Home ຂ່າວພາຍໃນ ໂຮງໝໍກອງທັບລາວ-ຫວຽດນາມ ສຳເລັດການຜ່າຕັດປ່ຽນຖ່າຍໄຂ່ຫຼັງຕື່ມ 2 ກໍລະນີ

ໂຮງໝໍກອງທັບລາວ-ຫວຽດນາມ ສຳເລັດການຜ່າຕັດປ່ຽນຖ່າຍໄຂ່ຫຼັງຕື່ມ 2 ກໍລະນີ

0

ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ຮ່ວມກັບໂຮງໝໍ 103 ກອງທັບປະຊາຊົນຫວຽດນາມໄດ້ສຳເລັດການຜ່າຕັດປ່ຽນຖ່າຍໄຂ່ຫຼັງຕື່ມ 2 ກໍລະນີ ຊຶ່ງເປັນກໍລະນີທີ 5 ແລະ 6 ເມື່ອບໍ່ດົນມານີ້ ທີ່ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ. ໂດຍມີ ທ່ານ ພັອ ສະແຫວງໄຊ ດາລາສາດ ຫົວໜ້າການທະຫານໂຮງໝໍສູນກາງ 103 ກອງທັບ ພ້ອມດ້ວຍພະນັກງານແພດໝໍກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພັອ ສະແຫວງໄຊ ດາລາສາດ ກ່າວວ່າ: ຄົນເຈັບທັງ 2 ກໍລະນີ ເປັນເພດຊາຍ 1 ຄົນ, ເພດຍິງ 1 ຄົນ, ເປັນພະຍາດໄຂ່ຫຼັງຊຸດໂຊມມາຫຼາຍປີ ແລະ ມາຟອກເລືອດເປັນປະຈໍາ. ພິເສດຄົນເຈັບເພດຍິງເຄີຍໄດ້ປ່ຽນຖ່າຍໄຂ່ຫຼັງມາກ່ອນແຕ່ປີ 2014, ແຕ່ຍ້ອນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງບໍ່ສາມາດມາກວດກາ, ຕິດຕາມໄດ້ຢ່າງຕໍ່ເນື່ອງ. ການຜ່າຕັດທັງ 2 ກໍລະນີໃຊ້ເວລາປະມານ 3 ຊົ່ວໂມງຈຶ່ງສໍາເລັດ. ປັດຈຸບັນສະພາບຮ່າງກາຍຄົນເຈັບທັງ 2 ດີຂຶ້ນເລື້ອຍໆ ສາມາດກັບຄືນສູ່ສະພາບປົກກະຕິຄືຄົນທໍາມະດາທົ່ວໄປ. ມາຮອດປັດຈຸບັນໂຮງໝໍສູນກາງ 103 ກອງທັບ ໄດ້ສໍາເລັດການຜ່າຕັດປ່ຽນຖ່າຍໄຂ່ຫຼັງທັງໝົດ 6 ກໍລະນີ, ຄົນເຈັບທັງ 6 ຄົນມີສຸຂະພາບດີຂຶ້ນ ສາມາດເຄື່ອນໄຫວດຳລົງຊີວິດເຮັດວຽກໄດ້ເປັນປົກກະຕິ. ນີ້ແມ່ນຜົນງານການຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນລະຫວ່າງ 2 ໂຮງໝໍກອງທັບປະຊາຊົນລາວ ແລະ ໂຮງໝໍກອງທັບປະຊາຊົນຫວຽດນາມ ບໍ່ວ່າຍາມມີເສິກສົງຄາມ ກໍຄືໃນຍາມສັນຕິພາບ 2 ກອງທັບເຮົາລ້ວນແຕ່ຄຽງບ່າຄ່ຽງໄລ່ກັນ ເພື່ອພ້ອມກັນພັດທະນາກ້າວໜ້າຢ່າງບໍ່ຢຸດຢັ້ງ.

ຂ່າວ: ໂຮງໝໍສູນກາງ 103 ກອງທັບ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version