Home ຂ່າວຕ່າງປະເທດ ທະນາຄານກາງອັງກິດ ປັບອັດຕາດອກເບ້ຍຂຶ້ນ ໃນຮອບ 15 ປີ

ທະນາຄານກາງອັງກິດ ປັບອັດຕາດອກເບ້ຍຂຶ້ນ ໃນຮອບ 15 ປີ

0

ຂ່າວສານຫວຽດນາມລາຍງານວ່າ: ວັນທີ 3 ສິງຫາ ຜ່ານມາ, ທະນາຄານກາງແຫ່ງອັງກິດ (BoE) ໄດ້ຍົກອັດຕາດອກເບ້ຍຫຼັກຂອງຕົນຂຶ້ນສູ່ລະດັບສູງສຸດໃນຮອບ 15 ປີ ເພື່ອແນໃສ່ສະກັດກັ້ນອັດຕາເງິນເຟີ້ທີ່ສູງ.

ຂ່າວລະບຸວ່າ: BoE ໄດ້ເພີ່ມອັດຕາດອກເບ້ຍຕື່ມ 0,25% ຂຶ້ນເປັນ 5,25% ຊຶ່ງເປັນການເພີ່ມອັດຕາດອກເບ້ຍຄັ້ງທີ 14 ຕິດຕໍ່ກັນທີ່ທະນາຄານໄດ້ປະຕິບັດຜ່ານມາ. ການເພີ່ມຂຶ້ນຂອງອັດຕາດອກເບ້ຍນີ້ແມ່ນສອດຄ່ອງກັບການຄາດຄະເນທີ່ຜ່ານມາຂອງບັນດານັກເສດຖະສາດ. ກ່ອນໜ້ານີ້, ບັນດາຄົວເຮືອນ ແລະ ພາກທຸລະກິດ ໃນອັງກິດ ມີຄວາມກັງວົນກ່ຽວກັບຄວາມເປັນໄປໄດ້ຂອງ BoE ໃນການເພີ່ມອັດຕາດອກເບ້ຍ 0,5% ຊຶ່ງໄດ້ປະຕິບັດໃນເດືອນມິຖຸນາຜ່ານມາ.

ຢ່າງໃດກໍຕາມ, ຂໍ້ມູນເສດຖະກິດໃນເດືອນກໍລະກົດສະແດງໃຫ້ເຫັນວ່າ ອັດຕາເງິນເຟີ້ຂອງອັງກິດຫຼຸດລົງໄວກວ່າທີ່ຄາດວ່າຈະຢູ່ລະດັບ 7,9% ໄດ້ຊ່ວຍໃຫ້ຫຼຸດຜ່ອນຄວາມກົດດັນຕໍ່ທະນາຄານກາງໃນການຕັດສິນໃຈເພີ່ມອັດຕາດອກເບ້ຍເພື່ອຄວບຄຸມອັດຕາເງິນເຟີ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version