Home ຂ່າວຕ່າງປະເທດ ອຸນຫະພູມສູງຢ່າງຕໍ່ເນື່ອງໃນລະດູຮ້ອນ ເຮັດໃຫ້ ສ ເກົາຫຼີ ມີຜູ້ເສຍຊີວິດ 23 ຄົນ

ອຸນຫະພູມສູງຢ່າງຕໍ່ເນື່ອງໃນລະດູຮ້ອນ ເຮັດໃຫ້ ສ ເກົາຫຼີ ມີຜູ້ເສຍຊີວິດ 23 ຄົນ

0

ຂ່າວສານຊີອາໄອລາຍງານ ໂດຍອີງຕາມໂຕເລກສະຖິຕິທີ່ປະກາດໂດຍພາກສ່ວນດັບເພີງຂອງ ສ ເກົາຫຼີ ໃນວັນທີ 2 ສິງຫາ ຜ່ານມາ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 20 ພຶດສະພາ ຫາ ວັນທີ 1 ສິງຫາ, ອຸນຫະພູມສູງຢ່າງຕໍ່ເນື່ອງໃນລະດູຮ້ອນປີນີ້ ໄດ້ເຮັດໃຫ້ ສ ເກົາຫຼີ ມີຜູ້ເສຍຊີວິດ 23 ຄົນແລ້ວ. ໃນເວລາ 18 ໂມງ ຂອງວັນທີ 1 ສິງຫານີ້, ກະຊວງຄວາມໝັ້ນຄົງການບໍລິຫານ ສ ເກົາຫຼີ ໄດ້ຍົກລະດັບການເຕືອນໄພອຸນຫະພູມສູງຈາກລະດັບ “ລະວັງໄພ” ໄປຮອດລະດັບ “ອັນຕະລາຍ”.

ລະດັບການເຕືອນໄພອຸນຫະພູມສູງຂອງ ສ ເກົາຫຼີ ແບ່ງອອກເປັນ 4 ລະດັບຄື: ສົນໃຈ, ເອົາໃຈໃສ່, ລະວັງໄພ ແລະ ອັນຕະລາຍ. ເມື່ອເຂດແຄ້ວນຫຼາຍກວ່າ 40% ຂອງທົ່ວປະເທດ ສ ເກົາຫຼີ ມີອຸນຫະພູມສູງກວ່າ 35 ອົງສາເປັນເວລາ 3 ວັນຕິດຕໍ່ກັນ ກໍຈະປະກາດລະດັບເຕືອນໄພອຸນຫະພູມສູງເປັນລະດັບ “ອັນຕະລາຍ”.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version