Home ຂ່າວໜ້າໜຶ່ງ ຊົມເຊີຍວັນສາມັກຄີປອງດອງທົ່ວປວງຊົນ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 73ປີ

ຊົມເຊີຍວັນສາມັກຄີປອງດອງທົ່ວປວງຊົນ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 73ປີ

0

ວັນທີ 13 ສິງຫາ ເປັນວັນທີ່ມີຄວາມໝາຍສຳຄັນຍິ່ງຂອງປວງຊົນລາວທັງຊາດ ເພາະເປັນວັນແຫ່ງການສ້າງຕັ້ງແນວລາວຮັກຊາດ ແລະ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຊຶ່ງທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນ ລາວທັງຊາດ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຢ່າງມີຜົນສຳເລັດໃນທຸກຂົງເຂດວຽກງານ; ທົ່ວປວງຊົນເຮົາກໍ່ໄດ້ພ້ອມກັນ ຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຫລື ວັນສາມັກ ຄີປອງດອງທົ່ວປວງຊົນ, ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 73 ປີ (13 ສິງຫາ 1950- 13 ສິງຫາ 2023) ດ້ວຍບັນຍາກາດທີ່ເຕັມໄປດ້ວຍເນື້ອໃນ ແລະ ຄວາມໝາຍຄວາມສຳຄັນອັນເລິກເຊິ່ງໃນຂອບເຂດທົ່ວປະເທດ.

ເມື່ອຫວນຄືນກ່ອນໜ້ານີ້ 73ປີ, ໃນວັນທີ 13 ສິງຫາ 1950, ພັກເຮົາໄດ້ຕົກລົງສ້າງຕັ້ງອົງການແນວລາວອິດສະຫລະ ເຊິ່ງເປັນແນວໂຮມແຫ່ງຊາດລາວ ທີ່ເຕົ້າໂຮມປະຊາຊົນລາວບັນດາເຜົ່າ, ທຸກຊັ້ນຄົນເຂົ້າຮ່ວມຂະບວນການຕໍ່ສູ້ປົດປ່ອຍປະເທດ ຊາດ ອອກຈາກແອກຄອບຄອງຂອງພວກລ່າເມືອງ ເພື່ອໂຄສະນາເຜີຍແຜ່ແນວທາງນະໂຍບາຍທີ່ຖືກຕ້ອງສ່ອງໃສຂອງພັກ ກໍ່ຄື ຂອງແນວລາວອິດສະຫລະ ລົງເຖິງປະຊາຊົນລາວບັນດາເຜົ່າ, ປຸກລະດົມຂົນຂວາຍໃຫ້ມີນ້ຳໃຈຮັກຊາດ, ຄຽດແຄ້ນສັດຕູ, ເຂົ້າຮ່ວມ ຂະບວນ ການປົດປ່ອຍປະເທດຊາດ. ພັກໄດ້ຕົກລົງສ້າງຕັ້ງໜັງສືພິມລາວອິດສະຫລະ ແລະ ໂຮງພິມລາວອິດສະຫລະຂຶ້ນ. ເມື່ອພວກເຮົາຫວນຄືນຫລັງກ່ອນນີ້ 73ປີ ແຫ່ງການກຳເນີດແລະ ເຕີບໃຫຍ່ຂະຫຍາຍຕົວ ແນວລາວສ້າງຊາດ ໃນປັດຈຸບັນແມ່ນຜູ້ສືບທອດ ແລະ ເສີມຂະ ຫຍາຍມູນເຊື້ອອັນສະຫງ່າລາສີ ຂອງແນວລາວອິດສະຫລະ, ແນວລາວຮັກຊາດ ໃນເມື່ອກ່ອນ ເຊິ່ງໄດ້ເຕົ້າໂຮມຄວາມສາມັກຄີ ປະຊາຊົນລາວບັນດາເຜົ່າ ເຂົ້າໃນການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະ ການປະຕິບັດສອງໜ້າທີ່ແຫ່ງການປົກປັກຮັກສາ ແລະ ພັດທະນາປະ ເທດຊາດໃນປັດຈຸບັນ. ແນວລາວສ້າງຊາດເວລາໃດກໍ່ມີບົດບາດ ອັນໃຫຍ່ຫລວງໃນການປຸກລະດົມ, ຂົນຂວາຍ ແລະ ເຕົ້າໂຮມຄວາມສາມັກຄີ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກ. ໃນໄລຍະຕໍ່ສູ້ກູ້ຊາດ ຕ້ານກັບການຮຸກຮານ ແລະ ແຊກແຊງ ຂອງຈັກກະພັດລ່າເມືອງຂຶ້ນ; ບົດບາດຂອງແນວລາວ ອິດສະຫລະ ກໍ່ຄື ແນວລາວສ້າງຊາດ ໄດ້ຕິດພັນກັບບົດບາດຊື່ສຽງຂອງບັນດາຜູ້ນໍາທີ່ເປັນຕົວແທນຈາກບັນດາຊັ້ນຄົນ, ເຜົ່າຊົນ ແລະ ພັກຝ່າຍການເມືອງ, ໄດ້ກາຍເປັນແຮງດຶງດູດເຕົ້າໂຮມທຸກຊັ້ນຄົນ, ເຜົ່າຊົນ, ສາ ສະໜາ, ນັບທັງຜູ້ຊົງຄຸນວຸດທິທີ່ຮັກຊາດ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຂະບວນການຕໍ່ສູ້ ປົດປ່ອຍຊາດອັນຍືດເຍື້ອຍາວນານ ທໍລະຫົດອົດທົນ. ມູນເຊື້ອ, ຄວາມສາມັກຄີປອງດອງ ແລະ ນໍ້າໃຈຕໍ່ສູ້ອາດຫານບໍ່ຍອມຈໍານົນ ໄດ້ຮັບການເສີມຂະຫຍາຍຢ່າງ ແຂງແຮງ ສູ່ລະດັບສູງ ຈົນໃນທີ່ສຸດກໍ່ສາມາດຍາດໄດ້ ໄຊຊະນະຢ່າງສົມບູນ ແລະ ກ້າວເຖິງສະຖາປະນາ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.

ສຳລັບວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ຕະຫລອດໄລຍະ 73 ປີຜ່ານມາ, ໂດຍພາຍໃຕ້ການນໍາພາໂດຍກົງຂອງພັກ, ການຄຸ້ມຄອງຢ່າງໃກ້ຊິດຂອງລັດ, ການສະໜັບສະໜູນ ຂອງປະຊາຊົນບັນດາເຜົ່າ ແລະ ການຊ່ວຍເຫລືອ ຈາກປະເທດເພື່ອນ ມິດຍຸດທະສາດ ແລະ ອົງການຈັດຕັ້ງສາກົນອື່ນໆ; ຂະແໜງການຖະແຫລງຂ່າວ, ສື່ມວນຊົນ ແລະ ພິມຈຳໜ່າຍ ໄດ້ຮັບການພັດທະນາ, ມີຄວາມກ້າວໜ້າ, ເຕີບໃຫຍ່ ແລະ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ໃນປີຜ່ານມາ ວຽກງານຖະແຫລງຂ່າວ, ສື່ມວນຊົນ ແລະ ພິມຈຳໜ່າຍ ໄດ້ປະກອບສ່ວນສຳຄັນ ໃນບັນດາຜົນສຳເລັດຂອງການຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ໂຄສະນາຕ້ານການລະບາດ ຂອງພະຍາດໂຄວິດ-19. ອັນສຳຄັນແມ່ນການ ປະກອບສ່ວນເຂົ້າໃນ ການໂຄສະນາເຜີຍແຜ່ ການເຄື່ອນໄຫວວຽກງານການຕ່າງປະເທດ, ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະສົບຜົນສຳເລັດ ຢ່າງສະຫງ່າງາມ ເຊິ່ງໄດ້ເຮັດໃຫ້ຖານະບົດບາດ ແລະ ຊື່ສຽງຂອງ ສປປ ລາວພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ມາຮອດປັດຈຸບັນ ວຽກງານຖະແຫລງຂ່າວ, ສື່ມວນຊົນໄດ້ສືບຕໍ່ເຕີບໃຫຍ່ຂະຫຍາຍຕົວ ທ່າມກາງສິ່ງທ້າທາຍທົດຊອບນາໆປະການ. ອັນພົ້ນເດັ່ນແມ່ນໄດ້ປັບປ່ຽນຮູບແບບ ການເຜີຍແຜ່ຂໍ້ມູນຂ່າວສານຜ່ານລະບົບອອນລາຍ ເພື່ອກະຈາຍຂໍ້ມູນໃຫ້ສັງຄົມ ໄດ້ຮັບຮູ້ຢ່າງທົ່ວເຖິງທັງຮັບປະ ກັນໄດ້ຄວາມຖືກຕ້ອງ, ວອງໄວ ແລະ ຊັດເຈນ.

ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດສະແດງຄວາມຊົມເຊີຍ, ຍ້ອງຍໍສັນລະເສີນຕໍ່ແນວລາວສ້າງຊາດແຕ່ລະຂັ້ນ, ພີ່ນ້ອງລາວທຸກຊັ້ນຄົນ, ທຸກເຜົ່າຊົນ, ເພດໄວ ທັງພາຍໃນແລະ ຢູ່ຕ່າງປະເທດທີ່ໄດ້ພ້ອມກັນເຊີດຊູ ນໍ້າໃຈຮັກຊາດ, ສາມັກຄີເປັນຈິດໜຶ່ງໃຈດຽວ ບຸກບືນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ເພື່ອເຮັດສຳເລັດໜ້າທີ່ ການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຮອບດ້ານ ແລະ ມີຫລັກການຂອງພັກ ເຊິ່ງໄດ້ມີຜົນສຳເລັດຢ່າງຈົບງາມ ເຮັດໃຫ້ບົດບາດ, ກຽດຊື່ສຽງຂອງປະເທດຊາດ ໄດ້ຮັບການຍົກສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ ຢ່າງບໍ່ຢຸດຢັ້ງ.  ພ້ອມທັງຊົມເຊີຍນັກຮົບຖະແຫລງຂ່າວ, ສື່ມວນຊົນ ແລະ ພິມຈຳໜ່າຍທຸກຖ້ວນໜ້າທີ່ ໄດ້ອຸທິດເຫື່ອແຮງ, ສະຕິປັນຍາຂອງຕົນໃຫ້ແກ່ພາລະກິດທີ່ມີກຽດສະຫງ່ານີ້.

ຊົມເຊີຍວັນສາມັກຄີປອງປອງທົ່ວປວງຊົນ, ວັນສື່ມວນຊົນ ແລະການພິມຈຳໜ່າຍ ຄົບຮອບ 72 ປີ ຢ່າງສຸດໃຈ !

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version