Home ຂ່າວພາຍໃນ ລາວ-ສະຫະພາບມຽນມາ ສືບຕໍ່ການຮ່ວມມືຫຼາຍດ້ານ

ລາວ-ສະຫະພາບມຽນມາ ສືບຕໍ່ການຮ່ວມມືຫຼາຍດ້ານ

0

ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບ ຂອງທ່ານ ມຽນແຕ່ດູ ( Myat Thet Oo) ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ສະຫະພາບ ມຽນມາ ປະຈໍາ ສປປ ລາວ ຄົນໃໝ່ ໃນວັນທີ 26 ກໍລະກົດ 2023 ທີ່ສູນກາງແນວລາວສ້າງຊາດ.

ທ່ານປະທານ ສູນກາງແນວລາວສ້າງຊາດ ໄດ້ຕີລາຄາສູງຕໍ່ການມາເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ເຊິ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບ ເປັນການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍສະເພາະແມ່ນສືບຕໍ່ຮ່ວມມືດ້ານການເມືອງ ເສດຖະກິດ-ສັງຄົມ ວັດທະນາທໍາ ແລະ ວຽກງານສາສະໜາ ພ້ອມດຽວກັນນັ້ນ ທ່ານເອກອັກຄະລັດຖະທູດມຽນມາ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ ທ່ານ ປະທານ ສນຊ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ທ່ານໄດ້ສະແດງຄວາມຮູ້ສຶກພາກພູມ ທີ່ໄດ້ຮັບຕໍາແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ປະຈໍາ ສປປ ລາວ ໃນຄັ້ງນີ້.

ພ້ອມທັງໃຫ້ສັນຍາວ່າຈະນໍາເອົາຄວາມຮູ້ຄວາມສາມາດຂອງຕົນມານໍາໃຊ້ເຂົ້າວຽກງານໃຫ້ມີຄວາມກ້າວໜ້າຂຶ້ນໄປເລື້ອຍໆ ໃນໄລຍະຜ່ານມາ ອົງການພຸດທະສາສະໜາສໍາພັນລາວ ໄດ້ໄປຢ້ຽມຢາມ ສະຫະພາບ ມຽນມາ ແລະ ທ່ານປະທານ ສູນກາງແນວລາວສ້າງຊາດ ຍັງໄດ້ເຊີນ ອົງການພຸດທະສາສະໜາ ຂອງມຽນມາ ມາຢ້ຽມຢາມ ສປປ ລາວ ຕື່ມອີກ.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version