Home ຂ່າວພາຍໃນ ຄະນະຊ່ຽວຊານອາຊຽນ-ຍີ່ປຸ່ນ ເລືອກສປປ ລາວ ເປັນບ່ອນເກັບຂໍ້ມູນ ໄປວິໄຈການພັດທະນາວຽກງານພະລະ ແລະ ກິລາຄົນພິການ

ຄະນະຊ່ຽວຊານອາຊຽນ-ຍີ່ປຸ່ນ ເລືອກສປປ ລາວ ເປັນບ່ອນເກັບຂໍ້ມູນ ໄປວິໄຈການພັດທະນາວຽກງານພະລະ ແລະ ກິລາຄົນພິການ

0

ຄະນະຊ່ຽວຊານອາຊຽນ-ຍີ່ປຸ່ນ ຈາກຄະນະວິທະຍາສາດການກິລາ ມະຫາວິທະຍາໄລສຸກູບະ ປະເທດຍີ່ປຸ່ນ ໄດ້ເລືອກເອົາສປປ ລາວ ເປັນປະເທດທຳອິດໃນຂົງເຂດອາຊຽນ ໃນການເກັບກຳຂໍ້ມູນ, ສຳພາດຄູ ແລະ ນັກກິລາ ເພື່ອນຳໄປເຮັດບົດວິໄຈ ກ່ຽວກັບການພັດທະນາກິລາຄົນພິການ, ຄູພະລະສຶກສາ ແລະ ການມີສ່ວນຮ່ວມຂອງຄົນປົກກະຕິ ແລະ ຄົນພິການລາວ.

ເມື່ອວັນທີ 15 ສິງຫາ 2023 ຄະນະຊ່ຽວຊານອາຊຽນ-ຍີ່ປຸ່ນ ນຳໂດຍທ່ານ ສຈ. ດຣ ຮາກາຮີໂຣະ ຊາໂຕ ຫົວໜ້າໂຄງການຜູ້ນໍາດ້ານກິລາຄົນພິການ ພ້ອມດ້ວຍຄະນະຈາກປະເທດຍີ່ປຸ່ນ ໄດ້ເຂົ້າພົບຢ້ຽມປະການນຳກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໂດຍ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີກະຊວງ ສສກ ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ (ຄພລ), ມີທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງ ສສກ ພ້ອມດ້ວຍຄະນະ ແລະ ບັນດາພະນັກງານທີ່ກ່ຽວຂ້ອງທັງສອງພາກສ່ວນຢ່າງພ້ອມພຽງ.

ໂອກາດນີ້, ນາງ ຂັນທະລີ ສີຣິພົງພັນ ກໍໄດ້ກ່າວສະແດງຄວາມຕ້ອນຮັບຄະນະຊ່ຽວຊານອາຊຽນ-ຍີ່ປຸ່ນ ຢ່າງອົບອຸ່ນ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂໍສະແດງຄວາມຂອບອົກຂອບໃຈຢ່າງສູງມາຍັງຄະນະຊ່ຽວຊານອາຊານ-ຍີ່ປຸ່ນ ທຸກໆທ່ານ ທີ່ໄດ້ປະກອບສ່ວນໃນວຽກງານການພັດທະນາພະລະສຶກສາ ແລະ ວຽກງານກິລາ-ກາຍະກຳຄົນພິການ ເປັນການຮຽນຮູ້, ເຂົ້າໃຈ ຕໍ່ບົດຮຽນອັນໃໝ່ ເພື່ອນຳໄປຈັດຕັ້ງປະຕິບັດວຽກງານໃຫ້ມີຜົນສຳເລັດ. ເຖິງຢ່າງໃດກໍດີ, ໃນໄລນະຜ່ານມາ ກະຊວງ ສສກ ໄດ້ມີສາຍສຳພັນທີ່ດີ ແລະ ໄດ້ຮັບການຊ່ວຍເຫຼືອຈາກປະເທດຍີ່ປຸ່ນຫຼາຍດ້ານ ໂດຍສະເພາະແມ່ນວຽກງານກິິລາ-ກາຍະກຳຄົນພິການ ໄດ້ຮັບການຊ່ວຍເຫຼືອໂຄງການສ້າງສະໜາມກິລາເຈົ້າອານຸວົງ; ໄດ້ຮັບທຶນຈາກໂຄງການອາຊຽນ-ຢີ່ປຸ່ນ ໃນການຝຶກອົບຮົມວຽກງານຄູພະລະສຶກສາ ແລະ ກິລາຄົນພິການ; ໄດ້ຮັບທຶນຈາກອົງການໄຈກາການຝຶກອົບຮົມການສົ່ງເສີມການມີສ່ວນຮ່ວມທາງສັງຄົມຂອງຄົນພິການ; ສຳເລັດໂຄງການຈັດຕັ້ງປະຕິບັດໂຄງການພັດທະນາກິລາຄົນພິການ ແລະ ການສ້າງຄວາມອາດສາມາດໃຫ້ແກ່ຊ່ຽວຊານ, ກໍາມະການຕັດສິນ ແລະ ຄູຝຶກ ກິລາຄົນພິການ ໃນ ສປປ ລາວ; ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຢີ່ປຸ່ນ ໃນການຝຶກແອບກິລາແລ່ນ-ລານຄົນພິການ ເພື່ອເຂົ້າຮ່ວມງານແຂ່ງຂັນໂຕກຽວພາຣາແລມປິກເກມ; ໄດ້ຮັບການຊ່ວຍເຫຼືອຈາກເມືອງເບປຸ ແຂວງໂອອີຕະ ປະເທດຍີ່ປຸ່ນ; ຄະນະນັກກິລາຍົກນໍ້າໜັກຄົນພິການທີມຊາດລາວ ໃນການເຂົ້າສູນຝຶກຊ້ອມ ແລະ ເຂົ້າຮ່ວມການແຂ່ງຂັນ; ໄດ້ຮັບການຊ່ວຍເຫຼືອຈາກບ້ານອີຕາເຕະ ເມືອງໂຊມະ ແຂວງຟູກູຊິມະ ປະເທດຍີ່ປຸ່ນ; ຄະນະນັກກິລາລອຍນໍ້າຄົນພິການທີມຊາດລາວ ໃນການເຂົ້າສູນຝຶກຊ້ອມ ແລະ ເຂົ້າຮ່ວມການແຂ່ງຂັນ; ໄດ້ຮັບການຊ່ວຍເຫຼືອຈາກເມືອງອີເຊະ ແຂວງມີເອະ ປະເທດຍີ່ປຸ່ນ, ຄະນະນັກກິລາຍົກແລ່ນ-ລານຄົນພິການທີມຊາດລາວ ໃນການເຂົ້າສູນຝຶກຊ້ອມ ແລະ ເຂົ້າຮ່ວມການແຂ່ງຂັນ ແລະ ກໍໄດ້ຮັບການຊ່ວຍເຫຼືອອຸປະກອນກິລາຍົກນໍ້າໜັກຄົນພິການ ຈຳນວນ 2 ຊຸດ ຈາກລັດຖະບານຍີ່ປຸ່ນ.

ໂອກາດດຽວກັນ, ທ່ານ ສຈ. ດຣ.ຮາກາຮີໂຣະ ຊາໂຕ ກໍໄດ້ກ່າວວ່າ: ການມາຄັ້ງນີ້ ພວກຂ້າພະເຈົ້າກໍໄດ້ຮຽນຮູ້ຢ່າງຫຼວງຫຼາຍ ໂດຍສະເພາະທາງດ້ານສະພາບເງື່ອນໄຂໃນປັດຈຸບັນ, ສິ່ງທ້າທ້າຍຕ່າງໆ ລວມທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ. ແຕ່ເຖິງຢ່າງໃດກໍດີ ຕະຫຼອດໄລຍະການມາເຄື່ອນໄຫວ 5 ວັນດັ່ງກ່າວ ພວກເຮົາກໍຍັງໄດ້ເອົາໃຈໃສ່ ແລະ ສຸມໃສ່ຜົນໄດ້ຮັບທັງໝົດເປັນສ່ວນລວມຫຼາຍກວ່າທາງດ້ານວິຊາຊີບ ແລະ ທາງດ້ານການສຶກສາ ຫາກເບິ່ງທັງສອງດ້ານ ກໍສາມາດເຫັນຄວາມສຳຄັນທັງໝົດ ທີ່ຈະເຮັດໃຫ້ທັງສອງຝ່າຍຂອງພວກເຮົາສາມາດພັດທະນາໃນວຽກງານວິຊາຊີບດັ່ງກ່າວໄປພ້ອມໆກັນ.

ການມາເຄື່ອນໄຫວເຮັດວຽກເກັບເອົາຂໍ້ມູນ ສຳພາດເຮັດບົດວິໄຈ ກ່ຽວກັບກິລາຄົນພິການ, ຄູພະລະສຶກສາ ແລະ ການມີສ່ວນຮ່ວມຂອງຄົນປົກກະຕິ ແລະ ຄົນພິການລາວ ໃນຄັ້ງນີ້ ຄະນະຊ່ຽວຊານອາຊຽນ-ຍີ່ປຸ່ນ ກໍຍັງໄດ້ເຂົ້າພົບຄະນະກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ເພື່ອລາຍງານຈຸດປະສົງໃນການມາຢ້ຽມຢາມ ແລະ ຮ່ວມເຮັດວຽກກັບກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ແລະ ກໍໄດ້ສືບຕໍ່ເຂົ້າພົບຄະນະອຳນວຍການ ວິທະຍາໄລພະລະສຶກສາ ພ້ອມທັງດຳເນີນການສຳພາດຜູ້ເຂົ້າຮ່ວມກອງປະຊຸມ ຄູສອນພະລະສຶກສາມັດທະຍົມ 7 ແຫ່ງ, ດຳເນີນການສຳພາດຜູ້ເຂົ້າຮ່ວມກອງປະຊຸມ ຄູຝຶກກິລາຍົກນ້ໍາໜັກ, ຄູຝຶກກິລາແລ່ນ-ລານ, ຄູຝຶກກິລາລອຍນໍ້າ, ດຳເນີນການສຳພາດຜູ້ເຂົ້າຮ່ວມກອງປະຊຸມ ຄູຝຶກກິລາໂກນບານ, ຄູຝຶກກິລາບານບ້ວງລໍ້ເລື່ອນ, ຄູຝຶກກິລາບານເຕະ ແລະ ຄູຝຶກກິລາບັອດເຊຍ ແລະ ກໍຍັງໄດ້ໄປຢ້ຽມຊົມສະຖານທີ່ຝຶກຊ້ອມແຫ່ງຕ່າງໆອີກດ້ວຍ. ນອກຈາກນັ້ນ, ກໍຍັງດຳເນີນການສຳພາດນັກກິລາໂກນບານ, ນັກກິລາບານບ້ວງລໍ້ເລື່ອນ, ນັກກິລາບານເຕະ ແລະ ນັກກິລາບັອດເຊຍ ກ່ອນໄດ້ເຂົ້າພົບຄະນະນຳກະຊວງ ສສກ ເພື່ອລາຍງານຈຸດປະສົງໃນການມາຢ້ຽມຢາມ ແລະ ຮ່ວມເຮັດວຽກກັບກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ.

ຂ່າວໂດຍ: ສົງການ ພັນແພງດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version