Home ຂ່າວພາຍໃນ ຈຳປາສັກ-ກວາງຫງາຍ ແລກປ່ຽນບົດຮຽນດ້ານກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ

ຈຳປາສັກ-ກວາງຫງາຍ ແລກປ່ຽນບົດຮຽນດ້ານກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ

0

ໃນວັນທີ 17 ສິງຫາ 2023 ທ່ານ ສົມລິດ ວິລະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ຈຳປາສັກ ພ້ອມດ້ວຍຄະນະນຳພະແນກ ແລະ ຂະແໜງການກ່ຽວຂ້ອງ ໄດ້ຕ້ອນຮັບ ພົບປະແລກປ່ຽນບົດ ຮຽນກັບຄະນະຜູ້ແທນພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ກວາງຫງາຍ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ກວາງ ຈຸ່ງ ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງກວາງຫງາຍ ສສ ຫວຽດນາມ ພ້ອມດ້ວຍຄະນະ.

ການພົບປະ ແລກປ່ຽນບົດຮຽນໃນຄັ້ງນີ້ ຄະນະຜູ້ແທນທັງສອງຝ່າຍ ໄດ້ທົບທວນການພົວພັນຮ່ວມມືໃນໄລຍະທີ່ຜ່ານມາ ແລະ ຕົກລົງກຳນົດໜ້າວຽກການຮ່ວມມືໃນຕໍ່ໜ້າ ແຕ່ນີ້ຫາ ປີ 2025 ສອງຝ່າຍເຫັນດີຈະສືບຕໍ່ປະຕິບັດຫຼາຍເນື້ອໃນການຮ່ວມມືຄື : ວຽກງານລ້ຽງສັດ ຈະສືບຕໍ່ຮ່ວມມື ການເຝິກອົບຮົມເຕັກນິກດ້ານສັດຕະວະແພດໃຫ້ແກ່ພະນັກງານຂະແໜງລ້ຽງສັດ ແລະ ການປະມົງໄລຍະສັ້ນ ສືບຕໍ່ຮ່ວມມືການແລກປ່ຽນການນຳໃຊ້ເຕັກນິກການລ້ຽງປາກະຊັງ ທີ່ມີຜົນສຳເລັດຢູ່ແຂວງກວາງ ຫງາຍມາສູ່ ແຂວງຈຳປາສັກ ສືບຕໍ່ການຮ່ວມມື ການເຝິກອົບຮົມເຕັກນິກການລ້ຽງໝູໃຫ້ຄອບຄົວຜູ້ລ້ຽງ ການຈັດການມູນຈາກໝູ ດ້ວຍການອັດກ້ອນເພື່ອນຳໄປໃຊ້ໃນວຽກງານປູກຝັງ ການຈັດການມູນຂອງໝູໃນການນຳໄປເຮັດແກັສ ເພື່ອຫຼຸດຜ່ອນມົນລະພິດທາງສີ່ງແວດລ້ອມ ສືບຕໍ່ຮ່ວມມື ວຽກງານປຸງແຕ່ງຜະລິດຕະພັນຈາກປານ້ຳຈືດ ປາກະຊັງ ຈັດທັດສະນະສຶກສາແລກປ່ຽນບົດຮຽນສອງຝ່າຍ ສືບຕໍ່ຮ່ວມມື ການເຝິກອົບຮົມການນຳໃຊ້ນະວັດຕະກຳ ເຕັກນິກການຜະລິດທີ່ທັນສະໄໝ ສືບຕໍ່ຮ່ວມມື ເຝິກອົບຮົມເຕັກນິກການປຸງແຕ່ງຜະລິດຕະພັນພືດ ການສ້າງມູນຄ່າໃຫ້ແກ່ຜະລິດຕະພັນ ຮ່ວມມືໃນການຜູກສູ່ນັກລົງທຶນມາແລກປ່ຽນບົດຮຽນ ມາລົງທຶນດ້ານກະສິກຳທີ່ນຳໃຊ້ເຕັກໂນໂລຊີ ເພື່ອຫັນໄປສູ່ການຜະລິດທີ່ເປັນອຸດສະຫະກຳ ແລະ ທັນສະໄໝ ແລະ ສືບຕໍ່ການຢ້ຽມຢາມ ແລກປ່ຽນຖອດຖອນບົດຮຽນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງສອງຝ່າຍ ແລະ ໜ້າວຽກສຳຄັນອື່ນໆ ທີທັງສອງຝ່າຍຕົກລົງຮ່ວມກັນຕື່ມອີກ.

ທັງນີ້ກເພື່ອຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຫວຽດນາມ-ລາວ ເວົ້າລວມ ລະຫວ່າງແຂວງຈຳປາສັກ ແລະ ແຂວງ ກວາງຫງາຍ ເວົ້າສະເພາະແມ່ນຂົງເຂດກະສິກໍາ ແລະ ປ່າໄມ້ ການປະມົງ ແລະ ພັດທະນາຊົນນະບົດ ໃຫ້ກ້າວສູ່ລວງເລິກ ແລະ ເກີດດອກອອກຜົນຫຼາຍຂຶ້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version