Home ຂ່າວພາຍໃນ ຍົກລະດັບຫລັກສູດວິຊາຊີບຊ່ຽວຊານບັນຊີ ຊຸດທີ 18

ຍົກລະດັບຫລັກສູດວິຊາຊີບຊ່ຽວຊານບັນຊີ ຊຸດທີ 18

0

ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ(ສວ-ບກລ), ໄດ້ຈັດງານປະຖົມນິເທດ ແລະເປີດຊຸດຝຶກອົບຮົມ ຫລັກສູດວິຊາຊີບຊ່ຽວຊານບັນຊີ ຊຸດທີ 18(CPA XVIII) ຂຶ້ນໃນວັນທີ 5 ສິງຫາ 2023 ຜ່ານມານີ້, ໃຫ້ກຽດເປັນປະທານຂອງທ່ານນາງ ດາວອນ ທອງຈັນ ຫົວໜ້າກົມຄຸ້ມຄອງການບັນຊີກະຊວງການເງິນ ແລະ ທ່ານ ສອນໄຊ ສີລາເພັດ ປະທານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ; ມີຮອງຫົວໜ້າສະຖາບັນການເງິນ-ການບັນຊີ, ຄະນະບໍລິຫານງານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ຫົວໜ້າ-ຮອງຫົວໜ້າຂະແໜງ, ບັນດານັກຝຶກຮົບຮົມຊ່ຽວຊານນັກບັນຊີ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການນໍາສະເໜີສະພາບລວມຂອງ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ຫລັກສູດວິີຊາຊີບຊ່ຽວຊານບັນຊີ CPA, ລະບຽບກ່ຽວກັບການຝຶກງານເປັນຊ່ຽວຊານນັກບັນຊີ, ຜົນໄດ້ຮັບຫລັງຈາກຈົບຫລັກສູດ ແລະ ທາງເລືອກ ໃນການປະກອບອາຊີບ, ຈັນຍາບັນດ້ານວິຊາຊີບການບັນຊີ, ລະ ບຽບການຮຽນ-ການສອນ, ການສອບເສັງ, ນິຕິກຳກ່ຽວຂ້ອງ ກັບການປະກອບອາຊີບການບັນຊີ ແລະ ກວດສອບ ລວມທັງລະບຽບການທີ່ກ່ຽວຂ້ອງກັບການຝຶກອົບຮົມ ເພື່ອເຮັດໃຫ້ບັນດານັກຝຶກອົບຮົມ ໄດ້ເຂົ້າ ໃຈລະບຽບການຕ່າງໆ ກ່ອນເລີ່ມຝຶກອົບຮົມຢ່າງເປັນທາງການ ໃນວັນທີ 12 ສິງຫາ 2023 ໂດຍຈະໃຊ້ໄລຍະເວລາທັງໝົດ 3 ປີ, ມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 382 ທ່ານ. ໃນນີ້, ມີພະນັກງານຈາກບັນດາບໍລິສັດ ເອກະຊົນ 328 ທ່ານ, ພະນັກງານ-ລັດຖະກອນຂອງລັດ 39 ທ່ານ, ສະຖາບັນການສຶກສາ 11 ທ່ານ ແລະ ພະນັກງນຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ 4 ທ່ານ.

ໂອກາດນີ້, ທ່ານ ນາງ ດາວອນ ທອງຈັນ ໄດ້ມີຄໍາເຫັນສະແດງຄວາມຊົມເຊີຍ ຕໍ່ຊຸດຝຶກອົບຮົມຫລັກສູດວິຊາຊີບຊ່ຽວຊານບັນຊີ ຊຸດທີ 18(CPA XVIII), ສໍາລັບສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ແມ່ນການຈັດຕັ້ງໜຶ່ງຂຶ້ນກັບກະຊວງການເງິນ, ໂດຍມີບົດບາດໃນການສ້າງທີ່ປຶກສາການບັນຊີ ແລະ ເຕົ້າໂຮມສະມາຊິກຂອງຕົນ, ຕໍ່ມາໄດ້ປ່ຽນຊື່ເປັນສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ເພື່ອໃຫ້ສອດຄ່ອງກັບກົດໝາຍ ວ່າດ້ວຍການບັນຊີ ປີ 2013 ແລະ ກົດໝາຍ ກວດສອບອິດສະຫລະ ປີ 2014 ເຊິ່ງເປັນການປະກອບສ່ວນອັນສໍາຄັນ ໃນການພັດທະນາເສດຖະກິດ-ສັງຄົມ, ເປັນການຊຸກຍູ້ນໍາພາ, ເຕົ້າ ໂຮມສະມາຊິກ ລວມທັງປົກປ້ອງສິດທິຜົນປະໂຫຍດອັນຊອບທຳ ຂອງນັກບັນຊີ ແລະ ນັກກວດສອບໃຫ້ເຄື່ອນໄຫວຖືກຕ້ອງ ຕາມລະບຽບກົດໝາຍ, ທັງເປັນການຊ່ວຍຊູກຍູ້ບັນດາຫົວໜ່ວຍທຸລະກິດ, ວິສາຫະກິດ ທັງພາກລັດ ແລະ ເອກະຊົນ ຖືບັນຊີຢ່າງຖືກຕ້ອງຕາມລະບຽບກົດໝາຍ ແລະ ອື່ນໆ.

ສະນັ້ນ, ການເປີດຊຸດຝຶກອົບຮົມ ຫລັກສູດວິຊາຊີບຊ່ຽວຊານນັກບັນຊີ ຊຸດທີ 18(CPA XVIII)ເປັນການຍົກລະດັບວິຊາຊີບການບັນຊີ ໃຫ້ມີຄຸນນະພາບ, ສ້າງຄວາມໜ້າເຊື່ອຖືດ້ານວິຊາຊີບ ດ້ວຍການຍົກສູງຄຸນຄ່າ ທາງຈັນຍາບັນ, ສ້າງນັກຊ່ຽວຊານບັນຊີລາວ ໃຫ້ເປັນທີ່ຮັບຮູ້ໃນອາຊຽນ ແລະ ສອດຄ່ອງກັບມາດຕະຖານສາກົນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version