Home ຂ່າວພາຍໃນ ສະພາປະຊາຊົນ ນວ ຮັບຮອງເອົາຫຼາຍບັນຫາສຳຄັນ

ສະພາປະຊາຊົນ ນວ ຮັບຮອງເອົາຫຼາຍບັນຫາສຳຄັນ

0

ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ II ພາຍຫຼັງດຳເນີນມາແຕ່ວັນທີ 31 ກໍລະກົດ ໄດ້ປິດລົງ ໃນວັນທີ 4 ສິງຫາ ນີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ມີການນໍາພັກ-ລັດ ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນເຂົ້າຮ່ວມ.

ທ່ານ ອານຸພາບ ຕຸນາລົມ ກ່າວປິດກອງປະຊຸມວ່າ: ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນຂອງນະຄອນຫຼວງວຽງຈັນ ດັ່ງນີ້:

ຮັບຮອງເອົາບົດລາຍງານຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານໄລຍະກາງສະ ໄໝຂອງແຜນການ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງ ແຜນການ 6 ເດືອນທ້າຍປີ 2023 ຂອງນະຄອນຫຼວງວຽງຈັນ

ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວຽກງານໄລຍະກາງສະໄໝຂອງແຜນ ການ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝ, ການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023 ຂອງສະພາປະຊາຊົນ ນະຄອນຫຼວງ,​ ຕິດພັນກັບແຜນການເຄື່ອນໄຫວພົບປະໆຊາຊົນ ແລະ ເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II

ດໍາເນີນການປະເມີນໃຫ້ຄະແນນຄວາມໄວ້ວາງໃຈ ໄລຍະກາງສະໄໝ (2021-2025) ຕໍ່ການປະຕິບັດໜ້າທີ່ ຂອງບຸກຄະລາກອນດໍາລົງຕໍາແໜ່ງທີ່ສະພາປະຊາຊົນ ແລະ ຄະນະປະຈໍາສະພາປະຊາຊົນ ນະຄອນຫຼວງວຽງຈັນ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ.

ຮັບຟັງການລາຍງານຂອງອົງການປົກຄອງນະຄອນຫຼວງກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດບັນດານິຕິກໍາໃຕ້ກົດໝາຍທີ່ສະພາປະຊາຊົນນະຄອນຫຼວງວຽງຈັນໄດ້ຮັບຮອງເອົາຈໍານວນ 3 ສະບັບ ຄື: ຂໍ້ຕົກລົງ ວ່າດ້ວຍການຄວບຄຸມສຽງເນື່ອງນັນ ໃນນະຄອນຫຼວງ, ຂໍ້ຕົກລົງ ວ່າດ້ວຍການກໍານົດ ແລະ ຄຸ້ມຄອງທີ່ດິນກະສິກໍາ ແລະ ປ່າໄມ້ຢູ່ນະຄອນຫຼວງ, ຂໍ້ຕົກລົງວ່າດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ.

ຮັບຟັງການລາຍງານການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຄື: ຄວາມຄືບໜ້າໃນການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະທີ II ຕິດພັນກັບການແກ້ໄຂບັນຫາຢາເສບຕິດທີ່ເກີດຂຶ້ນໃໝ່ ເຊັ່ນ: ນໍ້າກະທ່ອມ, ປຸມເປົ້າອັດແກັດ ທີ່ມີສານໄນຕັດອ໋ອກໄຊ, ຢາສູບໄຟຟ້າ ແລະ ອື່ນໆ, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ 6 ເດືອນຕົ້ນປີ 2023 ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023 ຢູ່ນະຄອນຫຼວງວຽງຈັນ;

ຮັບຟັງການລາຍງານຊີ້ແຈງ ບັນຫາສໍາຄັນຕ່າງໆ ຂອງນະຄອນຫຼວງ ຈໍານວນ 8 ບັນຫາຄື: ການຈັດຕັ້ງປະຕິບັດໂຄງການສໍາປະທານ ແລະ ລາຍຮັບຈາກການສໍາປະທານທີ່ດິນຢູ່ນະຄອນຫຼວງວຽງຈັນ, ການແກ້ໄຂໜີ້ສິນ ຢູ່ຂອງນະຄອນຫຼວງວຽງຈັນ,ການຄຸ້ມຄອງການຂຸດຄົ້ນແຮ່ທາດໃນນະຄອນຫຼວງວຽງຈັນ, ການຄຸ້ມຄອງທີ່ດິນທຸກປະ ເພດ, ການປ່ຽນແປງການນໍາໃຊ້ທີ່ດິນ ຫຼື ການຫັນປ່ຽນທີ່ດິນ ໃນນະຄອນຫຼວງວຽງຈັນ,ການຕິດຕາມກວດກາ ແລະ ການແກ້ໄຂບັນຫາການຈັດສັນ, ບຸກລຸກ ແລະ ບຽດຢຶດທີ່ດິນ ທີ່ບໍ່ສອດຄ່ອງກັບກົດໝາຍທີ່ດິນ ໃນນະຄອນຫຼວງວຽງຈັນ, ການຄຸ້ມຄອງຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການ ຂອງຄົນຕ່າງປະເທດ ໃນນະຄອນຫຼວງວຽງຈັນ, ການແກ້ໄຂບັນຫາໄຟໄໝ້ລາມປ່າ ຢູ່ນະຄອນຫຼວງວຽງຈັນ, ວິທີການ ແລະ ມາດຕະການ ໃນການຕ້ານແລ້ງ-ຕ້ານຖ້ວມ ຢູ່ນະຄອນຫຼວງວຽງຈັນ

ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໄລຍະກາງສະໄໝຂອງແຜນ ການ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝ, ການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023 ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ ນະຄອນຫຼວງວຽງຈັນ

ຮັບຟັງການລາຍງານ ຂອງອົງການໄອຍະການປະຊາຊົນ ນະຄອນຫຼວງກ່ຽວກັບການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ, ການຕິດຕາມກວດກາການປະຕິບັດກົດໝາຍ ໃນສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ສູນດັດສ້າງ, ຄ້າຍດັດສ້າງ ແລະ ສະຖານທີ່ປະຕິບັດມາດຕະການບັງຄັບອື່ນໆຂອງສານ

ຮັບຟັງການລາຍງານ ຂອງສານປະຊາຊົນ ນະຄອນຫຼວງ ກ່ຽວກັບການຍົກສູງຄຸນນະພາບໃນການຕັດສິນຄະດີແພ່ງ ແລະ ຄະດີອາຍາເປັນຂັ້ນຕົ້ນຢູ່ສານປະຊາຊົນ ນະຄອນຫຼວງ.

ຮັບຟັງການລາຍງານ ຂອງພະແນກຍຸຕິທໍານະຄອນຫຼວງ ກ່ຽວກັບສາເຫດຂອງການປະຕິບັດຄໍາຕັດສິນຊັກຊ້າ ແລະ ມາດຕະການ, ວິທີການແກ້ໄຂຂໍ້ຄົງຄ້າງຮອດທ້າຍປີ 2023 ຕິດພັນກັບການລາຍງານການທ້ອນໂຮມຊັບ, ວັດຖຸສິ່ງຂອງ ແລະ ຄ່າປັບໃໝຕາມຄໍາຕັດສິນຂອງສານ.

ທ່ານປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ກ່າວຕື່ມວ່າ: ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ຄັ້ງນີ້ ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ເຂົ້າສູ່ວຽກງານຕົວຈິງ, ແມ່ນໝາກຜົນຂອງສະຕິປັນຍາ, ການຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ, ຄວາມເປັນເຈົ້າການຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ໃນການຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງນະຄອນຫຼວງ,ທັງເປັນການຕັດສິນໃຈຂອງອົງການປົກຄອງ, ບັນດາພະແນກການ, ອົງການທີ່ກ່ຽວຂ້ອງໃນການສືບຕໍ່ຈັດຕັ້ງປະຕິບັດແຜນການທີ່ແຕ່ລະອົງການໄດ້ຮັບຜິດຊອບໃຫ້ປະກົດຜົນເປັນຈິງ.

(ຂ່າວ-ພາບ: ສຳນານ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version