Home ຂ່າວໜ້າໜຶ່ງ ສານຄົບຮອບ 56 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 26 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ສານຄົບຮອບ 56 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 26 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

0

ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ອ່ານສານໃນໂອກາດ ວັນຄົບຮອບ 56 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 26 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ.

ເນື່ອງໃນໂອກາດສະເຫລີມສະຫລອງ ຄົບຮອບ 56 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບ ຮອບ 26 ປີ ທີ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຂົ້າເປັນສະມາຊິກອາຊຽນ, ຂ້າພະເຈົ້າ ຂໍຖືໂອກາດນີ້ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ມາຍັງບັນດາຜູ້ນໍາພັກ-ລັດ, ພະນັກງານ, ທະຫານ, ຕໍາຫລວດ ແລະ ພີ່ນ້ອງຊາວລາວທຸກຖ້ວນໜ້າທັງພາຍໃນ ແລະ ຕ່າງປະເທດ ກໍຄື ຊາວຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ ແລະ ດໍາລົງຊີວິດຢູ່ ສປປ ລາວ.

ຕະຫລອດໄລຍະ 56 ປີ ທີ່ຜ່ານມາ, ອາຊຽນ ໄດ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ ທາງດ້ານຈໍານວນສະມາຊິກ ກໍຄື ຂອບການຮ່ວມມື, ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ແມ່ນເປົ້າໝາຍອັນສະເໝີຕົ້ນ ສະເໝີປາຍຂອງອາຊຽນ, ເຊິ່ງເປັນອົງການຈັດຕັ້ງພາກພື້ນລະຫວ່າງລັດຖະບານ ທີ່ມີຄວາມເປັນເອກະພາບ ບົນພື້ນຖານຄວາມຫລາກຫລາຍ ໄດ້ປະກອບ ສ່ວນເຂົ້າໃນພາລະກິດລວມ ແຫ່ງການສົ່ງເສີມ ແລະ ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ. ໃນປີ 2015, ອາຊຽນ ໄດ້ປະກາດສ້າງຕັ້ງປະຊາຄົມອາຊຽນ ທີ່ປະກອບດ້ວຍ 3 ເສົາຄໍ້າ: ປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ປະຊາຄົມເສດຖະກິດອາຊຽນ ແລະ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ. ປັດຈຸບັນ ອາຊຽນ ໄດ້ກາຍເປັນເສດຖະກິດໃຫຍ່ອັນດັບ 5 ຂອງໂລກ ແລະ ຄາດວ່າ ຈະກ້າວຂຶ້ນເປັນອັນດັບ 4 ຂອງໂລກ ໃນອະນາຄົດອັນໃກ້ໆນີ້, ການຮ່ວມມືຂອງອາຊຽນກັບພາຍນອກ ໄດ້ຂະຫຍາຍຕົວທັງລວງເລິກ ແລະ ລວງກ້ວາງ ໂດຍຜ່ານບັນດາກົນໄກການຮ່ວມມືທີ່ອາຊຽນສ້າງຕັ້ງຂຶ້ນ, ອາຊຽນ ເປັນຜູ້ນຳພາ ແລະ ເປັນແກນກາງ ອັນໄດ້ເອົາຜົນປະໂຫຍດຫລາຍດ້ານມາສູ່ອາຊຽນ ກໍຄື ປະເທດຄູ່ຮ່ວມເຈລະຈາ ແລະ ຄູ່ຮ່ວມພັດທະນາຂອງອາຊຽນ.

ສປປ ລາວ ໄດ້ໃຫ້ຄວາມສຳຄັນຕໍ່ອາຊຽນ ຕະຫລອດ 26 ປີຜ່ານມາ, ບັນດາຂະແໜງການຕ່າງໆຂອງ ສປປ ລາວ ໄດ້ເຂົ້າຮ່ວມເຄື່ອນໄຫວວຽກງານອາຊຽນ ຢ່າງຕັ້ງໜ້າ, ດ້ວຍຄວາມຮັບຜິດ ຊອບ ອັນໄດ້ປະກອບສ່ວນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ຢ່າງມີໝາກຜົນ ແລະ ໄດ້ນຳຜົນປະໂຫຍດຕົວຈິງມາສູ່ ສປປ ລາວ ກໍຄື ເຮັດໃຫ້ບົດບາດ ແລະ ຊື່ສຽງຂອງ ສປປ ລາວ ສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ, ສປປ ລາວ ເຮົາໄດ້ຮັບກຽດເປັນປະທານອາຊຽນ ມາແລ້ວ 2 ຄັ້ງຄື: ໃນປີ 2004-2005 ແລະ ປີ 2016 ດ້ວຍຜົນສຳເລັດອັນຈົບງາມ, ປີ 2024 ທີ່ຈະມາເຖິງນີ້, ພວກເຮົາກໍຈະໄດ້ຮັບກຽດເປັນປະທານອາຊຽນອີກ ເປັນຄັ້ງທີ 3 ເຊິ່ງເປັນໄລຍະສໍາຄັນທີ່ອາຊຽນ ຂຸ້ນຂ້ຽວຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2025 ໃຫ້ສຳເລັດຕາມຄາດໝາຍ ແລະ ສປປ ລາວ ກໍຈະໄດ້ເປັນເຈົ້າການນຳພາອາຊຽນ ສືບຕໍ່ສ້າງວິໄສທັດປະຊາຄົມອາຊຽນຫລັງ 2025 ແລະ ອື່ນໆ, ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ເປັນອີກໂອກາດໜຶ່ງ ທີ່ຈະຍົກສູງຖານະບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ແລະ ທັງເປັນໂອກາດໂຄສະນາເຜີຍແຜ່ວັດທະນະທໍາຮີດ ຄອງປະເພນີຂອງລາວເຮົາ ກໍຄື ສົ່ງເສີມປີທ່ອງທ່ຽວລາວ 2024. ປັດຈຸບັນ, ສປປ ລາວ ກໍາລັງກະ ກຽມຄວາມພ້ອມໃນດ້ານຕ່າງໆ ສໍາລັບການເປັນປະທານອາຊຽນ ໃນປີ 2024 ເພື່ອໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ເຊີນຊວນພະນັກງານ, ທະຫານ, ຕຳຫລວດ ແລະ ພີ່ນ້ອງຊາວລາວທຸກຖ້ວນໜ້າ ຈົ່ງພ້ອມກັນປະກອບສ່ວນຕາມພາລະໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ເພື່ອສ້າງຄວາມພ້ອມ ໃນທຸກດ້ານສໍາລັບການເປັນປະທານອາຊຽນ ແລະ ເປັນເຈົ້າພາບບັນດາກອງປະຊຸມອາ ຊຽນຢູ່ ສປປ ລາວ ໃນປີ 2024 ແລະ ພ້ອມກັນຕ້ອນຮັບແຂກບ້ານແຂກເມືອງ ແລະ ນັກທ່ອງທ່ຽວທີ່ຈະເດີນທາງມາຢ້ຽມຢາມ ສປປ ລາວ ໃຫ້ມີຄວາມປະທັບໃຈ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳ-ນຳພາຢ່າງໃກ້ຊິດຂອງການນຳພັກ-ລັດ ແລະ ຄວາມປຸ້ມລຸມສາມັກຄີເປັນນໍ້າໜຶ່ງໃຈດຽວຂອງພີ່ນ້ອງຮ່ວມຊາດ ກໍຄື ການສະໜັບສະໜູນຂອງບັນດາປະເທດອາຊຽນ ແລະ ປະເທດເພື່ອນມິດ, ອົງການ ຈັດຕັ້ງພາກພື້ນ ແລະ ສາກົນ, ສປປ ລາວ ພວກເຮົາ ຈະສາມາດເປັນເຈົ້າພາບທີ່ດີ, ເປັນປະທານອາ ຊຽນຢ່າງມີປະສິດທິພາບ ແລະ ຈະໄດ້ຮັບຜົນສຳເລັດ ອັນຈົບງາມ.

ສຸດທ້າຍນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງບັນດາທ່ານການນຳພັກ-ລັດ, ພະນັກ ງານ, ທະຫານ, ຕຳຫລວດ ຕະຫລອດຮອດພີ່ນ້ອງຊາວລາວທຸກຖ້ວນໜ້າ ທັງຢູ່ພາຍໃນ ແລະ ຕ່າງປະ ເທດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າຂອງທ່ານ ແລະ ຮ່ວມກັນສະເຫລີມສະຫລອງວັນອາຊຽນ ຄົບຮອບ 56 ປີ ແລະ ຄົບຮອບ 26 ປີ ຂອງການເປັນສະມາຊິກອາຊຽນຂອງ ສປປ ລາວ ຢ່າງມີເນື້ອໃນ ແລະ ມີຄວາມໝາຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version