Home ຂ່າວຕ່າງປະເທດ ອີຣານ ພົບກັບອາກາດຮ້ອນໜັກ

ອີຣານ ພົບກັບອາກາດຮ້ອນໜັກ

0

ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້, ທາງການອີຣານ ໄດ້ປະກາດພັກວຽກຈຳນວນ 2 ມື້ສຳລັບພະນັກງານ-ລັດຖະກອນ ແລະ ທະນາຄານທົ່ວປະເທດ ເນື່ອງຈາກອຸນຫະພູມທີ່ຮ້ອນໜັກ ຊຶ່ງການຕັດສິນໃຈດັ່ງກ່າວເກີດຂຶ້ນຫຼັງຈາກສຳນັກງານອຸຕຸນິຍົມວິທະຍາຂອງອີຣານຄາດວ່າ: ຫຼາຍເມືອງຈະມີອຸນຫະພູມສູງເກີນ 40 ອົງສາ ແລະ ທາງພາກຕາເວັນຕົກສ່ຽງໃຕ້ຂອງປະເທດອາດຈະມີອຸນຫະພູມຢູ່ທີ່ປະມານ 50 ອົງສາ.

ໂດຍອີງຕາມຂໍ້ມູນຂອງກິດຈະການກະຈາຍສຽງ ແລະ ການເຜີຍແຜ່ຮູບພາບຂອງອີຣານ ຫຼື IRIB ເມືອງເດໂລຣານ ຊຶ່ງຕັ້ງຢູ່ທາງພາກຕາເວັນຕົກຂອງອີຣານ ບັນທຶກອຸນຫະພູມສູງທີ່ສຸດຂອງປະເທດໄດ້ທີ່ 50 ອົງສາ ແລະ ຄາດວ່າ ພື້ນທີ່ທາງພາກເໜືອຈະມີອຸນຫະພູມສູງຂຶ້ນເຊັ່ນດຽວກັນລວມເຖິງເມືອງອາດາບິນ ແລະ ແຄມຝັ່ງທາງພາກໃຕ້ຂອງທະເລແຄສປຽນ. ທາງດ້ານກະຊວງສາທາລະນະສຸກຂອງອີຣານໄດ້ປະກາດເຕືອນເຖິງຄວາມສ່ຽງຂອງໂຣກລົມແດດຈາກການສຳຜັດແສງຕາເວັນຫຼາຍເກີນໄປ ແລະ ຮຽກຮ້ອງໃຫ້ປະຊາຊົນຢູ່ໃນສະຖານທີ່ຮົ່ມໃນໄລຍະເວລາ 10.00-16.00 ໂມງ, ຂະນະທີ່ ທ່ານ ເພດຣຳ ປາກາອິນ ໂຄສົກກະຊວງສາທາລະນະສຸກອີຣານລະບຸວ່າ: ຈຳນວນຜູ້ປ່ວຍທີ່ມີອາການທີ່ກ່ຽວຂ້ອງກັບຄວາມຮ້ອນຢູ່ໃນລະດັບທີ່ໜ້າກັງວົນໃນໄລຍະບໍ່ເທົ່າໃດວັນທີ່ຜ່ານມາ.

ອີກຢ່າງໜຶ່ງ, ອີຣານ ຊຶ່ງມີປະຊາກອນຫຼາຍກວ່າ 85 ລ້ານຄົນ ເປັນໜຶ່ງໃນປະເທດທີ່ອ່ອນແອທີ່ສຸດຕໍ່ການປ່ຽນແປງສະພາບອາກາດ ແລະ ອຸນຫະພູມໂລກທີ່ສູງຂຶ້ນ ເນື່ອງຈາກປະເທດຕ້ອງປະເຊີນກັບສະພາບອາກາດແຫ້ງແລ້ງທີ່ຮຸນແຮງ ແລະ ຄື່ນຄວາມຮ້ອນຫຼາຍຮອບມາດົນນານຫຼາຍປີ ຊຶ່ງມີການຄາດຄະເນວ່າ ມັນຈະຮ້າຍແຮງຍິ່ງກວ່າເດີມ ຖ້າຫາກສະພາບອາກາດຍັງຄົງປ່ຽນແປງຢ່າງຕໍ່ເນື່ອງເໝືອນເດີມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version