Home ຂ່າວກິລາ ເປີດການແຂ່ງຂັນບານສົ່ງໃນຮົ່ມຊາຍ ຢູ-23 ຊີງຂັນຫົວໜ້າກອງກິລາກອງທັບ ປະຈຳປີ 2023

ເປີດການແຂ່ງຂັນບານສົ່ງໃນຮົ່ມຊາຍ ຢູ-23 ຊີງຂັນຫົວໜ້າກອງກິລາກອງທັບ ປະຈຳປີ 2023

0

ເປີດການແຂ່ງຂັນກິລາບານສົ່ງໃນຮົ່ມປະເພດທີມຊາຍ ຮຸ່ນອາຍຸບໍ່ເກີນ 23 ປີ ຫຼື ຢູ-23 ຊີງຂັນຫົວໜ້າກອງກິລາກອງທັບ ກົມອົບຮົມສູ້ຮົບ ກະຊວງປ້ອງກັນປະເທດ ຄັ້ງທີ l ປະຈຳປີ 2023 ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງພັກ-ຂອງຊາດ ແລະ ຂອງກອງທັບ ທົ່ວກອງກິລາກອງທັບ ໂດຍສະເພາະແມ່ນວັນຍຶດອຳນາດແຫ່ງຊາດ ຄົບຮອບ 48 ປີ (23 ສິງຫາ 1975-23 ສິງຫາ 2023).

ພິທີເປີດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນຫົວໜ້າກອງກິລາກອງທັບ ໃນຄັ້ງນີ້ ໄດ້ມີຂຶ້ນ ເມື່ອວັນທີ 15 ສິງຫາ 2023 ທີ່ສະໂມສອນກິລາໃນຮົ່ມ ກອງທັບ ໃຫ້ກຽດເຂົ້າຮ່ວມມີ ທ່ານ ພັທ ສີສຸກ ເພັງຄຳອ່ອນ ຫົວໜ້າພະແນກກິລາ-ກາຍະກຳ ກົມອົບຮົມສູ້ຮົບ ພ້ອມດ້ວຍຄະນະ ແລະ ບັນດາຄະນະນຳ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດກອງເຊຍເຂົ້າຮ່ວມຊົມ-ເຊຍຢ່າງຫຼວງຫຼາຍ.

ການແຂ່ງຂັນລາຍການນີ້ ຈັດຂຶ້ນ ໃນລະຫວ່າງວັຍທີ 15-19 ສິງຫາ 2023 ເພື່ອເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງພັກ-ຂອງຊາດ ແລະ ຂອງກອງທັບ ທົ່ວກອງກິລາກອງທັບ ເວົ້າລວມ, ເວົ້າສະເພາະແມ່ນ ວັນຍຶດອຳນາດແຫ່ງຊາດ ຄົບຮອບ 48 ປີ (23 ສິງຫາ 1975-23 ສິງຫາ 2023) ນອກນັ້ນ ກໍຍັງເປັນການສົ່ງເສີມນັກກິລາບານສົ່ງໃນຮຸ່ນສືບທອດ ໄດ້ມີການເຄື່ອນໄຫວເພື່ອພັດທະນາຕົນເອງກ້າວສູ່ທີມຊາດ ໃນອະນາຄົດ.

ລາຍການນີ້ ມີບັນດາພາກສ່ວນເຂົ້າຮ່ວມແຂ່ງຂັນ 13 ທີມ ຈັດແບ່ງອອກເປັນ 4 ສາຍ ແຕ່ລະສາຍແຂ່ງຂັນພົບກັນໝົດຄັດເລືອກເອົາທີ 1-2 ຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປ ສຳລັບກຸ່ມ ເອ ປະກອບມີ ສ່ຽວຮັກ, Bluehawall ທີມ1, ອິນທະສອນ ແລະ ບີແກນ ວີຊີ; ກຸ່ມ ບີ Error ວີຊີ, Bo o ວີຊີ ແລະ Aotdy; ກຸ່ມ ຊີ ອິນເທັນເຊິນ ວີຊີ, Bluehawall ທີມ2 ແລະ ສະໂມສອນ ວຽງຈັນ; ກຸ່ມ ດີ ເດີຊັນ ວີຊີ, ໂຄດອັບ ວີຊີ ແລະ ມາດເຕີ 7.

ລາຍການດັ່ງກ່າວ ສຳລັບທີມອັນດັບທີ 1 ຈະໄດ້ຮັບຂັນລາງວັນຊະນະເລີດ ແລະ ຫຼຽນຄຳ 15 ຫຼຽນ ພ້ອມເງິນສົດ 1 ລ້ານກີບ, ອັນດັບທີ 2 ຈະໄດ້ຮັບຫຼຽນເງິນ ພ້ອມເງິນສົດ 8 ແສນກີບ, ອັນດັບທີ 3 ຈະໄດ້ຮັບຫຼຽນທອງ ພ້ອມເງິນສົດ 6 ແສນກີບ ແລະ ອັນດັບທີ 4 ຈະໄດ້ຮັບລາງວັນຊົມເຊີຍ 5 ແສນກີບ.

ຂ່າວໂດຍ: ສົງການ ພັນແພງດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version