Home ຂ່າວໜ້າໜຶ່ງ ວຽກງານສື່ມວນຊົນ ມີຄວາມສຳຄັນຊຸກຍູ້ການພັດທະນາ

ວຽກງານສື່ມວນຊົນ ມີຄວາມສຳຄັນຊຸກຍູ້ການພັດທະນາ

0

ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນລາວ ຄົບຮອບ 73 ປີ 13 ສິງຫາ ທີ່ຈະມາເຖິງນີ້, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໂດຍຢືນຢັນວ່າ ວຽກງານສື່ມວນຊົນແມ່ນມີອິດທິພົນສູງໃນສັງຄົມ ແລະ ມີຄວາມສໍາຄັນ ໃນການຊຸກຍູ້ການພັດທະນາດ້ານຕ່າງໆ ຂອງປະເທດເຮົາ. ສື່ມວນຊົນ ຍັງເປັນຜູ້ສ່ອງແສງທຸກການເຄື່ອນໄຫວຂອງສັງຄົມ, ເປັນແຮງຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ລວມທັງວຽກງານຮັກສາຄວາມປອດ ໃນການດໍາລົງຊີວິດຂອງປະຊາຊົນໃນສັງຄົມ, ເປັນຜູ້ຊີ້ແຈງ ແລະ ສ້າງຄວາມເຂົ້າໃຈໃນບັນຫາຕ່າງໆທີ່ເກິດຂື້ນຢ່າງຖືກຕ້ອງ, ເປັນເວທີລະຫວ່າງອົງການບໍລິຫານ, ການປົກຄອງກັບປະຊາຊົນ, ພ້ອມທັງກະຕຸກຊຸກຍູ້ສ້າງຄວາມສາມັກຄີເປັນປຶກແຜ່ນ, ຮັກຊາດ, ຮັກບ້ານເກີດເມືອງນອນ ແລະ ພ້ອມກັນສ້າງສາພັດທະນາຢ່າງບໍ່ຢຸດຢັ້ງ.

ສໍາລັບສື່ມວນຊົນລາວ ນັບແຕ່ມື້ສ້າງຕັ້ງກໍໄດ້ເຕີບໃຫຍ່ເຂັ້ມແຂງເປັນແຕ່ລະໄລຍະ, ຈາກນໍາໃຊ້ເຄື່ອງມືອຸປະກອນແບບປະຖົມປະຖານ ກໍກ້າວມີອຸປະກອນທີ່ທັນສະໄໝ, ພະນັກງານຈາກລະດັບຄວາມຮັບຮູ້ທີ່ອອ່ນນ້ອຍ ກໍກ້າວສູ່ເປັນຜູ້ມີຄວາມຊໍານານງານ, ເປັນຊ່ຽວຊານ ແລະ ມາຮອດປັດຈຸບັນ ແຕ່ລະສໍານັກງານສື່ມວນຊົນ ກໍໄດ້ມີການພັດທະນາຕົນເອງຢ່າງວ່ອງໄວ ທັນການ. ປັດຈຸບັນ ສື່ແບບໃໝ່ ຫລື ສື່ອອນລາຍ ໄດ້ມີບົດບາດ ແລະ ອິດທິພົນຫລາຍ, ມັນສາມາດແຜ່ກະຈາຍ ໄດ້ໄວ, ກວ້າງຂວາງ ແລະ ສົ່ງຜົນກະທົບໄວຕໍ່ການເຄື່ອນໄຫວໃນສັງຄົມ. ແຕ່ສື່ດັ່ງກ່າວ ກໍມີທັງ ດ້ານດີ ແລະ ດ້ານຫຍໍ້ທໍ້ ຖ້າຜູ້ທີ່ນໍາໃຊ້ດີ ກໍມີປະໂຫຍດຫລວງຫລາຍ ແຕ່ກໍມີຈໍານວນໜຶ່ງ ໄດ້ນໍາໃຊ້ສື່ດັ່ງກ່າວໄປໃນທາງທີ່ຜິດ, ສ້າງຂ່າວປອມປັ່ນປ່ວນ ແລະ ສ້າງຄວາມແຕກແຍກໃນ ສັງຄົມ, ຍິ່ງໄປກວ່ານັ້ນ ຍັງໂຄສະນາໃສ່ຮ້າຍປ້າຍສີຕໍ່ແນວທາງ ນະໂຍບາຍອັນຖືກຕ້ອງຂອງ ພັກ ແລະ ລັດຖະບານເຮົາ.

ແນວໃດກໍຕາມ, ທ່ານຮອງລັດຖະມົນຕີກະຊວງ ຖວທ ໄດ້ຮຽກຮ້ອງມາຍັງສື່ມວນຊົນລາວ ສືບຕໍ່ເຮັດໜ້າທີ່ເປັນກະບອກສຽງສໍາຄັນ ໃຫ້ແກ່ພັກ-ລັດ ແລະ ປະຊາຊົນບັນດາເຜົ່າ ເພື່ອໂຄສະນາແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ, ລະບຽບກົດໝາຍຂອງລັດ, ປະກອບສ່ວນໂຄ ສະນາວຽກງານການກໍ່ສ້າງຮາກຖານ, ພັດທະນາຊົນນະບົດຮອບດ້ານ ແນໃສ່ເຮັດໃຫ້ຄວາມທຸກຍາກຂອງປະຊາຊົນຫລຸດລົງເທື່ອລະກ້າວ. ພ້ອມທັງເປັນເວທີໃຫ້ຂໍ້ມູນຂ່າວສານ, ສາລະໜ້າຮູ້ ແລະ ສາລະບັນເທີງ, ສ້າງຄວາມສາມັກຄີປອງດອງ, ກະຕຸກຊຸກຍູ້ໃຫ້ທຸກຊັ້ນຄົນໃນສັງຄົມ ປະຕິບັດລະບຽບກົດໝາຍ, ຊອກຢູ່ທໍາມາຫາກິນ ແລະ ປະກອບສ່ວນ ເປັນກໍາລັງແຮງສ້າງສາພັດທະນາປະເທດຊາດ.

ໄປຄຽງຄູ່ກັນນັ້ນ, ສື່ມວນຊົນຕ້ອງໄດ້ປັບປຸງ ແລະ ພັດທະນາລະບົບເຕັກໂນໂລຊີແບບໃໝ່, ເປັນທັນສະໄໝ ແລະ ຍົກລະດັບບຸກຄະລາກອນສື່ ໃຫ້ມີຄຸນນະພາບສູງຂຶ້ນ, ທັງສາມາດວິເຄາະ ວິໄຈ, ວິຈານ ບັນຫາຕ່າງໆໃຫ້ສັງຄົມ, ໃຫ້ຄວາມຮູ້ ແລະ ສືກສາອົບຮົມສັງຄົມ ຕາມຫລັກການ 4 ລັກສະນະຂອງສື່ມວນຊົນລາວ ຄື: ລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ, ລັກສະນະແນະນໍາ ແລະ ລັກສະນະຕໍ່ສູ້.

ຮູບ: ເກດສະໜາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version