Home ຂ່າວພາຍໃນ ປກສ ເມືອງໂພນໂຮງ ມອບລົດຈັກຈໍານວນ 5 ຄັນ ຄືນເຈົ້າຂອງເດີມ

ປກສ ເມືອງໂພນໂຮງ ມອບລົດຈັກຈໍານວນ 5 ຄັນ ຄືນເຈົ້າຂອງເດີມ

0

ໃນວັນທີ 2 ສິງຫາ 2023 ທີ່ຜ່ານມາ, ເຈົ້າໜ້າທີ່ພະແນກຕໍາຫຼວດ ກອງບັນຊາການ ປກສ ໂພນໂຮງ ແຂວງວຽງຈັນ ໄດ້ມອບລົດຈັກຈໍານວນ 5 ຄັນ ຄືນເຈົ້າຂອງເດີມ, ເຊິ່ງລົດຈັກຈໍານວນດັ່ງກ່າວແມ່ນ ຖືກຄົນບໍ່ດີລັກໄປໃນໄລຍະເດືອນກຸມພາ ຫາ ເດືອນພຶດສະພາ 2023 ຜ່ານມາ ພິທີມອບ-ຮັບໄດ້ຈັດຂື້ນຢູ່ທີ່ພະແນກຕໍາຫຼວດ ໂດຍການເຂົ້າຮ່ວມຂອງ ພັຕ ວິໄລທອງ ຫຼວງອາໄພ ຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງໂພນໂຮງ, ມີເຈົ້າຂອງລົດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃຫ້ກຽດມອບລົດຈັກຈໍານວນ 5 ຄັນ ໂດຍແມ່ນ ພັຕ ວິໄລທອງ ຫຼວງອາໄພ ຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງໂພນໂຮງ ຕ່າງໜ້າຮັບໂດຍແມ່ນທ່ານ ນາງ ຄໍາຜ່ອນ ອາຊີບຊາວນນາ ຢູ່ບ້ານນາໝາກ ເມືອງທຸລະຄົມ ແຂວງວຽຈັນ ມີເຈົ້າຂອງລົດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ໂອກາດດຽວກັນນີ້, ເຈົ້າຂອງຊັບກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈມາຍັງເຈົ້າ ໜ້າທີ່ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ ຈຶ່ງສາມາດຈັບຕົວເປົ້າໝາຍລັກລົດຈັກລາຍສໍາຄັນໄດ້ ພ້ອມທັງເກັບກູ້ລົດຈັກຄືນມາໄດ້ຈໍານວນ 5 ຄັນ ແລະ ໄດ້ມອບຄືນໃຫ້ເຈົ້າຂອງເດີມເປັນທີ່ຮຽບຮ້ອຍແລ້ວ.

ພ້ອມນັ້ນ, ພັຕ ວິໄລທອງ ຫຼວງອາໄພ ຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງໂພນໂຮງ ຍັງໄດ້ຮຽກຮ້ອງໃຫ້ເຈົ້າຂອງຊັບ ແລະ ປະຊາ ຊົນບັນດາເຜົ່າ ຈົ່ງເອົາໃຈໃສ່ໃນການປົກປັກຮັກສາວັດຖຸສິງຂອງທີ່ມີຄ່າໄວ້ໃຫ້ດີ ເພື່ອບໍ່ໃຫ້ຄົນບໍ່ດີສວຍໂອກາດລັກຊັບຂອງທ່ານ ແລະ ຊ່ວຍເປັນຫູເປັນຕາໃຫ້ເຈົ້າໜ້າທີ່ ເມື່ອມີຄົນມາຂາຍລົດຈັກທີ່ບໍ່ມີເອກະສານຄົບຖ້ວນ ຫຼື ລາຄາລົດຈັກຖືກກວ່າຄວາມເປັນຈິງແມ່ນໃຫ້ແຈ້ງຕໍ່ເຈົ້າໜ້າທີ່ ທີ່ກ້ຽວຂ້ອງ ແລະ ບໍ່ຄວນຊື້ຢ່າງເດັດຂາດ.

ຂ່າວ: ຈັນດາລາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version