Home ຂ່າວພາຍໃນ ເພີ່ມທະວີວຽກງານຄຸ້ມຄອງ-ປ້ອງກັນພັກ ໄລຍະໃໝ່

ເພີ່ມທະວີວຽກງານຄຸ້ມຄອງ-ປ້ອງກັນພັກ ໄລຍະໃໝ່

0

ນັບແຕ່ພັກເຮົາ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ນໍາພາການປະຕິວັດຊາດ ປະຊາທິປະໄຕ ກໍຄືນໍາພາປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄດ້ຮັບຜົນສໍາເລັດເປັນກ້າວໆມາ. ພັກເຮົາ ຍາມໃດກໍຖືເອົາວຽກງານການສຶກສາອົບຮົມການເມືອງແນວຄິດຂອງມະຫາຊົນ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ເປັນສິ່ງສໍາຄັນ ໄປຄຽງຄູ່ກັບການຝຶກຝົນຫຼໍ່ຫຼອມຕົນເອງ ເພື່ອກາຍເປັນສະມາຊິກພັກທີ່ດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດກ້າວຂຶ້ນສັງຄົມນິຍົມ.

ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກ (ແຂວງສະຫວັນນະເຂດ) ໃຫ້ປະກົດຜົນເປັນຈິງ. ຄະນະພັກຂັ້ນຕ່າງໆ ກໍໄດ້ສືບຕໍ່ພະຍາຍາມເອົາໃຈໃສ່ປັບປຸງກໍ່ສ້າງ ແລະ ຄຸ່ມຄອງສະມາຊິກພັກຂັ້ນຂອງຕົນ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນໍາພາ ຈຶ່ງສາມາດເຮັດໃຫ້ມີປະລິມານ ແລະ ຄຸນນະພາບເພີ່ມຂຶ້ນ ໂດຍຖືເອົາວຽກງານການສຶກສາອົບຮົມການເມືອງ-ແນວຄິດຂອງພະນັກງານສະມາຊິກພັກເປັນຕົ້ນຕໍ. ແຕ່ຢ່າງໃດກໍຕາມ ໃນຍຸກປັດຈຸບັນ ຖ້າຫາກເນັ້ນແຕ່ການສຶກສາອົບຮົມການເມືອງ-ແນວຄິດ ພຽງຢ່າງດຽວແມ່ນບໍ່ທັນພຽງພໍ ໃນການເຮັດໃຫ້ສະມາຊິກພັກມີຄວາມຊື່ສັດບໍລິສຸດ ແລະ ຈິງໃຈຕໍ່ພັກຢ່າງແທ້ຈິງແມ່ນຍາກ. ເນື່ອງຈາກວ່າ ສະມາຊິກພັກ ໃນຍຸກປັດຈຸບັນ ແມ່ນສະມາຊິກພັກທີ່ໜຸ່ມນ້ອຍ ບໍທັນມີຄວາມກະຕືລືລົ້ນ, ປະສົບການມີໜ້ອຍ, ຄວາມຕື່ນຕົວມີໜ້ອຍ ຖ້າທຽບໃສ່ສະມາສິກພັກທີ່ເຄີຍຜ່ານໄລຍະຕໍ່ສູ້ກູ້ຊາດ. ສະນັ້ນ, ສະມາຊິກພັກທີ່ເຂົ້າໄໝ່ອາດມີແນວຄິດໄຂ່ວເຂວ, ຄອນແຄນ, ຂາດຫຼັກໝັ້ນຊົນຊັ້ນ ໃນເມື່ອພົບກັບຄວາມຫຍຸ້ງຍາກ, ຄວາມເຂົ້າໃຈຕໍ່ແນວທາງຂອງພັກ ແລະ ອຸດົມການສັງຄົມນິຍົມ ຈິ່ງມັກມີບັຫາໃນການຈໍາແນກມິດ-ສັດຕູບໍ່ຈະແຈ້ງ. ການຂະຫຍາຍມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກ ເປັນປະຕູທໍາອິດ ເພື່ອກ້າວສູ່ການເປັນຜູ້ນໍາພາໃນຂັ້ນຕ່າງໆ ກ່ຽວກັບວຽກງານພັກ. ພວກເຮົາຈະເລັ່ງໃສ່ພຽງແຕ່ຂະຫຍາຍພັກ ແມ່ນບໍ່ທັນພຽງພໍເທື່ອ.

ສະນັ້ນ, ການຂະຫຍາຍພັກ ໃນໄລຍະໄໝ່ ຕ້ອງຕິດພັນກັບວຽກງານຄຸ້ມຄອງ-ປ້ອງກັນພັກ ເປັນປະຈໍາ ເພາະວຽກງານຄຸ້ມຄອງ-ປ້ອງກັນພັກ ແມ່ນວຽກງານໜຶ່ງທີ່ສໍາຄັນຂອງພັກ ຊຶ່ງເຮັດໜ້າທີ່ຄຸ້ມຄອງກວດກາ, ຕີລາຄາສະມາຊິກພັກ ບໍ່ວ່າຈະເປັນທາງດ້ານວຽກງານ, ການດໍາລົງຊີວິດພາຍໃນຄອບຄົວ ແລະ ປະກົດການຫຍໍ້ທໍ້ຕ່າງໆ ພາຍໃນພັກ ເພື່ອບໍ່ໃຫ້ສັດຕູສວຍໃຊ້ສະມາຊິກພັກ ຫຼື ບຸກຄົນໃນຄອບຄົວຂແງບັນດາສະມາຊິກພັກ ກາຍເປັນເຄື່ອງມືໃນການທໍາລາຍພັກ. ສໍາລັບສະມາຊິກພັກຕ້ອງເປັນຜູ້ຕື່ນຕົວສູງ ເປັນເຈົ້າການໃນການປ້ອງກັນຕົນເອງ, ໝູນໃຊ້ຄວາມຮູ້ຄວາມສາມາດ ແລະ ການກະທໍາທີ່ກ້າວໜ້າ ເພື່ອເປັນບ່ອນອີງໃນການສະໜອງບຸກຄະລາກອນໃຫ້ແກ່ອົງການຈັດຕັ້ງພັກແຕ່ລະຂັ້ນ. ຄະນະພັກຂັ້ນຕ່າງໆ ຕ້ອງຄຸ້ມຄອງ ແລະ ນໍາໃຊ້ສະມາຊິກພັກ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ໂດຍຫັນເຂົ້າຊີວິດຕົວຈິງ. ສະມາຊິກພັກ ຕ້ອງເປັນຜູ້ນໍາໜ້າທຸກວຽກງານ, ມີຄວາມຮັບຜິດຊອບ ແລະ ສໍາເລັດໜ້າທີ່ການເມືອງ ທີ່ການຈັດຕັ້ງມອບໝາຍໃຫ້.

ອາດເວົ້າໄດ້ວ່າ, ວຽກງານຄຸ້ມຄອງ-ປ້ອງກັນພັກ ປຽບເໝືອນກໍາແພງ ທີ່ສະກັດກັ້ນ ແລະ ຕ້ານກົນອຸບາຍການຫັນປ່ຽນໂດຍສັນຕິຂອງສັດຕູ. ແຕ່ກໍາແພງຈະແຂງແກ່ນສາມາດຕ້ານຢັນໄດ້ ຈາກກໍາລັງພາຍນອກສໍາເລັດ ຫຼື ບໍ່ແມ່ນຂຶ້ນກັບຄວາມເອົາໃຈໃສ່ຂອງສະມາຊິກພັກ, ຄະນະພັກທຸກຂັ້ນ ໃນການພັດທະນາແບບແຜນການເຄື່ອນໄຫວວຽກງານຂອງຕົນ. ໃນໄລຍະຜ່ານມາ, ວຽກງານຄຸ້ມຄອງ-ປ້ອງກັນພັກເຮົາຍັງມີຂໍ້ຄົງຄ້າງ ຊຶ່ງຈະຕ້ອງໄດ້ເອົາໃຈໃສ່ຫຼາຍບັນຫາ ເປັນຕົ້ນແມ່ນ ຄວາມຮັບຮູ້ຂອງພະນັກງານ-ສະມາຊິກພັກ ແລະ ຄະນະພັກຂັ້ນຕ່າງໆ ຕໍ່ບົດບາດຄວາມສໍາຄັນຂອງວຽກງານຄຸ້ມຄອງ-ປ້ອງກັນພັກ ຍັງມີຂໍ້ຈໍາກັດ ແລະ ອື່ນໆ.

ດັ່ງນັ້ນ, ຄະນະພັກແຕ່ລະຂັ້ນ ບໍ່ຄວນຖືເບົາ, ຕ້ອງເຮັດໃຫ້ວຽກງານນີ້ໄດ້ຮັບການປັບປຸງເທົ່າທີ່ຄວນ. ນີ້ໄດ້ສະແດງອອກໃນລະບົບການຄຸ້ມຄອງສະມາຊິກພັກ ຕະຮອດພາຫະນະຮັບໃຊ້ວຽກງານຄຸ້ມຄອງ-ປ້ອງກັນພັກ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຕ້ອງໄດ້ຫັນເຂົ້າສູ່ກົນໄກໃໝ່ ຢ່າງເປັນລະບົບຕໍ່ເນື່ອງ ບໍ່ໃຫ້ມີຊ່ອງວ່າງ. ສຸມໃສ່ລົງທຶນ ຫຼື ຕ້ອງມີງົບປະມານອັນສົມຄວນນໍາໃຊ້ເຂົາໃນວຽກງານຄຸ້ມຄອງ-ປ້ອງກັນພັກ ເພື່ອປົກປັກຮັກສາໝາກຜົນຂອງການປະຕິວັດ. ສືບຕໍ່ນໍນາພາປະເທດຊາດກ້າວຂຶ້ນສູ່ລະບອບສັງຄົມນິຍົມ ຢ່າງໜັກແໜ້ນ. ເຮັດໄດ້ແນວນັ້ນ, ຈຶ່ງສາມາດຕອບໂຕ້ໃຫ້ທັນກັບເລ່ຫຼ່ຽມກົນອຸບາຍໃໝ່ຂອງອິດທິກໍາລັງປໍລະປັກ. ວຽກງານຄຸ້ມຄອງ-ປ້ອງກັນພັກ, ສິ່ງສໍາຄັນຕ້ອງຕິດພັນກັບເກັບກໍາຊີວະປະຫວັດຕ້ອງຈະແຈ້ງ ໂດຍສົ່ງພະນັກງານລົງກໍ່ສ້າງຮາກຖານການເມືອງຢ່າງຕໍ່ເນື່ອງ ເພື່ອໃຫ້ທັນກັບສະພາບການເຄື່ອນໄຫວຂອງສະມາຊິກພັກ. ຄະນະພັກແຕ່ລະຂັ້ນ ຕ້ອງເອົາໃຈໃສ່ໃນການຄຸ້ມຄອງ-ປ້ອງກັນພັກ, ໃນສະພາບປັດຈຸບັນ ຍາມໃດພວກສັດຕູກໍພະຍາຍາມຊອກທຸກວິທີທາງເພື່ອທໍາລາຍ, ໃສ່ຮ້າຍປ້າຍສີ ຍຸແຍ່ໃຫ້ມີຄວາມແຕກແຍກພາຍໃນພັກ ແລະ ພາຍໃນຊາດ. ສະນັ້ນ, ສະມາຊິກພັກທຸກສະຫາຍ ຕ້ອງມີສະຕິລະວັງຕົວ ແລະ ມີຄວາມຕື່ນຕົວສູງໃນທຸກເວລາ ຕໍ່ກົນອຸບາຍມ້າງເພທໍາລາຍຂອງພວກທີ່ບໍ່ຫວັງດີ ໂດຍຖືເອົາວຽກງານຄຸ້ມຄອງ-ປ້ອງກັນພັກ ເປັນພາຫະນະສໍາຄັນ ໃນການຕ້ານກັບພວກບໍ່ຫວັງດີ. ດັ່ງນັ້ນ, ຕ້ອງມີການພັດທະນາວຽກງານຄຸ້ມຄອງ-ປ້ອງກັນພັກ ຢ່າງຕໍ່ເນື່ອງ ແລະ ມີປະສິດທິພາບ, ປະສິດທິຜົນສູງ.

ໂດຍ: ສຸຄັນທອນ ສິງພວງເພັດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version