0

ສື່ມວນຊົນລາວ ໃນຍຸກດີຈິຕອນ ຕ້ອງຊອກຮູ້ຮໍ່າຮຽນ ແລະ ຮູ້ນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ

++++++++++++++++++++++++++++++

ສື່ມວນຊົນລາວ ໃນຍຸກດີຈີຕອນ ຕ້ອງໄດ້ສືບຕໍ່ປັບ ປຸງຕົນເອງຢ່າງແຂງແຮງ, ຕ້ອງມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ບໍ່ຄອນແຄນ, ມີນໍ້າໃຈຮັກເຊື້ອແພງຊາດ ຮັກບ້ານເກີດເມືອງນອນ ແລະ ຍອມເສຍສະ ຫລະເພື່ອຜົນປະໂຫຍດລວມຂອງຊາດແທ້. ສິ່ງສຳຄັນ ຕ້ອງຊອກຮູ້ຮໍ່າຮຽນໃຫ້ຫລາຍຂື້ນ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ແລະ ຮູ້ນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝເພື່ອພັດທະນາໃຫ້ທັນກັບສະພາບ ແລະ ຄວາມຮຽກຮ້ອງຕ້ອງການຂອງວຽກງານ.

ທ່ານ ສຸວັນ ວິໄລແສງ ຜູ້ອໍານວຍການໃຫຍ່ວິທະຍຸກະ ຈາຍສຽງແຫ່ງຊາດລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 8 ສິງຫາ 2023 ເນື່ອງໂອກາດວັນສື່ມວນຊົນຄົບ ຮອບ 73 ປີວ່າ: 1 ປີຜ່ານມາ ວິທະຍຸກະຈາຍສຽງແຫ່ງຊາດ ມາສາມາດເຄື່ອນໄຫວວຽກງານວິຊາສະເພາະ ໄດ້ຮັບຜົນສໍາເລັດໃນຫລາຍດ້ານເປັນຕົ້ນ ໄດ້ຜັນຂະຫຍາຍແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ຂໍ້ກໍານົດ ແລະ ລະບຽບກົດ ໝາຍຂອງພັກ, ລັດໃນແຕ່ລະໄລຍະ ດ້ວຍການເຮັດເປັນຂ່າວ, ເປັນບົດປະກອບສຽງ ແລະ ຜັນຂະຫຍາຍໃນລາຍການຕ່າງໆຢ່າງເໝາະສົມ, ລາຍງານຂ່າວການເຄື່ອນໄຫວຢ້ຽມຢາມຢູ່ທ້ອງຖິ່ນຮາກຖານ ເພື່ອຕິດຕານ, ຊຸກຍູ້ການພັດທະນາພື້ນຖານໂຄງລ່າງ, ພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫ່ຍຄັ້ງທີ່ XI ຂອງສູນກາງພັກ ແລະ ການເຄື່ອນໄຫວຢ້ຽມຢາມ ທາງລັດຖະກິດ ຢູ່ຕ່າງປະເທດຂອງການນໍາຂັ້ນສູງພັກ, ລັດ ແລະ ຂ່າວການເດີນທາງມາ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກທາງການຢູ່ ສປປ ລາວ. ສຳລັບວຽກລາຍການ ແລະ ການຜະລິດ 1 ປີຜ່ານມາ ແມ່ນໄດ້ພ້ອມກັນຄົ້ນຄວ້າໂຮມເອົາ ບາງລາຍການເຂົ້າກັນເປັນຕົ້ນ ແມ່ນລາຍການທີ່ມີໂຄງສ້າງ ແລະ ຮູບແບບລາຍການທີ່ມີລັກສະນະຄ້າຍຄືກັນ ເພື່ອໃຫ້ສອດຄ່ອງກັບສະພາບ ແລະ ຄວາມຕ້ອງການຂອງຜູ້ຊົມ. ນອກຈາກນີ້, ຍັງໄດ້ສ້າງລາຍການໃໝ່ຈໍານວນໜຶ່ງ,ໄປຄຽງຄູ່ກັບການຊຸກຍູ້ ໃຫ້ລາຍການທີ່ມີເງື່ອນໄຂ, ມີຄວາມພ້ອມກໍໄດ້ສົ່ງເສີມ ໃຫ້ອອກອາກາດຜ່ານເພຈ ຂອງ ວສລ ແລະ ສື່ແບບໃໝ່. ໄດ້ຈັດການຝຶກອົບຮົມ ໃນການນໍາໃຊ້ເຕັກໂນໂລຊີໃໝ່ສົມທົບການຮຽນຮູ້ ໃນໜ້າວຽກເພື່ອຕອບສະໜອງຄວາມພ້ອມ ໃຫ້ແກ່ການອອກອາກາດ, ປັດ ຈຸບັນວິທະຍຸກະຈາຍສຽງແຫ່ງຊາດ ອອກອາກາດຜ່ານ 4 ຄື່ນ, ທັງລະບົບ AM ແລະ FM ມີລາຍການອອກອາກາດທັງໝົດ 148 ລາຍການ. ໃນນີ້, ລາຍການປະເພດຂ່າວກວມ 29%, ລາຍການເປົ້າໝາຍກວມ 26%, ລາຍການວັດທະນາທໍາກວມ 22% ແລະ ລາຍການບັນເທີງກວມ 23%.

ສຳລັບ ທິດທາງແຜນການພັດທະນາ ໃນຕໍ່ໜ້າວິທະຍຸກະຈາຍສຽງແຫ່ງຊາດ ຈະພັດທະນາບຸກຄະລາກອນໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້, ມີຄວາມສາ ມາດໃນການນຳໃຊ້ເຕັກໂນໂລຊີໃໝ່ ໃນການປັບປຸງ ແລະ ພັດທະນາວິຊາສະເພາະ, ສືບຕໍ່ປັບປຸງສ້ອມແປງເຄື່ອງສົ່ງລະບົບຄື່ນກາງ ແລະ ສະເໜີຂັ້ນເທີງ ພິຈາລະນາໃນການປ່ຽນຖ່າຍ ອຸປະກອນເຕັກນິກທີ່ຈຳເປັນ ເພຶ່ອຫັນໄປສູ່ທັນ ສະໄໝຈາກ ອານນາລອກ ໄປສູ່ ດີຈິຕອນ ຕາມທ່າອ່ຽງ ລວມ ຂອງພາກພື້ນ ແລະ ສາກົນ,ປັບປຸງເນື້ອໃນ ແລະ ຮູບແບບລາຍການ ໃຫ້ມີເນື້ອຫາສາລະດີ, ມີຄວາມຫລາກຫລາຍ, ສາມາດດຶງດູດຜູ້ຟັງໃຫ້ໄດ້ຫລາຍຂື້ນ, ພ້ອມດຽວ ກັນນັ້ນ ກໍເປີດໂອກາດໃຫ້ພາກເອກະຊົນ, ນິຕິບຸກຄົນເຂົ້າ ມາມີສ່ວນຮ່ວມໃນການຜະລິດ ແລະ ສ້າງສັນລາຍການນໍາ ວສລ ໃຫ້ນັບຫລາຍຂື້ນ ແລະ ກາຍເປັນແຫລ່ງສະໜອງຂໍ້ມູນຂ່າວສານ, ສາລະຄວາມຮູ້ຮອບດ້ານ ແລະ ສ້າງຄວາມບັນເທີງເບີກບານແກ່ສັງຄົມ.

ໃນໂອກາດນີ້, ທ່ານ ສຸວັນ ວິໄລແສງ ຍັງຝາກເຖິຝສື່ມວນຊົນລາວຕ້ອງກຳແໜ້ນ 4 ລັກສະນະຂອງພັກ, ຕ້ອງຮູ້ວ່າໂຕເອງເຮັດໜ້າທີ່ອັນໃດ, ເພີ່ມທະວີຄວາມຮັບຜິດຊອບ ຄື: ຮັບຜິດຊອບຕໍ່ພັກ, ລັດ, ຕໍ່ປະເທດຊາດ ແລະ ຕໍ່ຜູ້ບໍລິ ໂພກ ເພາະວ່າສື່ມວນຊົນ ເປັນຜູ້ເຜີຍແຜ່ຂໍ້ມູນຂ່າວສານ ເຊິ່ງຂໍ້ມູນຂ່າວສານທິ່ເຜີຍແຜ່ໄປນັ້ນ ຕ້ອງຮັັບປະກັນຄວາມຖືກຕ້ອງ, ຊັດເຈນ, ສາມາດສ້າງຄວາມຮັບຮູ້, ຄວາມເຂົ້າ ໃຈ ແລະ ນໍາພາຫາງສຽງໄດ້ແທ້. ຂະນະດຽວກັນ ຜູູ້ບໍລິ ໂພກ ຈະຕ້ອງທມີສະຕິ, ມີການພິຈາລະນາຕຶກຕອງໃຫ້ຖີ່ຖ້ວນ ກ່ອນຈະຮັບຂໍ້ມູນຂ່າວສານອັນໃດ ເພາະວ່າຂໍ້ມູນຂ່າວສານທຸກມື້ນີ້ ມັນເຕັມຢູ່ຕາມອາກາດມີໂທລະສັບຢູ່ມືກໍສາມາດເລືອກໄດ້ຕາມໃຈແລ້ວ. ສະນັ້ນ ຈຶ່ງຢາກຂໍໃຫ້ຕຶກ ຕອງ, ເລືອກເຟັ້ນແທ້ໆວ່າ ມັນມີສາລະ ແລະ ເປັນປະ ໂຫຍດຕໍ່ການດໍາລົງຊີວິດ, ຕໍ່ໜ້າທີ່ວຽກງານ ແລະ ຕໍ່ການປະ ກອບອາຊີບຂອງຕົນ ລວມເຖີງແຫລ່ງທີ່ມາຂອງຂໍ້ມູນຂ່າວ ສານນັ້ນ ຕ້ອງມີຄວາມໜ້າເຊື່ອຖືໄດ້.

ແຫຼ່ງຂໍ້ມູນ: ຂປລ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version