Home ຂ່າວພາຍໃນ ສສກ-ອິນເດຍ ຫາລືວຽກງານໃນຂະແໜງການສຶກສາ-ກິລາ

ສສກ-ອິນເດຍ ຫາລືວຽກງານໃນຂະແໜງການສຶກສາ-ກິລາ

0

ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດອິນເດຍ ປະຈຳ ສປປ ລາວ ຜູ້ໃໝ່ ພົບປະຫາລືວຽກງານຂະແໜງການສຶກສາ ແລະ ກິລາໃນໄລຍະຜ່ານມາ ແລະ ແຜນການສືບຕໍ່ຮ່ວມມືໃນຕໍ່ໜ້າ ເພື່ອເປັນການຮັດແໜ້ນຄວາມສາມັກຄີ, ຊຸກຍູ້ສົ່ງເສີມວຽກງານການສຶກສາ-ກິລາ ໃນ ສປປ ລາວ ໃຫ້ນັບມື້ກ້າວໜ້າຂຶ້ນ.

ເມື່ອບໍ່ດົນມານີ້ ທີ່ສໍານັກງານ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ປຣາຊານ ເອກາວາ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດອິນເດຍ ປະຈຳ ສປປ ລາວ ຜູ້ໃໝ່ ເນື່ອງໃນໂອກາດທີ່ທ່ານໄດ້ມາດໍາລົງຕຳແໜ່ງໃໝ່, ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໂອກາດນີ້, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານເອກະອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ຜູ້ໃໝ່ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເອກອັກຄະລັດຖະທູດປະຈຳ ສປປ ລາວ ຜູ້ໃໝ່ ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຕະຫຼອດໄລຍະຜ່ານມາ ຊຶ່ງໄລຍະຜ່ານມາ ລັດຖະບານອິນເດຍ ໄດ້ໃຫ້ການຊ່ວຍເຫຼືອວຽກງານຫຼາຍດ້ານໃນຂະແໜງການສຶກສາ-ກິລາ ເປັນຕົ້ນແມ່ນການສະໜອງທຶນການສຶກສາໃຫ້ແກ່ນັກສຶກສາລາວ, ການສ້າງພື້ນຖານໂຄງລ່າງ ແລະ ການແລກປ່ຽນກິດຈະກຳດ້ານສຸຂະພາບ ແລະ ວັດທະນະທຳ ແລະ ຫວັງຢ່າງຍິ່ງວ່າ ເອກອັກຄະລັດຖະທູດຜູ້ໃໝ່ຈະໃຫ້ຄວາມຮ່ວມມື, ສືບຕໍ່ຊຸກຍູ້ ແລະ ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ-ອິນເດຍໃຫ້ໄດ້ຮັບໝາກຜົນຢ່າງສູງສຸດ.

ໂອກາດດຽວກັນ, ທ່ານ ປຣາຊານ ເອກາວາ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມໃຫ້ຄໍາໝັ້ນສັນຍາວ່າ ໃນໄລຍະການມາປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດຢູ່ ສປປ ລາວ ນີ້ ຈະສຸມທຸກຄວາມສາມາດ ແລະ ສະຕິປັນຍາຂອງຕົນປະກອບສ່ວນເຂົ້າໃນການພັດທະນາວຽກງານໃນຂະແໜງການສຶກສາຂອງລາວ ໂດຍສະເພາະສືບຕໍ່ໃຫ້ມີທຶນຝຶກອົບຮົມໄລຍະສັ້ນໃນສາຂາວິຊາຕ່າງໆທີ່ອິນເດຍມີທ່າແຮງ ແລະ ຝ່າຍລາວມີຄວາມສົນໃຈ, ການສ້າງພື້ນຖານໂຄງລ່າງ ແລະ ວຽກງານຕ່າງໆທີ່ກ່ຽວຂ້ອງໃນຂະແໜງການສຶກສາໃຫ້ດີຂຶ້ນເທື່ອລະກ່າວ.

ໂດຍ ບົວລະພາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version