Home ຂ່າວຕ່າງປະເທດ ຈຳນວນການສົ່ງອອກລົດຂອງຈີນເປັນອັນດັບໜຶ່ງຂອງໂລກ

ຈຳນວນການສົ່ງອອກລົດຂອງຈີນເປັນອັນດັບໜຶ່ງຂອງໂລກ

0

ຂ່າວສານຊີອາໄອລາຍງານ ເມື່ອບໍ່ດົນມານີ້, ໂດຍອີງຕາມໂຕເລກຂໍ້ມູນການຄ້າກັບຕ່າງປະເທດໃນ 7 ເດືອນຂອງປີນີ້ ທີ່ອົງການພາສີແຫ່ງຊາດຈີນເປີດເຜີຍໃຫ້ຮູ້ວ່າ: ໃນດ້ານການສົ່ງອອກ ໄດ້ເນັ້ນໃສ່ຜະລິດຕະພັນກົນຈັກ ແລະ ເຄື່ອງໄຟຟ້າ ກວມເຖິງ 58,1% ຂອງຍອດມູນຄ່າການສົ່ງອອກຂອງຈີນ. ໃນນັ້ນ, ການສົ່ງອອກລົດໄດ້ມີຜົນງານທີ່ພົ້ນເດັ່ນທີ່ສຸດ.

ນັບແຕ່ຕົ້ນປີມານີ້, ການສົ່ງອອກລົດຂອງຈີນຍາດໄດ້ຜົນງານພົ້ນເດັ່ນ, ຍອດຈຳນວນສົ່ງອອກໃນໄຕມາດທຳອິດຂອງປີນີ້ເພີ່ມຂຶ້ນ, ຍອດຈຳນວນສົ່ງອອກໃນຫົກເດືອນຕົ້ນປີເພີ່ມຂຶ້ນເປັນອັນດັບໜຶ່ງຂອງໂລກ. ຈີນໄດ້ກາຍເປັນປະເທດຜະລິດລົດ, ປະເທດບໍລິໂພກລົດ ແລະ ປະເທດສົ່ງອອກລົດໃຫຍ່ທີ່ສຸດຂອງໂລກ. ໂດຍອີງຕາມສະຖິຕິຂອງອົງການພາສີແຫ່ງຊາດຈີນໃຫ້ຮູ້ວ່າ: ໃນ 7 ເດືອນຂອງປີນີ້, ຈີນໄດ້ສົ່ງອອກລົດ 2,778 ລ້ານຄັນ ເພີ່ມຂຶ້ນ 74,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຄິດເປັນມູນຄ່າ 383,73 ຕື້ຢວນ ເພີ່ມຂຶ້ນ 118,5%.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version