Home ຂ່າວພາຍໃນ ປິດຊຸດອົບຮົມຄູຝືກ ລະບົບຄຸ້ມຄອງການຈັດເກັບ ລາຍຮັບຄ່າທຳນຽມ-ພາສີທີ່ດິນແບບເອເລັກໂຕຣນິກ

ປິດຊຸດອົບຮົມຄູຝືກ ລະບົບຄຸ້ມຄອງການຈັດເກັບ ລາຍຮັບຄ່າທຳນຽມ-ພາສີທີ່ດິນແບບເອເລັກໂຕຣນິກ

0

ພິທີປິດຊຸດຝຶກອົບຮົມຄູຝືກ ລະບົບຄຸ້ມຄອງການຈັດເກັບລາຍ ຮັບຄ່າທຳນຽມທາງ ແບບເອເລັກໂຕຣນິກ (RTMS) ແລະ ລະບົບຄຸ້ມຄອງເກັບລາຍຮັບພາສີທີ່ດິນ ແບບເອເລັກໂຕຣນິກ (LTMS) ໃນຂອບເຂດທົ່ວປະເທດຊຸດທີ 1 ຈັດຂຶ້ນໃນທ້າຍອາທິດຜ່ານມາ ພາຍຫລັງດຳເນີນມາເປັນເວລາ 5 ວັນ ໂດຍການເປັນປະທານ ຂອງ ທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ, ບັນດາທ່ານຫົວໜ້າພະແນກ, ຮອງຫົວໜ້າພະແນກ ອ້ອມຂ້າງກົມສ່ວຍສາອາກອນ, ສໍາມະນາກອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ສຳລັບການຝຶກອົບຮົມສ້າງຄູຝຶກ ເປັນການຝຶກເພີ່ມເຕີມ ໃນລະບົບ Tax RIS ໂດຍໄດ້ເນັ້ນໜັກໃສ່ 2 ໂມດູນ ຄື: 1. ລະບົບຈັດເກັບຄ່າທຳນຽມທາງແບບເອເລັກໂຕນິກ (RTMS) ຊຶ່ງລະບົບດັ່ງກ່າວ ແມ່ນການຢືນຢັນຂໍ້ມູນ ພາຫະນະຈາກກອງຄຸ້ມຄອງພາຫະນະ, ເພີ່ມຂໍ້ມູນລົດໃໝ່, ແກ້ໄຂຂໍ້ມູນກໍລະນີການຊໍາລະຜິດພາດ, ຮູບແບບສະຕິກເກີ ແມ່ນມີ 2 ຮູບແບບ ຄື: ແບບເປັນເຈ້ຍສະຕິກເກີ ແລະ ແບບອີສະຕິກເກີ, ສາມາດ ຕິດຕາມພາຫະນະທີ່ບໍ່ທັນຊໍາລະຄ່າທຳນຽມທາງ, ກວດສອບການຊໍາລະເປັນແຕ່ລະຈຸດໄດ້, ສະຫລຸບລາຍງານການຊໍາລະ ແລະ ສາມາດຮູ້ໄດ້ໄດ້ຢ່າງສະດວກວ່ອງໄວ ແລະ ໂປ່ງໄສ; (ການຊໍາລະຜ່ານທະນາຄານ ມີ 5 ທະນາຄານ ຄື: ທະນາຄານການຄ້າຕ່າງປະເທດ, ຮ່ວມພັດ ທະນາ, ພັດທະນາລາວ, ລາວ-ຫວຽດ ແລະ ທະນາຄານສົ່ງເສີມກະສິກໍາ); 2. ລະບົບຄຸ້ມຄອງເກັບລາຍຮັບພາສີທີ່ດິນແບບເອເລັກໂຕຣນິກ (LTMS) ຊຶ່ງລະບົບດັ່ງກ່າວ ສາມາດບັນທຶກຂໍ້ມູນຕອນດິນເອງໄດ້, ແຍກປະເພດຕອນດິນ, ເຂດບ້ານ, ປະເພດລາຍຮັບ, ແກ້ໄຂປັບປຸງຂໍ້ມູນຕອນດິນ, ສະຫລຸບ, ສັງລວມລາຍງານເປັນເຂດບ້ານ, ຂັ້ນຄຸ້ມຄອງ, ອອກໃບຮັບເງິນເປັນເຈ້ຍ ແລະ ໃບບິນເອເລັກໂຕຣນິກ, ອຳນວຍຄວາມສະດວກ ໃນການຊໍາລະຄ່າພາສີທີ່ດິນໄດ້ ຢູ່ອົງການປົກຄອງບ້ານ, ເມືອງ ແລະ ສ່ວຍສາອາກອນປະຈໍາແຂວງ ແລະ ທະນາຄານການຄ້າຕ່າງປະເທດ.

ໃນຕອນທ້າຍຂອງຊຸຝຶກອົບຮົມ ໄດ້ມີການປະເມີນຄືນເຖິງຄວາມຮັບຮູ້, ຄວາມເຂົ້າໃຈ ຂອງສໍາມະນາກອນ ກ່ອນພ້ອມອອກໃບຢັ້ງຢືນ ເພື່ອເປັນຢັ້ງຢືນເຖິງຜົນສໍາເລັດ ຂອງການຝຶກອົບຮົມສ້າງຄູຝຶກໂດຍ ມີຜູ້ເຂົ້າຮ່ວມທັງໝົດ 70 ທ່ານ, ຍິງ 19 ທ່ານ. ຜົນການປະເມີນ ແມ່ນຢູ່ໃນລະດັບ 50% ຂຶ້ນໄປ.

ຂ່າວ-ພາບ: ກະຊວງການເງິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version