Home ຂ່າວຕ່າງປະເທດ ສສ ຫວຽດນາມ ບັນລຸການເຕີບໂຕເງິນລົງທຶນຕ່າງປະເທດ 18 ຕື້ກວ່າໂດລາສະຫະລັດ

ສສ ຫວຽດນາມ ບັນລຸການເຕີບໂຕເງິນລົງທຶນຕ່າງປະເທດ 18 ຕື້ກວ່າໂດລາສະຫະລັດ

0

ຕາມ​ຂ່າວ​ຈາກວິທະຍຸ​ສາກົນ​ຫວຽດນາມ ຍອດຈຳນວນເງິນລົງທຶນຕ່າງປະເທດ ທີ່ຈົດທະບຽນຢູ່ ສສ ຫວຽດນາມ ບັນລຸເກືອບ 18,15 ຕື້​ໂດ​ລາ​ ສະຫະລັດ ເພີ່ມຂຶ້ນ 8,2% ເມື່ອທຽບໃສ່ປີກາຍ. ໃນ 8 ເດືອນຜ່ານມາ, ບັນດານັກລົງທຶນຕ່າງປະເທດ ໄດ້ລົງທຶນເຂົ້າ 18 ຂະແໜງ​ເສດຖະກິດ ໃນ ສສ ຫວຽດນາມ ຈາກທັງໝົດ 21 ຂະແໜງໃນນັ້ນ, ຂະແໜງ ອຸດສາຫະກຳປຸງແຕ່ງ, ການຜະລິດສ້າງ​ຍອດເງິນລົງທຶນບັນລຸເກືອບ 13 ຕື້​ໂດ​ລາ​ ສະຫະລັດ ກວມເອົາເກືອບ 67,8% ຍອດເງິນລົງທຶນ ຈົດທະບຽນ; ຖັດຈາກນັ້ນ ແມ່ນຂະແໜງ ດຳເນີນ ທຸລະກິດ ອະສັງຫາ ລິມະຊັບ​ ໂດຍ​ສະ​ເພາະແມ່ນ ສິງກະໂປ ເປັນປະເທດ ນຳໜ້າ ການລົງທຶນຢູ່ ສສ ຫວຽດນາມ ຕາມ​ມາ​ດ້ວຍ ​ສປ ຈີນ ​ແລະ ຍີ່ປຸ່ນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version