Home ຂ່າວດ່ວນ ທົບທວນການແກ້ໄຂບັນຫາຜົນກະທົບຈາກໄພນໍ້າຖ້ວມ ຢູ່ແຂວງຄໍາມ່ວນ

ທົບທວນການແກ້ໄຂບັນຫາຜົນກະທົບຈາກໄພນໍ້າຖ້ວມ ຢູ່ແຂວງຄໍາມ່ວນ

0

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄໍາມ່ວນ ຈັດກອງປະຊຸມ ເພື່ອທົບທວນການຈັດຕັ້ງປະຕິບັດວຽກງານ ຂອງຄະນະກໍາມະການທີ່ຮັບຜິດຊອບ ຊີ້ນໍາວຽກງານຄຸ້ມຄອງໄພພິ ບັດຂັ້ນແຂວງ ໃນວັນທີ 15 ສິງຫາ 2023 ໂດຍມີ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ, ມີປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ຄະນະກອງເລຂາທີ່ຮັບຜິດຊອບກ່ຽວກັບການລະດົມທຶນຊ່ວຍເຫລືອ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຕີລາຄາໂດຍສັງເຂບ ກ່ຽວກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ຕໍ່ກັບການແກ້ໄຂຜົນກະທົບຈາກບັນຫາໄພທໍາມະຊາດ (ນໍ້າຖ້ວມ) ຢູ່ບັນດາເມືອງໃນທົ່ວແຂວງ ເປັນຕົ້ນ 3 ເມືອງທີ່ຖືກຜົນກະທົບໜັກຄື: ເມືອງຄູນຄໍາ, ເມືອງນາກາຍ ແລະ ເມືອງຫີນບູນ ໂດຍພາຍໃຕ້ການນໍາພາ-ຊີ້ນໍາຢ່າງໃກ້ຊິດ ຂອງການນໍາທຸກຂັ້ນທັງສູນກາງ ແລະ ທ້ອງຖິ່ນ ໄດ້ເອົາໃຈໃສ່ປະກອບສ່ວນຊ່ວຍເຫລືອຜ່ານມາ, ລວມທັງການປຸກລະດົມທຶນຮອນທາງດ້ານວັດຖຸ-ປັດໄຈ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ຢາປົວພະຍາດ ຈາກບັນດາບໍລິສັດ, ຜູ້ປະກອບການທຸລະກິດຫ້າງຮ້ານ, ທັງພາກລັດ ແລະ ເອກະຊົນຊັ້ນຄົນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ. ມາຮອດປັດຈຸບັນ ໄດ້ຮັບການຊ່ວຍເຫລືອທາງດ້ານວັດຖຸ ແລະ ປັດໄຈ ຈາກທຸກພາກສ່ວນອົງການຈັດຕັ້ງສັງຄົມ ໂດຍການຈັດຕັ້ງພາກລັດ ກໍໄດ້ສືບຕໍ່ນໍາເອົາໄປຊ່ວຍເຫລືອແກ້ໄຂບັນເທົາທຸກ ໃຫ້ປະຊາຊົນຜູ້ຖືກຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ບັນດາເມືອງໃນທົ່ວແຂວງ ຢ່າງເປັນຂະບວນຕໍ່ເນື່ອງ.

ໂອກາດນີ້, ທ່ານ ບຸນມີ ພິມມະສອນ ຍັງໄດ້ສະເໜີມາຍັງຄະນະກໍາມະການ ແລະ ພາກສ່ວນກອງເລຂາໄພພິບັດທຸກຂັ້ນ ຈົ່ງເພີ່ມຄວາມເປັນເຈົ້າການເອົາໃຈໃສ່ ຈັດສັນແຈກຍາຍເຄື່ອງໃຫ້ເຖິງກຸ່ມເປົ້າໝາຍ ແລະ ໃຫ້ມີບັນຊີຕິດຕາມຢ່າງລະອຽດ, ສ່ວນດ້ານງົບປະມານກໍໃຫ້ມີການສະຫລຸບ, ຈົດຮັບ-ຈົດຈ່າຍຢ່າງຄັກແນ່, ພ້ອມທັງລາຍງານຕໍ່ຂັ້ນເທິງໃຫ້ເປັນປົກກະຕິ ແລະ ທັນຕາມກໍານົດເວລາ. ນອກນັ້ນ, ກໍໄດ້ສະເໜີໃຫ້ບັນດາການນໍາຂອງແຂວງ ທີ່ຮັບຜິດຊອບຊີ້ນໍາຢູ່ແຕ່ລະເມືອງ ຈົ່ງໄດ້ສືບຕໍ່ນໍາພາ-ຊີ້ນໍາຢ່າງເລິກເຊິ່ງ, ທັງມອບໃຫ້ ຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ສືບຕໍ່ປະສານສົມທົບກັບ ອົງການປົກຄອງເມືອງ ຮ່ວມກັນເກັບກໍາຂໍ້ມູນຜົນເສຍຫາຍດ້ານຕ່າງໆ ກ່ຽວກັບວັດຖຸຊັບສິນຂອງປະຊາຊົນທີ່ຖືກຜົນກະທົບ ໃຫ້ມີຄວາມຖືກຕ້ອງຊັດເຈນ ຕະຫລອດຮອດພື້ນທີ່ທໍາການຜະລິດ ແລະ ພື້ນຖານໂຄງລ່າງດ້ານອື່ນໆ ທີ່ຕິດພັນກັບການດໍາລົງຊີວິດ, ຕ້ອງເກັບກໍາຂໍ້ມູນຢ່າງລະອຽດ ເພື່ອດໍາເນີນການຟື້ນຟູຊີ ວິດການເປັນຢູ່ຂອງປະຊາຊົນ, ໄປຄຽງຄູ່ກັບການເຮັດໜ້າທີ່ວຽກງານການເມືອງ-ແນວຄິດ ໃຫ້ປະຊາ ຊົນ ເພື່ອເຮັດແນວໃດ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version