Home ຂ່າວພາຍໃນ 6 ແຂວງ ສໍາມະນາວິທະຍາສາດໃນຫົວຂໍ້ “ພັດທະນາການທ່ອງທ່ຽວ, ເສດຖະກິດ”

6 ແຂວງ ສໍາມະນາວິທະຍາສາດໃນຫົວຂໍ້ “ພັດທະນາການທ່ອງທ່ຽວ, ເສດຖະກິດ”

0

ກອງປະຊຸມສໍາມະນາວິທະຍາສາດໃນຫົວຂໍ້ “ພັດທະນາການທ່ອງທ່ຽວ, ເສດຖະກິດ” ໃຫ້ 6 ແຂວງພາກກາງ – ພາກໃຕ້ ໄດ້ຈັດຂຶ້ນໃນວັນທີ 4 ສິງຫາ ນີ້, ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ພູວົງ ອຸ່ນຄໍາແສນ ປະທານສະພາວິທະຍາສາດ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຄະນະອໍານວຍການໂຮງຮຽນການເມືອງ ແລະ ການປົກຄອງ 6 ແຂວງຄື: ແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ແຂວງອັດຕະປື ຕະຫຼອດຮອດຕາງໜ້າຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ປະທານກອງປະຊໄດ້ມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້້, ແມ່ນມີຄວາມໝາຍສຳຄັນທີ່ສຸດຕໍ່ການພັດທະນາການທ່ອງທ່ຽວ, ເສດຖະກິດຂອງແຂວງກໍຄືຢູ່ບັນດາແຂວງແຕ່ລະທ້ອງຖິ່ນ. ໃນໄລຍະຜ່ານມາໂຮງຮຽນການເມືອງ ແລະ ການປົກຄອງແຂວງແມ່ນເຄີຍຈັດຕັ້ງສຳມະນາວິທະຍາສາດເພື່ອຮັບໃຊ້ວຽກງານໃນຫຼາຍຫົວຂໍ້, ມາໃນເທື່ອນີ້ກໍເປັນໂອກາດອັນດີທີ່ຈະໄດ້ມີບ່ອນອີງທີ່ມີລັກສະນະວິທະຍາສາດໃຫ້ແກ່ວຽກງານການພັດທະນາການທ່ອງທ່ຽວ, ເສດຖະກິດແຂວງ, ເປັນໂອກາດອັນດີທີ່ທາງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ລົງມາຕິດຕາມ, ເກັບກຳໝາກຜົນຂອງແຕ່ລະຫົວບົດ ທີ່ບັນດາໂຮງຮຽນການເມືອງ-ການປົກຄອງຂອງ 6 ແຂວງ ໄດ້ຮັບຜິດຊອບຂຽນບົດວິທະຍາສາດ ຕິດພັນກັບຫົວຂໍ້ ການພັດທະນາການທ່ອງທ່ຽວ, ເສດຖະກິດ ຂອງແຂວງພາກກາງ-ໃຕ້. ເພື່ອສ້າງຄວາມຮັບຮູ້ໃຫ້ນັກຄົ້ນຄວ້າ, ໄດ້ກໍາແໜ້ນດ້ານຫຼັກວິທະຍາສາດ ເພື່ອໃຫ້ສອດຄ່ອງ-ຖືກຕ້ອງຕາມແນວທາງຂອງພັກ ແລະ ກົດໝາຍຂອງລັດວາງອອກແຕ່ລະໄລຍະ, ທັງເປັນບ່ອນອີງໃນການຄົ້ນຄວ້າຂຽນບົດວິທະຍາສາດ ທີ່ຮັບປະກັນທາງດ້ານທິດສະດີ ແລະ ພຶດຕິກຳຢ່າງກົມກ່ຽວ ແລະ ເພື່ອເປັນການປະກອບເຄື່ອງມືອັນສຳຄັນໃນການສັງເກດຜົນງານການຄົ້ນຄວ້າໃຫ້ມີຄວາມຮັບປະກັນທາງດ້ານຄຸນນະພາບ.

ທ່ານ ປະທານຍັງໄດ້ຮຽກຮ້ອງໃຫ້ບັນດານັກວິທະຍາສາດຈົ່ງສຸມສະຕິປັນຍາ, ນໍາໃຊ້ຫົວຄິດປະດິດສ້າງເຂົ້າໃນການຄົ້ນຄິດ, ນໍາສະເໜີທິດສະດີວິທະຍາສາດ, ຕີລາຄາໃຫ້ໄດ້ຜົນສໍາເລັດ ຊອກໃຫ້ເຫັນຂໍ້ຫຍຸ້ງຍາກ, ສິ່ງທີ່ອັດຕັນໃນການພັດທະນາການທ່ອງທ່ຽວຂອງແຕ່ລະແຂວງ ແນໃສ່ສ້າງພື້ນຖານບ່ອນອີງທີ່ແໜ້ນໜາ ໃຫ້ແກ່ການກໍານົດທິດທາງ, ວິທີການ ແລະ ມາດຕະການແກ້ໄຂບັນຫາຕົວຈິງ ໃຫ້ສອດຄ່ອງກັບຈຸດພິເສດຂອງແຕ່ລະແຂວງ, ແຕ່ລະເຂດແຄວ້ນ. ເຮັດໃຫ້ຜົນຂອງການສໍາມະນາວິທະຍາສາດ ສາມາດນໍາໄປເປັນບ່ອນອີງໃນການພັດທະນາການທ່ອງທ່ຽວ, ພັດທະນາເສດຖະກິດປາຍແຫຼມຂອງແຂວງໃນຕໍ່ໜ້າໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ.

(ຂ່າວ: ມະນີວັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version