Home ຂ່າວກິລາ ເທນ ຮາກ ຕັ້ງເປົ້າຄວ້ານັກເຕະໃໝ່ເສີມທັບ ແມນຢູ ອີກ 2 ຄົນ ໃນລະດູຮ້ອນນີ້

ເທນ ຮາກ ຕັ້ງເປົ້າຄວ້ານັກເຕະໃໝ່ເສີມທັບ ແມນຢູ ອີກ 2 ຄົນ ໃນລະດູຮ້ອນນີ້

0

ສື່ມວນຊົນລາຍງານວ່າ ເອຣິກ ເທນ ຮາກ ຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ຕັ້ງເປົ້າຄວ້ານັກເຕະໃໝ່ມາເສີມທັບ ແມນຢູ ອີກ 2 ຄົນ ໂດຍໃຫ້ຄວາມສໍາຄັນໄປທີ່ ໂຊຟິຢານ ອຳຣາບັດ ແລະ ຢອງ-ແຄລ ໂຕດິໂບ.

ສໍາລັບ ແມນເຊສເຕີ ຢູໄນເຕັດ ເສີມທັບນັກເຕະໃໝ່ມາແລ້ວ 3 ນັກຄົນໃນຕະຫຼດລະດູຮ້ອນນີ້ ໂດຍມີ ເມສັນ ເມົາ ກອງກາງຂອງ ເຊວຊີ, ອັອງເດຣ ໂອນານ່າ ຜູ້ຮັກສາປະຕູ ອິນເຕີ ມິລານ ແລະ ຣາສມຸສ ຮອຍລຸນ ກອງໜ້າຂອງ ອະຕາລັນຕາ.

ຢ່າງໃດກໍຕາມ, ດ້ວຍການທີ່ ແມນຢູ ຈະມີການປ່ຽນແປງເລື່ອງຕົວນັກເຕະໃນທີມເພີ່ມເຕີມ ເນື່ອງຈາກມີຂ່າວວ່ານັກເຕະ ຫຼາຍຄົນມີທ່າອ່ຽງທີ່ຈະຍ້າຍອອກຈາກຖິ່ນ ໂອລ ແທຣບຟອດ ບໍ່ວ່າຈະເປັນ ດອນນີ ຟານ ເດີ ເບກ ແລະ ເຟຣດ ເປັນຕົ້ນ.

ລວມເຖິງການທີ່ ສະກັອດ ແມັກໂທມີເນ ແລະ ແຮຣີ່ ແມັກກວັຍ ໄດ້ຮັບຂໍ້ສະເໜີຈາກ ເວສແຮມ ຢູໄນເຕັດ ດ້ວຍຄ່າຕົວ ລວມ 60 ລ້ານປອນ ແຕ່ວ່າຖືກປະຕິເສດ. ເຖິງຢ່າງໃດກໍຕາມ, ການເຈລະຈາຍັງຄົງດຳເນີນໄປຢູ່ ແລະ ອາດຈະມີການຍື່ນຂໍ້ ສະເໜີໃໝ່.

ເຮັດໃຫ້ຫຼ້າສຸດ “ອິນດິເພນເດນ” ເປີດເຜີຍວ່າ ຫາກປ່ອຍນັກເຕະທີ່ຢູ່ໃນເຄືອຂ່າຍຍ້າຍທີມດັ່ງກ່າວໄປໄດ້ໝົດ ເທນ ຮາກ ຕ້ອງການນັກເຕະໃໝ່ 2 ຄົນມາເສີມທັບ ຄື 1 ຄົນໃນຕໍາແໜ່ງກອງກາງທີ່ພວກເຂົາແນເປົ້າໄປທີ່ ໂຊຟິຢານ ອໍາຣາບັດ, ກອງກາງ ຟິອໍເຣນຕິນາ ລວມເຖິງ ໂຣເມໂອ ລາເວຍ ກອງກາງ ເຊົາແຮມຕັນ. ຂະນະທີ່ອີກຕຳແໜ່ງໜຶ່ງຄືກອງຫຼັງກາງ, ໂດຍມີ ຢອງ-ແຄລ ໂຕດີໂບ ກອງຫຼັງຂອງ ນີສ ເປັນທາງເລືອກທີ່ໜ້າສົນໃຈທີ່ສຸດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version