Home ຂ່າວໜ້າໜຶ່ງ ເລຂາທິການໃຫຍ່ ພັກ ປປ ລາວ ປະທານປະເທດ ພົບປະຜ່ານວິດີໂອທາງໄກກັບ ປະທານພັກປະຊາຊົນກໍາປູເຈຍ

ເລຂາທິການໃຫຍ່ ພັກ ປປ ລາວ ປະທານປະເທດ ພົບປະຜ່ານວິດີໂອທາງໄກກັບ ປະທານພັກປະຊາຊົນກໍາປູເຈຍ

0

ໃນວັນທີ 8 ສິງຫາ ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ພົບປະຜ່ານວິດີໂອທາງໄກກັບ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ປະທານພັກປະຊາຊົນ ກໍາປູເຈຍ ນາຍົກລັດຖະມົນຕີກໍາປູເຈຍ.

ການພົບປະຄັ້ງນີ້ແມ່ນການປະຕິບັດຕາມກົນໄກການຮ່ວມມື ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກໍາປູເຈຍ. ໃນໂອກາດດັ່ງກ່າວ, ສະຫາຍເລຂາທິການໃຫຍ່ ໄດ້ສະແດງຄວາມປິຕິຍິນດີຕໍ່ການພົບປະລະຫວ່າງ ສອງຝ່າຍ, ພ້ອມທັງໄດ້ແຈ້ງສະພາບການພົ້ນເດັ່ນພາຍໃນປະເທດ ກໍຄືສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍໃຫ້ຄວາມສົນໃຈ.

ນອກນັ້ນ, ສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ພັກປະຊາຊົນ ກໍາປູເຈຍ ທີ່ໄດ້ໄຊຊະນະຢ່າງໃຫຍ່ຫຼວງໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VII ທີ່ຜ່ານມາ. ສອງຝ່າຍໄດ້ເອກະພາບກັນຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອຄວາມສາມັກຄີ ຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ.

ໃນໂອກາດທີ່ກໍາປູເຈຍ ກໍາລັງປັບປຸງຄະນະລັດຖະ ບານຊຸດໃໝ່ ໂດຍຈະມີ ທ່ານ ຮຸນ ມາແນດ ເປັນນາຍົກລັດຖະມົນຕີ, ສະຫາຍເລຂາທິການໃຫຍ່ ພັກ ປປ ລາວ ປະທານປະເທດ ໄດ້ສະແດງຄວາມຊົມເຊີຍ ແລະ ສະແດງຄວາມຍິນດີຈະໃຫ້ການສະ ໜັບສະໜູນລັດຖະບານກໍາປູເຈຍຊຸດໃໝ່ ເພື່ອສືບຕໍ່ປະຕິບັດມູນເຊື້ອການຮ່ວມມື ລະຫວ່າງ ສອງພັກ ກໍຄື ລະຫວ່າງ ສອງລັດຖະບານ, ຕີລາຄາສູງ ຕໍ່ບັນ ດາຜົນສໍາເລັດອັນພົ້ນເດັ່ນທີ່ ພັກ, ລັດ ແລະ ປະຊາຊົນກໍາປູເຈຍ ຍາດມາໄດ້ໃນການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດຂອງຕົນ, ພ້ອມທັງເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳ-ນຳພາອັນເຂັ້ມແຂງຂອງ ພັກປະຊາຊົນກຳປູເຈຍ ອັນມີ ສົມ ເດັດ ເຕໂຈ ຮຸນແຊນ ເປັນຜູ້ນໍາພາ, ພັກ-ລັດຖະ ບານ ແລະ ປະຊາຊົນກຳປູເຈຍ ຈະສາມາດຍາດໄດ້ໄຊຊະນະໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ກ້າວໄປສູ່ຄວາມຈະເລີນວັດທະນາ.

ສົມເດັດ ເຕໂຈ ຮຸນແຊນ ໄດ້ສະແດງຄວາມຂອບ ໃຈຕໍ່ການແຈ້ງສະພາບພົ້ນເດັ່ນພາຍໃນຂອງ ສປປ ລາວ ແລະ ຕີລາ ຄາສູງຕໍ່ຜົນສໍາເລັດຂອງພັກ, ລັດ ແລະ ປະຊາຊົນລາວ ໃນການນໍາພາ-ຊີ້ນໍາປະຊາ ຊົນລາວບັນດາເຜົ່າ ໃນການສ້າງສາພັດທະນາປະ ເທດຊາດ.

ໃນໂອກາດດັ່ງກ່າວ, ສົມເດັດ ຍັງໄດ້ແຈ້ງໃຫ້ຝ່າຍລາວຊາບ ກ່ຽວກັບສະພາບການພົ້ນເດັ່ນພາຍໃນພັກ, ພາຍໃນປະເທດກໍາປູເຈຍ, ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ລະ ຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ກໍຄື ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອມາແຕ່ດົນນານ ແລະ ການພົວພັນແບບຄູ່ຮ່ວມຍຸດທະ ສາດ ຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ລາວ-ກໍາປູເຈຍ ຈົ່ງໄດ້ຮັບການເສີມຂະຫຍາຍ ແລະ ແຕກອອກອອກຜົນເປັນກ້າວໆມາ.

ການພົບປະທາງໄກຄັ້ງນີ້, ສອງຝ່າຍໄດ້ປຶກສາຫາລື ແລະ ມີຄວາມເປັນເອກະພາບ ກ່ຽວກັບ ທິດທາງແຜນການການຮ່ວມມືໃນຕໍ່ໜ້າ ລະຫວ່າງ ພັກ ປປ ລາວ ແລະ ພັກປະຊາຊົນກຳປູເຈຍ ໃຫ້ກ້າວເຂົ້າສູ່ລ່ວງເລິກຢ່າງຕໍ່ເນື່ອງ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ກໍາປູເຈຍ.

ຂ່າວ: ຄຕພ, ພາບ: ສຳນານ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version