Home ຂ່າວຕ່າງປະເທດ ອິນເດຍ ອອກຂໍ້ກຳນົດໃໝ່ຈຳກັດການສົ່ງອອກເຂົ້າສານ

ອິນເດຍ ອອກຂໍ້ກຳນົດໃໝ່ຈຳກັດການສົ່ງອອກເຂົ້າສານ

0

ຕາມ​ຂ່າວ​ຈາກ ວິທະຍຸ​ສາກົນ​ແຫ່ງ ສປ ຈີນ, ພາຍໃຕ້ ເບື້ອງຫລັງ ລາຄາເຂົ້າສານ ໃນສາກົນ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ,ໃນຖານະ ເປັນປະເທດ ສົ່ງອອກເຂົ້າສານ ​ແຫ່ງໃຫຍ່ ກວ່າໝູ່​ແມ່ນ ອິນເດຍ ໄດ້ປະກາດ ມາດຕະການ ຈຳກັດ ການສົ່ງອອກ ເຂົ້າສານ ອີກຄັ້ງໜຶ່ງ ໃນວັນທີ 27 ສິງຫານີ້ ໂດຍໄດ້ກຳນົດ ລາຄາ ເຂົ້າຫອມ ຂອງ ອິນເດຍ ຕ່ຳສຸດ ໄວ້ຢູ່ໃນລະດັບ 1.200 ໂດລາສະຫະລັດ/ໂຕນ.ເຂົ້າຫອມ ອິນເດຍ ແມ່ນປະເພດເຂົ້າສານສົ່ງອອກໃຫຍ່ກວ່າໝູ່ ຂອງອິນເດຍ.

ຫລັງຈາກ ເລີ່ມປະຕິບັດ ມາດຕະການ ເກືອດຫ້າມ ການສົ່ງອອກ ເຂົ້າສານແລ້ວ, ມີນັກທຸລະກິດ ຈຳນວນໜຶ່ງ ໄດ້ຈັດເອົາເຂົ້າສານ ປະເພດອື່ນ ມາເປັນ ເຂົ້າສານ ຫອມອິນເດຍ ເພື່ອ ຫລີກລ່ຽງ ການຈຳກັດ. ການປະກາດ ມາດຕະການໃໝ່ເທື່ອນີ້ ແມ່ນເພື່ອຮັບປະກັນ ໃຫ້ນັກທຸລະກິດ ປະຕິບັດ ຕາມຄຳສັ່ງ ເກືອດຫ້າມ ການສົ່ງອອກ ທີ່ປະກາດ ຊ້ໃນເມື່ອ ກ່ອນ.ອິນເດຍ ເປັນປະເທດ ສົ່ງອອກ ເຂົ້າສານ ທີ່ສຳຄັນຂອງໂລກ, ການສົ່ງອອກ ເຂົ້າສານ ໃນປີ 2022 ຜ່ານມາ ມີປະມານ 22 ລ້ານໂຕນ, ກວມ 40% ຂຶ້ນໄປ ໃນຍອດຈຳນວນ ການສົ່ງອອກ ເຂົ້າສານ ຢູ່ໃນໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version