Home ຂ່າວກິລາ ຊາອຸດີ ອາຣາເບຍ ເຈລະຈາກັບ ຢູຟ່າ ຂໍສົ່ງທີມຍ້າຍໄປຫຼິ້ນ ຢູຟາ ແຊັມປຽນລີກ

ຊາອຸດີ ອາຣາເບຍ ເຈລະຈາກັບ ຢູຟ່າ ຂໍສົ່ງທີມຍ້າຍໄປຫຼິ້ນ ຢູຟາ ແຊັມປຽນລີກ

0

Corriere dello Sport ສື່ອີຄາລີ ລາຍງານວ່າ ຊາອຸດິອາຣາເບຍ ກຽມຍື່ນຄໍາຮ້ອງຂໍຕໍ່ຢູຟ່າ ໃຫ້ທີມແຊັມລີກພາຍໃນປະເທດ ໄດ້ໂຄຕາເຂົ້າຮ່ວມແຂ່ງຂັນ ຢູຟາ ແຊມປຽນລີກ ລະດູການໜ້າ.

ວົງການບານເຕະ ຊາອຸດິ ມີແຂ່ງຂັນລາຍການລະດັບນານາຊາດຢູ່ແລ້ວ 2 ລາຍການຄື ເຕະບານອາຣັບ ຄັບ ກັບ FAC ແຊັມປຽນລີກ ແຕ່ເຫຼົ່າຜູ້ບໍລິຫານຍັງບໍ່ພໍໃຈ ຢາກໃຫ້ເຂົ້າຮ່ວມໃນການແຂ່ງຂັນລະດັບສູງສຸດຂອງເອີຣົບ.

ຢູຟ່າ ແຊັມປຽນ ລີກ ລະດູການ 2024-25 ມີການປ່ຽນແປງຫຼາຍຢ່າງ ທັງເພີ່ມຈໍານວນທີມໃນຮອບສຸດທ້າຍຈາກ 32 ທີມເປັນ 36 ທີມ ແລະ ປ່ຽນໃຫ້ຮອບແບ່ງກຸ່ມແຂ່ງຂັນຮ່ວມກັນ ຄ້າຍຄືກັນກັບລະບົບບານເຕະລີກຈໍານວນ 8 ນັດ.

ຜູ້ບໍລິຫານລີກ ຊາອູດິ ເຫັນໂອກາດຈາກຄວາມປ່ຽນແປງດັ່ງກ່າວ ແລະ ໃນອະນາຄົດທີ່ຈະມາເຖິງ ກຽມຍື່ນເລື່ອງຕໍ່ UEFA ເພື່ອພິຈາລະນາໃຫ້ໂຄຕາທີມແຊ້ມລີກ ເຂົ້າຮ່ວມການແຂ່ງຂັນ.

ໃນໄລຍະລະດູຮ້ອນນີ້ ລີກ ຊາອຸດິ ໄດ້ໃຊ້ເງິນໄປຫຼາຍແລ້ວໃນການເສີມດາວດັງຫຼາຍຄົນ ນຳໂດຍ ຄຣິສເຕຍໂນ ໂຣນັນໂດ, ຄາຣິມ ເບນເຊມາ, ເນມາ ແລະ ຫາກຄຳຂໍນີ້ເກີດຂຶ້ນອີຫຼີ ຈະເຮັດໃຫ້ພວກເຂົາຍົກລະດັບການແຂ່ງຂັນຂຶ້ນໄປອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version