແຕ່ລະຄັ້ງ ຈະໃຊ້ເວລາ ປະມານ 7-12ເດືອນ.

ຢ່າງໃດກໍ່ຕາມ ເອລນິໂຢ ໃນຮອບນີ້ ຊຶ່ງເລີ່ມ ແຕ່ເດືອນ ກໍລະກົດ ທີ່ຜ່ານມາ ໂດຍມີ ທ່າອຽງ ເພີ່ມຂຶ້ນ ຢ່າງຮຸນແຮງ ທີ່ສຸດ ໃນຮອບຫລາຍ ທົດສະວັດ ຜ່ານມາ, ເຮັດໃຫ້ ສະພາບອາກາດ ແຫ້ງແລ້ງ ກວ່າປົກກະຕິ ຊື່ງສົ່ງຜົນກະທົບ ຕໍ່ການປູກຝັງ ເປັນຕົ້ນ ການປູກຝັງອ້ອຍ ແລະ ຜະລິດຕະພັນ ນໍ້າຕານ ເປັນແຫລ່ງສຳຄັນ ຂອງ ໂລກ ໂດຍສະເພາະ ອິນເດຍ ແລະ ໄທ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version