Home ຂ່າວພາຍໃນ ເຜີຍແຜ່ນິຕິກໍາການຄ້າທາງເອເລັກໂຕຣນິກ

ເຜີຍແຜ່ນິຕິກໍາການຄ້າທາງເອເລັກໂຕຣນິກ

0

ກອງປະຊຸມເຜີຍແຜ່ນິຕິກໍາການຄ້າທາງເອເລັກໂຕຣນິກ ຈັດຂຶ້ນວັນທີ 15 ສິງຫາ 2023 ທີ່ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນວ ມີບັນດາຜູ້ຕາງໜ້າຈາກກະຊວງອຸດສາຫະກໍາ ແລະ ການຄ້າ ຫ້ອງວ່າການ ນວ ສະພາປະຊາຊົນ ນວ ພະແນກການອ້ອມຂ້າງ ຫ້ອງວ່າການ ແລະ ຫ້ອງການອຸດສາຫະກໍາ ແລະ ການຄ້າ 9 ຕົວເມືອງ ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ.

ຈຸດປະສົງ ເຜີຍແຜ່ນິຕິກຳການຄ້າທາງເອເລັກໂຕຣນິກຄັ້ງນີ້ ເພື່ອໃຫ້ຂົ້າໃຈເຖິງແບບແຜນ ແນວທາງ ວິທີການໃນການດຳເນີນທຸລະກິດຂອງການຄ້າທາງເອເລັກໂຕຣນິກ ເຊິ່ງນິຕິກໍານໍາມາເຜີຍແຜ່ ປະກອບມີ ນະໂຍບາຍໃນກອບການຮ່ວມມືວຽກງານການຄ້າທາງດ້ານເອເລັກໂຕຣນິກໃນພາກພື້ນ ແລະ ສາກົນ ດໍາລັດວ່າດ້ວຍການຄ້າທາງເອເລັກໂຕຣນິກ ຄໍາແນະນໍາກ່ຽວກັບແຈ້ງການ ການຢັ້ງຢືນຮັບຮູ້ ແລະ ການຂໍອະນຸຍາດການດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ ແລະ ແນະນໍາຊ່ອງທາງການໂຄສະນາຂາຍສິນຄ້າກະສິກໍາຜ່ານທາງການຄ້າເອເລັກໂຕຣນິກ.

ທ່ານນາງ ວັນມະນີ ພິມມະສານກ່າວວ່າ:ໃນຍຸກທີ່ມີຄວາມທັນສະໄໝ ຫຼື ຍຸກໄອທີ ການຄຸ້ມຄອງບໍລິຫານລັດ ຫົວໜ່ວຍທຸລະກິດ ການຄ້າ ແລະ ການບໍລິການ ໄດ້ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຄຸ້ມຄອງ ເຮັດໃຫ້ເກີດທຸລະກິດທາງການຄ້າຂາຍມີຫຼາຍຊ່ອງທາງເກີດຂຶ້ນ ໜຶ່ງໃນນັ້ນຊ່ອງທາງເອເລັກໂຕຣນິກ ຫຼື ຂາຍຮູບແບບອອນລາຍ ເຫັນວ່າແຜ່ຫຼາຍໃນປັດຈຸບັນ ເພື່ອເປັນການຈັດຕັ້ງຜັນຂະຫຍາຍດຳລັດວ່າດ້ວຍການຄ້າທາງເອເລັກໂຕຣນິກ ສະບັບເລກທີ 296/ລບ ແນໃສ່ສ້າງຄວາມເຂົ້າໃຈ ແລະ ຊຸກຍູ້ໃຫ້ຜູ້ປະກອບການຫັນເຂົ້າສູ່ລະບຽບການ ແລະ ລັດສາມາດຄຸ້ມຄອງໄດ້ ຄຸ້ມຄອງສັງຄົມບໍ່ໃຫ້ມີການເອົາປຽບເຊິ່ງກັນ ແລະ ກັນ ໃຫ້ມີຄວາມເປັນທຳກ່ຽວກັບການຊື້-ຂາຍ ຊົມໃຊ້ສິນຄ້າ ແລະ ການບໍລິການທາງເອເລັກໂຕຣນິກ.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version