Home ສຶກສາ ໂຄງການ Bridge Laos ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານ ປີ 2022 ພ້ອມສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບ

ໂຄງການ Bridge Laos ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານ ປີ 2022 ພ້ອມສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບ

0

ໂຄງການ Bridge Laos ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການ ປະຈໍາປີ 2022 ແລະ ແຜນປະຈໍາປີ 2023 ພ້ອມທັງກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະຮັບຜິດຊອບໂຄງການຮ່ວມມື ລະຫວ່າງ ຄະນະກຳມາທິການແຫ່ງຊາດ ລາວ-ສ.ເກົາຫຼີ ເພື່ອອຸຍເນັດສະໂກ ສົົ່ງເສີມເປົ້າໝາຍການພັດທະນາແບບຍືນຍົງ-ເປົ້າໝາຍທີ 4 ເມື່ອວັນທີ 8 ສິງຫາ 2023 ທີ່ໂຮງແຮມທະວີສຸກ ເມືອງວັງວຽງ ແຂວງວຽງຈັນ ໂດຍໃຫ້ກຽດເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມາທິການແຫ່ງຊາດລາວ ເພື່ອອຸຍເນັດສະໂກ, ທ່ານ JUNG Yung Soo ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ, ມີທ່ານ ສີຊະນະ ບຸບຜາ ຫົວໜ້າກົມການສຶກສານອກໂຮງຮຽນ, ທ່ານ ຮສ.ປອ ນາງ ສີລິນທອນ ສັກລໍຄຳ ຫົວໜ້າກົມຮ່ວມມືກັບຕ່າງປະເທດ, ທັງເປັນເລຂາທິການ ຫ້ອງການເລຂາ ຄະນະກໍາມາທິການແຫ່ງຊາດລາວ ເພື່ອອຸຍເນັດສະໂກ (ຄລອ) ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ຈາກແຂວງຫຼວງພະບາງ, ແຂວງໄຊຍະບູລີ ແລະ ແຂວງສະຫວັນນະເຂດ ຕະຫຼອດຮອດວິຊາການຈາກກົມທີ່ກ່ຽວຂ້ອງເຂົ້າຮ່ວມ.

ການຈັດກອງປະຊຸມດັ່ງກ່າວນີ້, ແມ່ນເພື່ອສະຫຼຸບຕີລາຄາຄືນຜົນໄດ້ຮັບ ແລະ ຜົນສໍາເລັດການເຄື່ອນໄຫວກິດຈະກໍາໂຄງການ ປະຈໍາປີ 2022, ເພື່ອຮັບຮູ້ແຜນການເຄື່ອນໄຫວກິດຈະກໍາ ປະຈໍາປີ 2023 ແລະ ເພື່ອຖອດຖອນບົດຮຽນ ແລະ ປຶກສາຫາລືກ່ຽວກັບບັນດາຂໍ້ຄົງຄ້າງຂອງການຈັດຕັ້ງປະຕິບັດໂຄງການ ປະຈໍາປີ 2023.

ໂອກາດເປີດກອງປະຊຸມ, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວວ່າ: ກະຊວງສຶກສາທິການ ແລະ ກິລາ ຍາມໃດກໍໃຫ້ຄວາມສຳຄັນແກ່ການເຂົ້າເຖິງການສຶກສາທີ່ມີຄຸນນະພາບ ແລະ ທົ່ວເຖິງໃຫ້ແກ່ຄົນລາວທຸກຄົນ ແລະ ສົ່ງເສີມການຮຽນຮູ້ຕະຫຼອດຊີວິດ. ການສຶກສານອກໂຮງຮຽນ ແມ່ນຂະແໜງການຍ່ອຍໜຶ່ງທີ່ນອນຢູ່ໃນແຜນພັດທະນາຂະແໜງການສຶກສາ ແລະ ກິລາ ແຕ່ລະໄລຍະ. ຢູ່ໃນການຈັດຕັ້ງແຜນພັດທະນາການສຶກສາ ແລະ ກິລາໃນໄລຍະ 1 ສັດຕະວັດທີ່ຜ່ານມາ ພວກເຮົາມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນການປະກາດລົບລ້າງຄວາມບໍ່ຮູ້ໜັງສືໃນທົ່ວປະເທດ, ການປະກາດຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງໃນທົ່ວປະເທດ ແລະ ພັດທະນາຂອບວຸດທິການສຶກສາ ທີ່ສາມາດເຊື່ອມຕໍ່ກັນລະຫວ່າງການສຶກສາໃນ ແລະ ນອກໂຮງຮຽນ ແລະ ການມີດຳລັດວ່າດ້ວຍການຮຽນຮູ້ຕະຫຼອດຊີວິດ. ແຕ່ເຖິງຢ່າງໃດກໍຕາມ, ການສະໜອງການສຶກສານອກໂຮງຮຽນໃຫ້ແກ່ກຸ່ມເປົ້າໝາຍຊາວໜຸ່ມ ແລະ ຜູ້ໃຫຍ່ທີ່ດ້ອຍໂອກາດ, ຜູ້ທີ່ຕ້ອງການຍົກລະດັບທັກສະ, ຝຶກອົບຮົມວິຊາຊີບ ແລະ ຜູ້ຕົກຫຼົ່ນຈາກສາຍສາມັນ ໂດຍຜ່ານສູນການຮຽນຮູ້ຊຸມຊົນ, ສູນການສຶກສານອກໂຮງຮຽນ ແລະ ຊ່ອງທາງອື່ນໆ ໂດຍສະເພາະໃນເຂດຫ່າງໄກສອກຫຼີກ ແລະ ຜູ້ດ້ອຍໂອກາດ ຍັງບໍ່ມີຄຸນນະພາບເປັນທີ່ໜ້າເພິ່ງພໍໃຈ ແລະ ບໍ່ທົ່ວເຖິງ.

ໂຄງການ Bridge Laos ເປັນໂຄງການຊ່ວຍເຫຼືອລ້າຈາກລັດຖະບານ ສ.ເກົາຫຼີ ທີ່ມີໄລຍະການຈັດຕັ້ງປະຕິບັດ 5 ປີ ຕັ້ງແຕ່ 2020 ເຖິງປີ 2024 ເປັນໂຄງການຮ່ວມມືລະຫວ່າງ ຫ້ອງການຄະນະກຳມະທິການແຫ່ງຊາດ ລາວ ແລະ ສ.ເກົາຫຼີ ເພື່ອອຸຍເນັດສະໂກ ຊຶ່ງຈຸດປະສົງຂອງໂຄງການແມ່ນສົ່ງເສີມວຽກງານການສຶກສານອກໂຮງຮຽນ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ເປົ້າໝາຍ 4 ຫຼື SDG 4. ສຳລັບຢູ່ ສປປ ລາວ ໂຄງການແມ່ນສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ສູນການຮຽນຮູ້ຊຸມຊົນ ໃນການຈັດຕັ້ງການຮຽນການສອນ ເພື່ອລົບລ້າງຄວາມບໍ່ຮູ້ໜັງສືໃນກຸ່ມເປົ້າໝາຍ ເດັກນ້ອຍ-ຊາວໜຸ່ມທີ່ດ້ອຍໂອກາດ ແລະ ສູນເສຍໂອກາດດ້ານການສຶກສາ ຄຽງຄູ່ກັບການຝຶກອົບຮົມວິຊາຊີບຂັ້ນພື້ນຖານໃຫ້ແກ່ຊຸມຊົນ ໃນການເພີ່ມທັກສະຊີວິດທາງດ້ານການປູກຝັງ, ລ້ຽງສັດ ແລະ ປຸງແຕ່ງ ເພື່ອສົ່ງເສີມໃຫ້ປະຊາຊົນມີວຽກເຮັດງານທຳ, ສ້າງເສດຖະກິດຄອບຄົວໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ. ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາເຫັນວ່າ ຈຸດປະສົງ ແລະ ກິດຈະກຳຂອງໂຄງການແມ່ນສອດຄ່ອງ ແລະ ປະກອບສ່ວນສຳຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາ ໄລຍະປີ 2021-2025 ກໍຄືຂະແໜງການຍ່ອຍການສຶກສານອກໂຮງຮຽນ ແລະ ໄດ້ປະກອບສ່ວນຫຼຸດຜ່ອນຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ດ້ວຍການສະໜອງຂໍ້ມູນທີ່ເປັນປະໂຫຍດທາງດ້ານການປ້ອງກັນພະຍາດ, ວັດຖຸອຸປະກອນ ແລະ ສິ່ງອຳນວຍຄວາມສະດວກໃນການສິດສອນ ຊຶ່ງເຮັດໃຫ້ສູນການຮຽນຮູ້ຊຸມຊົນສາມາດສືບຕໍ່ຈັດການຮຽນການສອນໃຫ້ແກ່ປະຊາຊົນ. ຫຼາຍໄປກວ່ານັ້ນ, ໂຄງການດັ່ງກ່າວຍັງໄດ້ສ້າງຄວາມເຂັ້ມແຂງດ້ານການບໍລິຫານຄຸ້ມຄອງທາງດ້ານວິຊາການ ຄຽງຄູ່ໄປກັບການພັດທະນາລະບົບວຽກງານການສຶກສານອກໂຮງຮຽນໃນແຕ່ລະຂັ້ນ ຕັ້ງແຕ່ຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນທ້ອງຖິ່ນໃນ 3 ແຂວງເປົ້າໝາຍ ຄື: ແຂວງຫຼວງພະບາງ, ແຂວງໄຊຍະບູລີ ແລະ ແຂວງສະຫວັນນະເຂດ ໃຫ້ໄດ້ຮັບການພັດທະນາດີຂຶ້ນ.

ໃນກອງປະຊຸມ, ທ່ານ ນາງ ພິລານີ ພິດສະໄໝ ຮອງຫົວໜ້າກົມການສຶກສານອກໂຮງຮຽນ ໄດ້ສະເໜີການຕີລາຄາຄືນຜົນໄດ້ຮັບການຈັດຕັັ້ງປະຕິບັດໂຄງການປະຈໍາປີ 2022 ແລະ ແຜນກິດຈະກໍາຂອງໂຄງການ ປີ 2023 ຊຶ່ງໃນໄລຍະ 1 ປີຜ່ານມາ ໄດ້ຈັດກອງປະຊຸມຊີ້ແຈງໂຄງການໃຫ້ແກ່ຄະນະນໍາຂັ້ນແຂວງ, ຂັ້ນເມືອງ, ເກັບກໍາຂໍ້ມູນເພື່ອຄັດເລືອກກຸ່ມເປົ້າໝາຍ, ສະໜອງອຸປະກອນໃຫ້ໄດ້ຮຽນ ແລະ ຝຶກອົບຮົມວິຊາຊີບໃຫ້ກຸ່ມເປົ້າໝາຍ, ສະໜອງອຸປະກອນເຄື່ອງຮັບໃຊ້ຫ້ອງການໃຫ້ສູນ ການສຶກສານອກໂຮງຮຽນ (ກສນ) ແລະ ສູນ ກສນ ຂັ້ນແຂວງ, ສະໜອງພາຫະນະ (ລົດຈັກ) ໃຫ້ 6 ເມືອງເປົ້າໝາຍ ແລະ ລົດຕູ້ 1 ຄັນໃຫ້ຫ້ອງການກໍາມາທິການແຫ່ງຊາດ ເພື່ອອຸຍເນັດສະໂກ ໃນການຄຸ້ມຄອງການຈັດຕັ້ງປະຕິບັດໂຄງການ, ສ້າງຄວາມເຂັ້ມແຂງໃຫ້ຄູຂະແໜງ ກສນ ແລະ ຄູສາມັນ, ພະແນກສຶກສາທິການ ແລະ ກິລາແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ ໃນການເຂົ້າໃຈວິທີການສິດສອນທີ່ຫຼາຍວິທີ, ການສອນຜູ້ໃຫຍ່ປະເມີນຜົນ ພ້ອມວິທີການຝຶກອົບຮົມວິຊາຊີບ, ພັດທະນາເຄື່ອງມືປະເມີນຜົນການຮຽນຂອງຜູ້ກ່ຽວ ແລະ ປະເມີນພາຍຫຼັງ 5 ປີຝຶກວິຊາຊີບ, ລົງຕິດຕາມປະເມີນຜົນສໍາເລັດການຈັດຕັ້ງປະຕິບັດໂຄງການໃນ 1 ປີຂອງຂັ້ນສູນກາງ, ຂັ້ນແຂວງ ແລະ ເມືອງ, ສົ່ງບົດລາຍງານຜົນຂອງການຈັດຕັ້ງປະຕິບັດວຽກໂຄງການ ໃນ 1 ປີຜ່ານມາ ແລະ ບົດລາຍງານການເງິນໃຫ້ຄະນະນໍາ ແລະ ໃຫ້ອົງກອນສະໜັບສະໜູນ, ຈັດກອງປະຊຸມເຜີຍແຜ່ຜົນງານການຈັດຕັ້ງປະຕິບັດໂຄງການ 1 ປີຜ່ານມາ ໃຫ້ຄະນະນໍາຊາບ ແລະ ແຈກຢາຍບົດລາຍງານໃຫ້ພາກສ່ວນກ່ຽວຂ້ອງຮັບຊາບ.

ນອກຈາກນີ້, ກອງປະຊຸມຍັງໄດ້ນໍາສະເໜີຜົນສໍາເລັດການຝຶກອົບຮົມວິຊາຊີບໃນແຂວງສະຫວັນນະເຂດ, ການຈັດຕັັ້ງການຮຽນການສອນການສຶກສານອກໂຮງຮຽນໃນແຂວງໄຊຍະບູລີ ແລະ ການສ້າງຄວາມເຂັ້ມແຂງໃຫ້ຄູຝຶກ ກສນ ໃນແຂວງຫຼວງພະບາງ ແລະ ປະກອບຄໍາເຫັນກ່ຽວກັບການຈັດຕັັ້ງປະຕິບັດໂຄງການຜ່ານມາ ແລະ ແຜນໃນຕໍໍ່ໜ້າອີກດ້ວຍ. ສໍາລັບກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການ Bridge Laos ປະຈໍາປີ 2022 ແລະ ແຜນປະຈໍາປີ 2023 ແມ່ນໄດ້ປິດລົງໃນວັນດຽວກັນ. ສ່ວນກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະຮັບຜິດຊອບໂຄງການຮ່ວມມື ລະຫວ່າງ ຄະນະກຳມາທິການແຫ່ງຊາດ ລາວ-ສ.ເກົາຫຼີ ເພື່ອອຸຍເນັດສະໂກ ສົົ່ງເສີມເປົ້າໝາຍການພັດທະນາແບບຍືນຍົງ-ເປົ້າໝາຍທີ 4 ແມ່ນສືບຕໍ່ດໍາເນີນໄປຈົນເຖິງວັນທີ 11 ສິງຫາ 2023.

ໂດຍ: ດາວຫວຽດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version