Home ຂ່າວຕ່າງປະເທດ ສປປ ເກົາຫລີ ອະນຸຍາດໃຫ້ພົນລະເມືອງຢູ່ຕ່າງປະເທດກັບຄືນປະເທດ

ສປປ ເກົາຫລີ ອະນຸຍາດໃຫ້ພົນລະເມືອງຢູ່ຕ່າງປະເທດກັບຄືນປະເທດ

0

ສຳນັກຂ່າວສານສູນກາງ ສປປ ເກົາຫລີ (KCNA)​ເປີດ​ເຜີຍວ່າ: ສປປ ເກົາຫລີ ໄດ້ອະນຸຍາດ ໃຫ້ພົນລະເມືອງ ຂອງປະເທດນີ້ ພວມອາໄສ ຢູ່ຕ່າງປະເທດ ໄດ້ກັບຄືນ ປະເທດ ຢ່າງເປັນທາງການ ພາຍຫລັງ ທີ່ສູນປ້ອງກັນ, ສະກັດກັ້ນ ພະຍາດ ລະບາດ ສຸກເສີນ ແຫ່ງລັດ ຂອງ ສປປ.ເກົາຫລີ (SEEPH) ໄດ້ດັດປັບ ຂໍ້ຕົກລົງ ວ່າດ້ວຍ ການປ້ອງກັນ, ຕ້ານພະຍາດ ລະບາດ ໃນສະພາບການ ພະຍາດ ລະບາດ ທົ່ວໂລກ ໄດ້ຫລຸດລົງ​ແລ້ວ. ເຖິງຢ່າງໃດ ກໍຕາມ, ຜູ້ຄົນທີ່ກັບຄືນ ປະເທດນັ້ນ ຈະໄດ້ຕິດຕາມ ສະພາບການ ສຸຂະພາບ ຢູ່ສູນແຍກຕົວ ໃນເວລາ 1 ອາທິດ.ສປປ.ເກົາຫລີ ໄດ້ເຊື່ອມຕໍ່ ບັນດາຖ້ຽວບິນ ການຄ້າກັບ ສປ ຈີນ ແລະ ຣັດເຊຍ ຄືນໃໝ່ ພາຍຫລັງ ໄດ້ປິດປະຕູ ຊາຍແດນ ເປັນເວລາ ຫລາຍກ່ວາ 3 ປີ ຍ້ອນພະ​ຍາດ ລະບາດ ໂຄວິດ-19./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version