Home ຂ່າວດ່ວນ 2 ບໍລິສັດ ມອບເຄື່ອງຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງຄໍາມ່ວນ

2 ບໍລິສັດ ມອບເຄື່ອງຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງຄໍາມ່ວນ

0

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ວັນທີ 5 ສິງຫາ 2023 ຢູ່ຫ້ອງວ່າການແຂວງຄໍາມ່ວນ, ບໍລິສັດຂົນສົ່ງສາກົນແມ່ຂອງ ( Mitco ) ໄດ້ນໍາເອົາເຄື່ອງຊ່ວຍເຫລືອ ປະກອບມີ ໜີ່ 300 ແກັດ ແລະ ນໍ້າດື່ມ 200 ແພັກ ລວມມູຄ່າ 37 ລ້ານກວ່າກີບ ມາມອບໃຫ້ ກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ເພື່ອນຳໄປຊ່ວຍເຫລືອປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ບັນດາເມືອງ ພາຍໃນແຂວງຄໍາມ່ວນ.

ນອກຈາກນີ້, ບໍລິສັດ CS ຄໍາມ່ວນ ກໍໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ປະກອບມີ : ໝີ່ໄວໆ, ນົມແລັກຕາຊອຍ, ປ໋ອງປາ ແລະ ນໍ້າດື່ມ ລວມມູນຄ່າ 14 ລ້ານກີບ ມອບໂດຍ ທ່ານ ເອກະໄຊ ສອນເລີຍ ປະທານບໍລິສັດ CS ຄໍາມ່ວນ. ທັງນີ້, ກໍເພື່ອເປັນການແບ່ງເບົາ ແລະ ເປັນກຳລັງໃຈແກ່ຜູ້ທີ່ໄດ້ຮັບຜົນກະທົບໄດ້ຜ່ານວິກິດນີ້ໄປດ້ວຍດີ.

ສະເພາະ ເມືອງຄູນຄຳ ປັດຈຸບັນ ມີປະຊາຊົນຈຳນວນ 12.767 ຄົນ, ກວມເອົາເກືອບເຄິ່ງໜຶ່ງ ຂອງປະຊາກອນໃນທົ່ວເມືອງ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢ່າງໜັກ ໃນນີ້, ມີ 14 ບ້ານຄື: ບ້ານກອງລໍ, ນາກາງ, ນາຄໍາ, ບ້ານອໍ້, ບ້ານແກ້ງ, ໂພນແຍງ, ບ້ານກູບ, ຄູນມະນີ (ຄຸ້ມໂພນທອງ, ໜອງຫ້າງເກົ່າ), ມ່ວງນໍ້າສາງ, ນໍ້າມະຮາງ, ນໍ້າສະນາມ, ນາຂາມ, ນາເມືອງ ແລະ ບ້ານນາຄໍາ. ຕໍ່ສະພາບການດັ່ງກ່າວປັດຈຸບັນການນໍາຂອງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ພວມເລັ່ງໃຫ້ການຊ່ວຍເຫລືອຢ່າງເຕັມທີ່.

ສ່ວນການຮັບບໍລິຈາກ ແມ່ນຍັງສືບຕໍ່ໄປເລື້ອຍໆ ສຳລັບຜູ້ທີ່ສົນໃຈຢາກຈະປະກອບສ່ວນສາມາດເຂົ້າຮ່ວມການບໍລິຈາກໄດ້ທີ່ຫ້ອງວ່າການແຂວງຄຳມ່ວນ ຫລື ຕິດຕໍ່ທາງກອງເລຂາ ເບີໂທລະສັບ 020 22157273 ແລະ ເບີ 02052223499

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version