Home ຂ່າວໜ້າໜຶ່ງ ຄະນະຜູ້ແທນຂັ້ນສູງ ຄະນະຂົນຂວາຍສູນກາງພັກກອມມູນິດຫວຽດນາມ ເຂົ້້າຢ້ຽມຄຳນັບສະຫາຍ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ

ຄະນະຜູ້ແທນຂັ້ນສູງ ຄະນະຂົນຂວາຍສູນກາງພັກກອມມູນິດຫວຽດນາມ ເຂົ້້າຢ້ຽມຄຳນັບສະຫາຍ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ

0

ເນື່ອງໃນໂອກາດທີ່ຄະນະຜູ້ແທນຂັ້ນສູງ ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດ ນາມ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກທີ່ ສປປ ລາວ ນຳໂດຍ ສະຫາຍ ນາງ ບຸ່ຍທິ ມິງຮວ່າຍ ເລຂາທິການສູນກາງພັກ ຫົວໜ້າຄະນຂົນຂວາຍປະຊາຊົນສູນກາງ ພັກກອມມູນິດ ຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 8 ສິງຫາ 2023 ໄດ້ເຂົ້າຢ້ຽມຄຳນັບ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ທີ່ຫ້ອງວ່າການສູນກາງພັກ.

ໂອກາດນີ້ ສະຫາຍເລຂາທິການໃຫຍ່ ໄດ້ສະແດງຄວາມຍີນດີຕ້ອນຮັບ ສະຫາຍ ນາງ ບຸ່ຍທິ ມິງຮວ່າຍ ພ້ອມ ດ້ວຍຄະນະ ຢ່າງໄມຕິຈິດມິດຕະພາບ ແລະ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ພ້ອມທັງຕີລາຄາສູງຕໍ່ສາຍພົວພັນຮ່ວມມືມິດຕະພາບອັນເປັນມູນເຊື້ອແບບພິເສດ ຮອບດ້ານ ຂອງສອງພັກ-ສອງລັດ ລາວ-ຫວຽດນາມ ຫວຽດນາມ-ລາວ ໄລຍະຜ່ານມາ ໂດຍສະເພາະລະຫວ່າງສູນກາງແນວລາວສ້າງຊາດ ແລະ ຄະນະຂົນຂວາຍປະຊາຊົນສູນກາງພັກ ກອມມູນິດຫວຽດນາມ.

ໂອກາດດຽວກັນ ສະຫາຍ ນາງ ບຸ່ຍທິ ມິງຮວ່າຍ ໄດ້ສະແດງຄວາມຂອບໃຈທີ່ສະຫາຍເລຂາທິການ ໃຫຍ່ໄດ້ ສະຫຼະເວລາຕ້ອນຮັບຄະນະຜູ້ແທນ ດ້ວຍຄວາມອົບອຸ່ນ ພ້ອມທັງແຈ້ງຈຸດປະສົງການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ສປປ ລາວ ໃນຄັ້ງນີ້ ເຊິ່ງໄດ້ປະຕິບັດຕາມຄຳເຊີນ ແລະ ກໍ່ຄືບົດບັນທຶກການ ຮ່ວມມືລະຫວ່າງຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ຄະນະຂົນຂວາຍປະຊາຊົນສູນ ກາງພັກກອມມູນິດ ຫວຽດນາມ ທີ່ໄດ້ເຊັນກັນ ວັນທີ 29 ມິຖຸນາ 2021 ຜ່ານມາ ທີ່ ສສ ຫວຽດນາມ.

ພ້ອມກັນນີ້ ສະຫາຍ ເລຂາທິການໃຫຍ່ ໄດ້ສະແດງຄວາມຊົມເຊີຍຕໍ່ການຮ່ວມມື ຂອງສອງອົງການດັ່ງກ່າວ ທີ່ໄດ້ມີການພົວພັນຮ່ວມມືປະກອບ ສ່ວນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຫວຽດນາມ-ລາວ ໃຫ້ໝັ້ນຄົງຕະຫຼອດໄປ.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version