Home ຂ່າວພາຍໃນ ຂະບວນຂົນສົ່ງໃບພັດກັງຫັນລົມ ໂຄງການມອນຊຸນວິນ ພາວເວີ້ ມາຮອດແຂວງເຊກອງ

ຂະບວນຂົນສົ່ງໃບພັດກັງຫັນລົມ ໂຄງການມອນຊຸນວິນ ພາວເວີ້ ມາຮອດແຂວງເຊກອງ

0

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ຂະບວນຂົນສົ່ງໃບພັດກັງຫັນລົມ ຊຸດທໍາອິດ ຂອງໂຄງການມອນຊຸນວິນ ພາວເວີ້ ຫລື ໂຄງການໄຟຟ້າພະລັງລົມ ເດີນທາງມາຮອດແຂວງເຊກອງ ແລະ ມີພິທີຕ້ອນຮັບຢ່າງເປັນທາງການ ໃນວັນທີ 12 ສິງຫາ 2023 ໂດຍມີ ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍການນຳເມືອງດາກຈຶງ, ເມືອງລະມາມ, ຂະແໜງການກ່ຽວຂ້ອງຂັ້ນແຂວງ ແລະ ບໍລິສັດ ເຂົ້າຮ່ວມ.

ໂອກາດນີ້, ທ່ານເຈົ້າແຂວງເຊກອງ ກໍໄດ້ກ່າວຕ້ອນຮັບ ແລະ ຍ້ອງຍໍຊົມເຊີຍທຸກພາກສ່ວນ ເປັນຕົ້ນ ແມ່ນບໍລິສັດ, ຄະນະຮັບຜິດຊອບການຂົນສົ່ງ ແລະ ຂະແໜງການກ່ຽວຂ້ອງຂອງແຂວງ ທີ່ໄດ້ເອົາໃຈໃສ່ສ້າງເງື່ອນໄຂອໍານວຍຄວາມສະດວກດ້ານຕ່າງໆ ເຮັດໃຫ້ການຂົນສົ່ງໃບພັດກັງຫັນລົມ ຂະບວນທໍາອິດ ອັນເປັນປະຫວັດສາດຂອງປະເທດລາວ ກໍຄື ແຂວງເຊກອງ ມາຮອດມາເຖິງຈຸດໝາຍດ້ວຍຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ ເຊິ່ງ ທັງໝົດນັ້ນ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຢ່າງຈິງໃຈຂອງບໍລິສັດເຈົ້າຂອງໂຄງການ ກໍຄື ບໍລິສັດຜູ້ພັດທະນາໂຄງການ ເພື່ອເຮັດໃຫ້ການປະຕິບັດກິດຈະກໍາຕ່າງໆຂອງໂຄງການໄຟຟ້າພະລັງລົມ ສໍາເລັດຕາມເປົ້າໝາຍແຜນການທີ່ວາງໄວ້.

ໂຄງການໄຟຟ້າພະລັງລົມ ຕັ້ງຢູ່ເຂດເຊື່ອມຕໍ່ລະຫວ່າງ ເມືອງດາກຈຶງ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື, ເປັນໂຄງການໄຟຟ້າພະລັງລົມແຫ່ງທຳອິດຂອງປະເທດລາວ ແລະ ເປັນໂຄງທີ່ໃຫ່ຍທີ່ສຸດໃນຂົງເຂດອາຊີຕາເວັນອອກ ສ່ຽງໃຕ້, ມີເສົາກັງຫັນລົມ 133 ຕົ້ນ. ໃນນີ້, ຕັ້ງຢູ່ເມືອງດາກຈຶງ 110 ຕົນ ແລະ ຕັ້ງຢູ່ເມືອງຊານໄຊ 23 ຕົນ, ມີກຳລັງການຕິດຕັ້ງທັງໝົດ 600 ເມກາວັດ ໂດຍໄດ້ເລີ່ມລົງມືກໍ່ສ້າງໃນເດືອນເມສາ 2023 ແລະ ຄາດວ່າຈະສໍາເລັດຕາມແຜນທີ່ວາງໄວ້ໃນປີ 2025, ມີເປົ້າໝາຍສົ່ງໄຟຟ້າອອກຂາຍໃຫ້ປະເທດຫວຽດນາມເປັນຫລັກ, ໄລຍະສັນຍາ 25 ປີ.

ໂຄງການນີ້, ເປັນໂຄງການຍຸດທະສາດຂອງພັກ-ລັດຖະບານ ກໍຄື ແຂວງເຊກອງ ແລະ ເປັນໂຄງການພະລັງງານສະອາດລົດກາສກາກບອນ, ບໍ່ທໍາລາຍສິ່ງແວດລ້ອມ, ຊ່ວຍສ້າງຄວາມໝັ້ນຄົງ ແລະ ສະໜັບສະໜູນພາລະກິດສໍາຄັນລະດັບໂລກທີ່ມີເປົ້າໝາຍການປ່ອຍກາສກາກບອນເປັນສູນໃນປີ 2050.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version