Home ຂ່າວພາຍໃນ 6 ເດືອນຕົ້ນປີ ໄຟຟ້າລາວ ຊື້ພະລັງງານພາຍໃນ ແລະ ນຳເຂົ້າຈາກຕ່າງປະເທດ ຈຳນວນ 7.852,30 GWh

6 ເດືອນຕົ້ນປີ ໄຟຟ້າລາວ ຊື້ພະລັງງານພາຍໃນ ແລະ ນຳເຂົ້າຈາກຕ່າງປະເທດ ຈຳນວນ 7.852,30 GWh

0

ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ສະຫຼຸບວຽກງານປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຂຶ້ນໃນວັນ 8 ສິງຫາ ນີ້ ທີ່ຫ້ອງປະຊຸມໃຫຍ່ຂອງ ຟຟລ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີຄະນະປະຕິຮູບ ຟຟລ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ຟຟລ ກ່າວບາງຕອນວ່າ: ວຽກງານການຊື້-ຂາຍພະລັງງານໄຟຟ້າ ຂອງ ຟຟລ ໃນໄລຍະ 6 ເດືອນຕົ້ນປີ 2023 ຊື້ພະລັງງານພາຍໃນ ແລະ ນຳເຂົ້າຈາກຕ່າງປະເທດ ຈຳນວນທັງໝົດ 7.852,30 GWh ເທົ່າກັບ 90,91% ຂອງແຜນການ, ເປັນເງິນ 9.007,49 ຕື້ກີບ ເທົ່າກັບ 106,60% ຂອງແຜນການ. ໃນນັ້ນ, ຖ້າທຽບໃສ່ໄລຍະເວລາດຽວກັນປີ 2022 ພະລັງງານເທົ່າກັບ 97,86%, ເນື່ອງຈາກການຜະລິດພາຍໃນປະເທດຫຼຸດຈາກແຜນ ເຮັດໃຫ້ຕ້ອງນຳເຂົ້າຈາກຕ່າງປະເທດມາທົດແທນ, ໃນນັ້ນຊື້ພະລັງງານພາຍໃນ: ປະຕິບັດໄດ້ 6.607,49 GWh ເທົ່າກັບ 84,73% ຂອງແຜນການ, ເປັນເງິນ 7.584,21 ຕື້ກີບ ເທົ່າກັບ 99,65% ຂອງແຜນການ, (ເຫັນວ່າ ການຜະລິດພະລັງງານພາຍໃນປະເທດ ແມ່ນຫຼຸດຈາກແຜນຫຼາຍເນື່ອງຈາກໄພແລ້ງ, ແຕ່ຖ້າເບິ່ງເປັນເງິນແມ່ນບໍ່ຫຼຸດລົງຕາມ ຍ້ອນສັນຍາ Take or Pay). ສ່ວນການນໍາເຂົ້າພະລັງງານຈາກຕ່າງປະເທດ: ປະຕິບັດໄດ້ 1.223,06 GWh ເທົ່າກັບ 149,96% ຂອງແຜນການ, ເປັນເງິນ 1.423,28 ຕື້ກີບ ເທົ່າກັບ 169,57% ຂອງແຜນການ, ໃນນັ້ນ ຊື້ຈາກ EGAT ແມ່ນ 1.129,77 GWh ເທົ່າກັບ 187,52% ຂອງແຜນການ, ເປັນເງິນ 1.312,46 ຕື້ກີບ ເທົ່າກັບ 217,33% ຂອງແຜນການ. ຖ້າທຽບໃສ່ປີ 2022,ການນຳເຂົ້າ ປີ 2023 ພະລັງງານລື່ນແຜນ 208,86% ເປັນເງິນ 522,47%.

ທ່ານກ່າວຕື່ມວ່າ: ການຈຳໜ່າຍພະລັງງານ ໃນໄລຍະ 6 ເດືອນຕົ້ນປີ 2023 ສາມາດຈຳໜ່າຍພະລັງງານໄຟຟ້າໄດ້ທັງໝົດ ເທົ່າກັບ 7.249,14 GWh ທຽບໃສ່ແຜນປະຕິບັດໄດ້ 90,21%, ເປັນເງິນ 8.187,58 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ພຽງແຕ່ 85,35% ໃນນັ້ນ, ຖ້າທຽບໃສ່ໄລຍະເວລາດຽວກັນ ປີ 2022 ພະລັງງານເທົ່າກັບ 100,40% ເປັນເງິນ 145,89%, ເນື່ອງຈາກ ໄດ້ປັບປຸງໂຄງສ້າງລາຄາໄຟ ພາກທີ່ບໍ່ແມ່ນທີ່ຢູ່ອາໄສ ເຮັດໃຫ້ລາຍຮັບເພີ່ມຂຶ້ນຫຼາຍກວ່າປີຜ່ານມາ. ໃນນັ້ນ: ການຂາຍພະລັງງານພາຍໃນປະເທດ: ປະຕິບັດໄດ້ 5.595,96 GWh ເທົ່າກັບ 89,07% ຂອງແຜນການ, ເປັນເງິນ 6.081,70 ຕື້ກີບ, ທຽບໃສ່ແຜນເທົ່າກັບ 82,33% ຊຶ່ງເຫັນວ່າຫຼຸດຈາກແຜນ ເນື່ອງຈາກການຊົມໃຊ້ໄຟຟ້າພາຍໃນປະເທດບໍ່ເປັນໄປຕາມແຜນ. ນອກນີ້, ການຊົມໃຊ້ພາກຄົວເຮືອນທີ່ມີລາຄາຂາຍສະເລ່ຍຕໍ່າກວ່າຕົ້ນທຶນການຊື້ໄຟ ມີການຊົມໃຊ້ເພີ່ມຂຶ້ນເກີນແຜນ 3% ແລະ ເນື່ອງຈາກໃນການຂຶ້ນແຜນເບື້ອງຕົ້ນຄາດຄະເນວ່າ ຈະມີການປັບລາຄາຂາຍໄຟພາຍໃນປະເທດ ເລີ່ມແຕ່ເດືອນ 1/2023, ແຕ່ໂຕຈິງເລີ່ມປະຕິບັດເດືອນ 2/2023 ຊຶ່ງບາງລູກຄ້າກໍບໍ່ສາມາດປະຕິບັດລາຄາໄຟໃໝ່ໄດ້ທັນທີ ເນື່ອງຈາກການຈັດປະເພດບໍ່ຖືກຕ້ອງກັບການຊົມໃຊ້ຕົວຈິງ. ສ່ວນການສົ່ງອອກຕ່າງປະເທດ ປະຕິບັດໄດ້ 1.653,18 GWh ເທົ່າກັບ 94,32% ຂອງແຜນການເປັນເງິນ 2.105,88 ຕື້ກີບ, ເທົ່າກັບ 95,47% ຂອງແຜນການ ເນື່ອງຈາກການຜະລິດໄຟຟ້າພາຍໃນປະເທດຫຼຸດຈາກແຜນການ ຍ້ອນຜົນກະທົບມາຈາກໄພແລ້ງ ແລະ ການຊົມໃຊ້ພາຍໃນມີການເພີ່ມຂຶ້ນ. ໃນໂອກາດສະຫຼຸບວຽກງານ 6 ເດືອນຕົ້ນປີນີ້ ໄຟຟ້າລາວຍັງໄດ້ມອບກຽດຕິຄຸນ ແລະ ຂອງທີ່ລະນຶກ ໃຫ້ພະນັກງານທີ່ຮອດອາຍຸກະສຽນ, ພ້ອມໃບຍ້ອງຍໍໃຫ້ແກ່ບຸກຄົນທີ່ມີຜົນງານພົ້ນເດັ່ນຈຳນວນໜຶ່ງ.

ຕອນທ້າຍ, ທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມກ່ອນອື່ນໝົດທ່ານໄດ້ຍ້ອງຍໍຊົມເຊີຍຜົນງານທີ່ຍາດມາໄດ້ໃນໄລຍະ 6 ເດືອນຕົ້ນປີທີ່ຜ່ານມາ ຄຽງຄູ່ກັບຜົນງານທີ່ຍາດມາໄດ້ ທ່ານຍັງໄດ້ເນັ້ນໃຫ້ເອົາໃຈໃສ່ການດຸ່ນດ່ຽງພະລັງງານໄຟຟ້າ ໃນລະດູແລ້ງ ແລະ ລະດູຝົນ, ການປັບປຸງສັນຍາຊື້-ຂາຍກະແສໄຟຟ້າ ແລະ ປັບປຸງໂຄງສ້າງໜີ້ສິນກັບທະນາຄານ ແລະ ສະຖາບັນການເງິນ, ວຽກງານບໍລິຫານໃຫ້ມີຄວາມວ່ອງໄວຂຶ້ນຕື່ມ ເພື່ອໃຫ້ເປັນໜ້າເພິ່ງພໍໃຈຂອງສັງຄົມຍິ່ງໆຂຶ້ນ,ພ້ອມສືບຕໍ່ຕິດຕາມປະຊາສຳພັນກ່ຽວກັບການປັບປຸງລາຄາໄຟຟ້າ ໃນພາກທຸລະກິດ ແລະ ອຸດສາຫະກຳ ເພື່ອໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈທິດທາງຂອງການດຳເນີນທຸລະກິດຂອງໄຟຟ້າລາວ ກໍຄືກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງໆຂຶ້ນ.

ຂ່າວ-ພາບ: ພັດ ລໍວັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version