Home ຂ່າວໜ້າໜຶ່ງ ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ

ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ

0

ໃນຕອນບ່າຍຂອງວັນທີ 06 ສິງຫາ 2023 ເວລາ 15:00 ທີ່ສາງຫຼັກ 17 ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ບ້ານດົງໝາກຄາຍ ເມືອງໄຊທານີ ທາງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູງກາງ ຕາງໜ້າໂດຍ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຜູ້ປະຈໍາການຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມດ້ວຍຫົວໜ້າກອງເລຂາ ຄະນະກຳມະການ ຄພສ ແລະ ຄະນະຈັດສົ່ງເຄື່ອງອຸປະໂພກ-ບໍລິໂພກ ຈໍານວນໜຶ່ງລວມມູນຄ່າທັງໝົດ 573.927.000 ກີບ ເພື່ອນໍາສົ່ງຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ 03 ແຂວງຄື ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ ແລະ ແຂວງ ສະຫວັນນະເຂດໂດຍ ເຊິ່ງໄດ້ຮັບການສະໜັບສະໜູນທາງດ້ານກໍາລັງ ແລະ ພາຫະນະຂົນສົ່ງຈາກກະຊວງປ້ອງກັນປະເທດ. ເຊິ່ງລາຍລະອຽດເຄື່ອງຊ່ວຍເຫຼືອ ມີດັ່ງນີ້:

  1. ແຂວງ ຄໍາມ່ວນ: ເຂົ້າກິນ ຈໍານວນ 10 ໂຕນ; ເຄື່ອງໃຊ້ຄົວເຮືອນ 20 ແກັດ, ເຄື່ອງສຸຂະອານາໄມ 10 ແກັດ, ມຸ້ງ 30 ດາງ, ສາດຢາງ 30 ຜືນ  ລວມມູນຄ່າ  173.740.000 ກີບ;
  2. ແຂວງ ສະຫວັນນະເຂດ: ເຂົ້າກິນ ຈໍານວນ 15 ໂຕນ; ເຄື່ອງໃຊ້ຄົວເຮືອນ 30 ແກັດ, ເຄື່ອງສຸຂະອານາໄມ 10 ແກັດ, ມຸ້ງ 50 ດາງ, ສາດຢາງ 50 ຜືນ ລວມມູນຄ່າ  258.995.000 ກີບ
  3. ແຂວງບໍລິຄຳໄຊ: ເຂົ້າກິນ ຈໍານວນ 8 ໂຕນ; ເຄື່ອງໃຊ້ຄົວເຮືອນ 10 ແກັດ, ເຄື່ອງສຸຂະອານາໄມ 9 ແກັດ, ມຸ້ງ 20 ດາງ, ສາດຢາງ 30 ຜືນ ລວມມູນຄ່າ 141.192.000 ກີບ

ໂດຍ ໃນຕົ້ນປີຜ່ານມາ ທາງ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ໄດ້ ມີການຈັດສົ່ງເຄື່ອງຊ່ວຍເຫຼືອບັນເທົາທຸກ ມອບໃຫ້ບັນດາພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງໃນຂອບເຂດທົ່ວປະເທດ  ເພື່ອກຽມພ້ອມຮອງຮັບແກ້ໄຂສຸກເສີນຖ້າມີເຫດການໄພພິບັດເກີດຂື້້ນໃນແຂວງ ແລະ ໃນຄັ້ງນີ້ ແມ່ນເປັນການນໍາສົ່ງເຄື່ອງຊ່ວຍເຫຼືອຕອບໂຕ້ສຸກເສີນ ເພື່ອສົມທົບໃຫ້ແກ່ບັນດາແຂວງທີ່ໄດ້ຜົນກະທົບຈາກໄພພິບັດນໍ້າຖ້ວມ.

ພ້ອມນີ້ຈະໄດ້ສືບຕໍ່ປະສານສົມທົບກັບບັນດາແຂວງຕ່າງໆ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເພື່ອໃຫ້ການຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະ ໃຫ້ກັບຄືນສູ່ສະພາບປົກະຕິໂດຍໄວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version