Home ຂ່າວພາຍໃນ ກອງພົນທີ 2 ເປີດກອງປະຊຸມເຜີຍເເຜ່ຂໍ້ຕົກລົງແຕ່ງຕັ້ງຄະນະຊີ້ນໍາລວມ ແລະ ອານຸກຳມະການ ເພື່ອກະກຽມຈັດຕັ້ງສະຫລອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ

ກອງພົນທີ 2 ເປີດກອງປະຊຸມເຜີຍເເຜ່ຂໍ້ຕົກລົງແຕ່ງຕັ້ງຄະນະຊີ້ນໍາລວມ ແລະ ອານຸກຳມະການ ເພື່ອກະກຽມຈັດຕັ້ງສະຫລອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ

0

ໃນວັນທີ 10 ສິງຫາ 2023 ນີ້, ກອງພົນທີ 2 ໄດ້ຈັດກອງປະຊຸມເຜີຍ ເເຜ່ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ ແລະ ອານຸກຳມະການຂັ້ນກອງພົນ ເພື່ອກະກຽມຈັດຕັ້ງການສະເຫລີມສະຫລອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ເລຂາຄະນະພັກ ຫົວໜ້າ ການເມືອງກອງພົນທີ 2, ມີສະຫາຍ ພົນຈັດຕະວາ ຄຳດີ ໄຊຍະວົງ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ 2 ພ້ອມດ້ວຍ ຄະນະພັກ ຄະນະບັນຊາກອງພົນ, ຄະນະຫ້ອງ ແລະ ພະແນກການທີ່ກ່ຽວ ຂ້ອງເຂົ້າຮ່ວມ.

ສະຫານ ພັນໂທ ອໍານວຍ ສຸກສະຫວັດ ຄະນະພັກກອງພົນ ຮອງຫົວໜ້າ ຫ້ອງການ ແລະ ບລິຫານກອງພົນທີ 2 ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງ ຕັ້ງຄະນະຮັບຜິດຊອບຊີ້ນໍາລວມ ແລະ ອານຸກຳມະການຂັ້ນກອງພົນ ເພື່ອ ກະກຽມການຈັດຕັ້ງສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໂດຍອີງຕາມຄໍາສັ່ງແນະນໍາຂອງເລຂາທິການສູນກາງພັກ ສະບັບເລກທີ 381/ຄລ ສພ ລົງວັນທີ 5 ພຶດສະພາ2023 ກ່ຽວກັບການຈັດ ຕັ້ງສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ອີງຕາມຄຳສັ່ງແນະນໍາຂອງກະຊວງປ້ອງກັນປະເທດ ເລກທີ 3504/ກປທ ລົງວັນທີ 22/6/2023 ວ່າດ້ວຍການຈັດຕັ້ງສະເຫລີມສະຫລອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ອີງຕາມທິດຊີ້ນໍາຂອງຫົວ ໜ້າກອງພົນທີ 2 ຄັ້ງວັນທີ 27 ມິຖຸນາ 2023 ວ່າດ້ວຍການອອກຂໍ້ຕົກລົງ ແຕ່ງຕັ້ງຄະນະຊີ້ນຳລວມ ເເລະ ອານຸກຳມະການຈັດຕັ້ງກະກຽມສະເຫລີມ ສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ເພື່ອຮັບ ປະກັນໃຫ້ມີຄວາມສະດວກບັນລຸຜົນສຳເລັດຢ່າງຈົບງາມ. ໃນນັ້ນໄດ້ແຕ່ງ ຕັ້ງຄະນະຮັບຜິດຊອບຊີ້ນໍ້າລວມຂັ້ນກອງພົນ ມີ 9 ສະຫາຍ, ແຕ່ງຕັ້ງອານຸ ກຳມະການເນຶ້ອໃນ ມີ 6 ສະຫາຍ, ອານຸກຳມະການໂຄສະນາປາຖະກະຖາ, ສີລະປະວັນນະຄະດີ ມີ 8 ສະຫາຍ, ອານຸກຳມະການແຂ່ງຂັນຍ້ອງຍໍ ມີ 8 ສະຫາຍ, ອານຸກຳມະການຝືກແອບ ແລະ ຊ້ອມຮົບສະແດງກຳລັງ ມີ 7 ສະຫາຍ, ອານຸກຳມະການປ້ອງກັນ ມີ 6 ສະຫາຍ, ອານຸກໍາມະການພິທີການ ມີ 5 ສະຫາຍ, ອານຸກໍາມະການງົບປະມານ, ເສດຖະກິດການເງິນ, ວຽກງານ ຮັບປະກັນ ມີ 7 ສະຫາຍ, ອານຸກຳມະການຮັບແຂກ ມີ 13 ສະຫາຍ, ອານຸ ກຳມະການວາງສະແດງຮູບພາບມູນເຊື້ອ, ຜົນງານການເຄື່ອນໄຫວໄລຍະ 5 ປີ ມີ 6 ສະຫາຍ, ອານຸກຳມະການພາຫະນະ, ນໍ້າມັນເຊື້ອໄຟ, ແສງສະຫວ່າງ ມີ 4 ສະຫາຍ, ອານຸກຳມະການຮັກສາສຸຂະພາບ ມີ 5 ສະຫາຍ, ອານຸກຳມະ ການປຸງແຕ່ງ ມີ 7 ສະຫາຍ.

ໂອກາດນີ້ ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ເລຂາຄະນະພັກ ຫົວໜ້າການເມືອງກອງພົນທີ 2 ໄດ້ຮຽກຮ້ອງໃຫ້ບັນດາສະຫາຍ ຄະນະຮັບ ຜິດຊອບ, ບັນດາອານຸກຳມະການ ຈົ່ງພ້ອມກັນຄົ້ນຄວ້າ, ປືກສາຫາລື, ມອບ ໝາຍໜ້າທີ່ຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍຈັດຕັ້ງປະຕິບັດໃຫ້ຖືກ ຕ້ອງ ແລະ ເຂັ້ມງວດ

ໂດຍ: ສຸວັນໂນ ທະລັງສີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version