Home ຂ່າວໜ້າໜຶ່ງ ກະຊວງສາທາລະນະສຸກ ທະວີຄູນຄວາມພະຍາຍາມໃນການຄວບຄຸມການໂຄສະນາ ຜະລິດຕະພັນທົດແທນນໍ້ານົມແມ່ ເພື່ອສົ່ງເສີມການລ້ຽງລູກດ້ວຍນົມແມ່ມໃນ ສປປ ລາວ.

ກະຊວງສາທາລະນະສຸກ ທະວີຄູນຄວາມພະຍາຍາມໃນການຄວບຄຸມການໂຄສະນາ ຜະລິດຕະພັນທົດແທນນໍ້ານົມແມ່ ເພື່ອສົ່ງເສີມການລ້ຽງລູກດ້ວຍນົມແມ່ມໃນ ສປປ ລາວ.

0

ວັນທີ 1 ສິງຫາ 2023 ກະຊວງສາທາລະນະສຸກ ເເຫ່ງ ສປປ ລາວ ໄດ້ຢືນຢັນຄຳໝັ້ນສັນຍາໃນການປົກປ້ອງ ແລະ ສົ່ງເສີມການລ້ຽງລູກດ້ວຍນົມແມ່ ໂດຍການເພີ່ມທະວີຄວາມພະຍາຍາມໃນການຄວບຄຸມການໂຄສະນາ ຜະລິດຕະພັນທົດແທນນໍ້ານົມແມ່ ທີ່ກອງປະຊຸມລະດັບໂລກວ່າດ້ວຍການຈັດຕັ້ງປະຕິບັດ ກົດໝາຍສາກົນວ່າດ້ວຍການໂຄສະນາຜະລິດຕະພັນທົດແທນນໍ້ານົມແມ່ ທີ່ໄດ້ຈັດຂຶ້ນທີ່ ປະເທດສະວິດເຊີແລນ. ນ້ຳນົມແມ່ເປັນອາຫານທີ່ມີໂພຊະນາການທີ່ສົມບູນທີ່ສຸດສຳລັບເດັກ ເເລະ ມັນສາມາດສະໜອງສານອາຫານທີ່ຈຳເປັນໃນປະລິມານທີ່ເໝາະສົມທີ່ສຸດໃຫ້ກັບເດັກນ້ອຍເພື່ອຮັບປະກັນການຈະເລີນເຕີບໂຕທີ່ດີຂອງພວກເຂົາ, ປົກປ້ອງພວກເຂົາຈາກພະຍາດຕ່າງໆ ແລະ ຊ່ວຍໃຫ້ພວກເຂົາສາມາດເລີ່ມຕົ້ນຊີວິດໃຫ້ໄດ້ດີທີ່ສຸດ. ເຖິງຢ່າງໃດກໍຕາມ, ປະຈຸບັນນີ້ ພໍ່ແມ່ຫຼາຍຄົນໄດ້ຫັນມານຳໃຊ້ຜະລິດຕະພັນທົດແທນນໍ້ານົມແມ່ ເນື່ອງຈາກເເຫ່ງພັກດັນຈາກການຕະຫຼາດ ເເລະ ໂຄສະນາຈາກບໍລິສັດຜະລິດຕະພັນເຫຼົ່ານີ້ໃນທົ່ວໂລກ ເຊິ່ງສາມາດສົ່ງຜົນໃນດ້ານລົບຕໍ່ວຽກງານສົ່ງເສີມການລ້ຽງລູກດ້ວຍນົມແມ່ ໃນ ສປປ ລາວ ໄດ້.

ທ່ານ ດຣ ສະໜອງ ທອງສະນາ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແຫ່ງ ສປປ ລາວ, ໄດ້ກ່າວໃນກອງປະຊຸມດັ່ງກ່າວ ທີ່ຈັດຂຶ້ນຢູ່ສໍານັກງານໃຫຍ່ອົງການອະນາໄມໂລກ ທີ່ນະຄອນເຈນີວາ ແຕ່ວັນທີ 20-22 ມິຖຸນາ 2023: “ໃນການເຂົ້າຮ່ວມກອງປະຊຸມລະດັບໂລກຄັ້ງນີ້ພວກເຮົາໄດ້ເນັ້ນໜັກເຖິງຄວາມມຸ່ງໝັ້ນຂອງ ສປປ ລາວ ໃນການຄວບຄຸມການໂຄສະນາຜະລິດຕະພັນທົດແທນນໍ້ານົມແມ່ ເພື່ອສົ່ງເສີມໃຫ້ເເມ່ທຸກຄົນໃນ ສປປ ລາວ ນັ້ນສາມາດລ້ຽງລູກຂອງຕົນດ້ວຍນົມແມ່ໄດ້ຢ່າງເຕັມທີ່.” ນອກນັ້ນ, ທ່ານຮອງລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນເຖິງຄວາມມຸ່ງໝັ້ນອັນເຕັມທີ່ຂອງລັດຖະບານເເຫ່ງ ສປປ ລາວ ໃນການປົກປ້ອງການລ້ຽງລູກດ້ວຍນົມແມ່ໃນປະເທດ, ເຊີ່ງສອດຄ່ອງກັບກົດໝາຍສາກົນວ່າດ້ວຍການໂຄສະນາຜະລິດຕະພັນທົດແທນນໍ້ານົມແມ່, ໂດຍການລົງມືປະຕິບັດດຳລັດວ່າດ້ວຍການໂຄສະນາຜະລິດຕະພັນທົດແທນນໍ້ານົມແມ່ແຫ່ງຊາດ ໂດຍເພີ່ມທະວີຄວາມສາມາດໃນການສົ່ງເສີມການລ້ຽງລູກດ້ວຍນົມແມ່ ແລະ ຕິດຕາມການລະເມີດດຳລັດດັ່ງກ່າວ ທ່ານກ່າວຕື່ມວ່າ: “ກະຊວງສາທາລະນະສຸກ ຂໍສະແດງຄວາມຂອບໃຈຕໍ່ສະຫະພາບເອີຣົບ ແລະ ອົງການຢູນີເຊັບ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງເພື່ອປົກປ້ອງ ແລະ ສົ່ງເສີມການລ້ຽງລູກດ້ວຍນົມແມ່ໃນ ສປປ ລາວ. ດ້ວຍການຊ່ວຍເຫຼືອຈາກ ສະຫະພາບເອີຣົບ ແລະ ອົງການຢູນີເຊັບປະຈຸບັນພວກເຮົາກໍໄດ້ສໍາເລັດການຝຶກອົບຮົມຜູ້ກວດກາທັງຫມົດ 18 ແຂວງ ເພື່ອຕິດຕາມການລະເມີດດຳລັດໃນລະດັບຮ້ານຂາຍຍ່ອຍຕ່າງໆ” ເຖິງວ່າລັດຖະບານເເຫ່ງ ສປປ ລາວ ຈະໄດ້ແນະນຳໃຫ້ເດັກນ້ອຍກິນເເຕ່ນົມແມ່ສະເພາະ 6 ເດືອນທຳອິດ ແລະ ໃຫ້ເເມ່ສືບຕໍ່ໃຫ້ນົມລູກ ພ້ອມອາຫານອື່ນໆທີ່ປອດໄພ ແລະ ມີສານອາຫານທີ່ດີິຈົນກວ່າເດັກຈະອາຍຸ 2 ປີ ແຕ່ໃນຕົວຈິງແລ້ວຈຳນວນເດັກນ້ອລາວທັ້ງມົດທີ່ໄດ້ກິນເເຕ່ນົມແມ່ສະເພາະ 6 ເດືອນທຳອິດ ນັ້ນເເມ່ນມີໜ້ອຍກວ່າເຄິ່ງ ເເລະ ມີິເເຕ່ຈຳນວນ 1 ໃນເດັກນ້ອຍ 4 ຄົນ ເທົ່ານັ້ນທີ່ໄດ້ກິນນົມແມ່ຢ່າງຕໍ່ເນື່ອງຈົນຮອດອາຍຸ 2 ປີ ການປົກປ້ອງ, ສົ່ງເສີມ ແລະ ສະໜັບສະໜຸນການລ້ຽງລູກດ້ວຍນົມແມ່ ແມ່ນອົງປະກອບຫຼັກຂອງຄໍາໝັ້ນສັນຍາຂອງລັດຖະບານເເຫ່ງ ສປປ ລາວ ພາຍໃຕ້ຍຸດທະສາດດ້ານໂພຊະນາການແຫ່ງຊາດ ແລະ ແຜນປະຕິບັດງານແຫ່ງຊາດວ່າດ້ວຍໂພຊະນາການ (NPAN) 2021-2025. ນອກຈາກນັ້ນລັດຖະບານລາວ ຍັງໄດ້ພັດທະນານິຕິກຳສຳລັບການໂຄສະນາຜະລິດຕະພັນທົດແທນນໍ້ານົມແມ່ ເຊັ່ນ: ດຳລັດວ່າດ້ວຍຜະລິດຕະພັນອາຫານ ແລະ ອຸປະກອນສຳລັບເດັກອ່ອນ ເພື່ອປ້ອງກັນການລະເມີດດຳລັດວ່າດ້ວຍການໂຄສະນາຜະລິດຕະພັນທົດແທນນໍ້ານົມແມ່ ໃນ ສປປ ລາວ.

ທ່ານນາງ Ina Marčiulionytė, ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ, ກ່າວ: “ສະຫະພາບເອີຣົບຍັງຄົງໃຫ້ຄຳໝັ້ນສັນຍາໃນການສະໜັບສະໜູນ ລັດຖະບານ ເເຫ່ງ ສປປ ລາວ ແລະ ບັນດາຄູ່ຮ່ວມພັດທະນາຂອງພວກເຮົາ ໃນການປະຕິບັດ ແລະ ຕິດຕາມການລະເມີດກົດໝາຍ ດຳລັດວ່າດ້ວຍການໂຄສະນາຜະລິດຕະພັນທົດແທນນໍ້ານົມແມ່ ຜ່ານຊ່ອງທາງຕ່າງໆ. ພວກເຮົາເຊື່ອໝັ້ນວ່າດ້ວຍການຈັດຕັ້ງປະຕິບັດດຳລັດດັ່ງກ່າວຢ່າງເຂັ້ມງວດຈະສາມາດນຳພາພວກເຮົາໄປສູ່ການປ່ຽນແປງທີ່ສຳຄັນໃນການລ້ຽງລູກດ້ວຍນົມແມ່ ແລະ ຈະຊ່ວຍລັດຖະບານລາວໃນການຈະບັນລຸເປົ້າໝາຍການລ້ຽງລູກດ້ວຍນົມແມ່ໃນລະດັບຊາດ.” “ຂ້າພະເຈົ້າສະໜັບສະໜູນການລ້ຽງລູກດ້ວຍນົມແມ່ຢ່າງເຕັມທີ່. ນ້ຳນົມແມ່ນັ້ນບໍ່ພຽງແຕ່ເປັນອາຫານທີ່ສົມບູນເເບບເເຕ່ມັນຍັງເປັນສ່ວນໜື່ງຂອງຈຸດເລີ່ມຕົ້ນຂອງຄວາມຜູກພັນລະຫວ່າງແມ່ກັບລູກ,” ກ່າວໂດຍ ທ່ານນາງ ດຣ Pia Rebello Britto, ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ. ທ່ານຍັງໄດ້ກ່າວອີກວ່າ: “ໃນໂອກາດຄົບຮອບ 50 ຂອງອົງການຢູນີເຊັບ ໃນ ສປປ ລາວ, ພວກເຮົາຂໍຢືນຢັນເຖີງຄຳໝັ້ນສັນຍາຂອງພວກເຮົາທີ່ຈະເຮັດວຽກຮ່ວມກັນກັບລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາ ເພື່ອທະວີຄູນການສະໜັບສະໜູນເພື່ອສົ່ງເສີມການລ້ຽງລູກດ້ວຍນົມແມ່, ເພື່ອຜົນປະໂຍດຂອງເດັກນ້ອຍທຸກຄົນ ແລະ ເພື່ອບັນລຸເປົ້າໝາຍພາລະກິດຂອງອົງການຢູນິເຊັບ ເພື່ອຮັບປະກັນວ່າເດັກນ້ອຍທຸກຄົນສາມາດມີຈຸດເລີ່ມຕົ້ນໃນຊີວິດທີ່ດີທີ່ສຸດ.”

#Medialaos Vientiane Capital

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version