Home ຂ່າວກິລາ U12 W.I.G ສ້າງປະຫວັດສາດໄວ້ທີ່ ສ ເກົາຫຼີ ຄວ້າອັນດັບ 5 ຈາກ 32 ທີມລາຍການ JS CUP

U12 W.I.G ສ້າງປະຫວັດສາດໄວ້ທີ່ ສ ເກົາຫຼີ ຄວ້າອັນດັບ 5 ຈາກ 32 ທີມລາຍການ JS CUP

0

ເປັນຜົນງານຄັ້ງປະຫວັດສາດຂອງວົງການບານເຕະເຍົາວະຊົນລາວ ເມື່ອສະໂມສອນບານເຕະເຍົາວະຊົນ U12 W.I.G NAGA ສາມາດສ້າງຜົນງານຢ່າງໂດດເດັ່ນລົງສະ ໜາມ 6 ນັດຊະນະ 5 ແລະ ເສຍ 1 ນັດ ຄວ້າອັນດັບ 5 ຈາກ 32 ທີມຊັ້ນນໍາໃນຕ່າງປະເທດເຂົ້າຮ່ວມ ໃນການແຂ່ງຂັນ JS CUP 2023 ຫຼື Ji-Sung Park Interna tional youth Cup 2023 ທີ່ ສ ເກົາຫຼີ ລະຫວ່າງວັນທີ 20-27 ກໍລະກົດ 2023.

ການແຂ່ງຂັນ JS CUP 2023 ຫຼື Ji-Sung Park International Youth Cup 2023 ທີ່ ສ ເກົາຫຼີ ມີເຖິງ 32 ທີມເຂົ້າຮ່ວມປະກອບມີ: ທີມຊັ້ນນໍາຈາກ ສ ເກົາຫຼີ 24 ທີມ ຈາກ ສປ ຈີນ 2 ທີມ ໄທ 2 ທີມ ຍີ່ປຸ່ນ 1 ທີມ ຮົງກົງ 1 ທີມ ລາວ 1 ທີມ ແລະ ຕີມໍ 1 ທີມ ແບ່ງອອກເປັນ 8 ກຸ່ມໆລະ 4 ທີມ ຄັດເອົາທີ 1 ຂອງແຕ່ລະກຸ່ມເຂົ້າຮອບ 8 ທີມສຸດທ້າຍ ( ຮອບດິວິຊັນ 1 ) ສ່ວນອັນດັບ 2, 3 ແລະ 4 ແມ່ນໄປຫຼິ້ນໃນດິວິຊັນ 2 3 ແລະ 4 ຕາມລໍາດັບ.

ຜ່ານການແຂ່ງຂັນປາກົດວ່າ: U12 W.I.G NAGA ສ້າງຜົນງານຢ່າງໂດດເດັ່ນຊະນະ 3 ນັດລວດໃນຮອບແບ່ງກຸ່ມໆ E ໄດ້ແກ່ ຊະນະ NAMYANG HJ FC 2-0 ຊະນະ GUNPO YOUTH FC 1-0 ແລະ ຖະຫຼົ່ມ DAECHEON ELEM 9-0 ຄວ້າແຊັມກຸ່ມ ຜ່ານເຂົ້າ 8 ທີມສຸດທ້າຍພົບກັບ PYEONGTAEK JS FC ທີມເຈົ້າພາບຂອງ ປາກ ຈິ-ຊອງ ອະດີດນັກເຕະຂອງ ແມນເຊັສເຕີ ຢູໄນເຕັດ ແລະ ທີມຊາດ ສ ເກົາຫຼີ ເຊິ່ງຮອບ 8 ທີມສຸດທ້າຍ U12 W.I.G NAGA ເຮັດໄດ້ດີ ແລະ ມີໂອກາດຈະຊະນະ ກ່ອນຈະສະເໝີ 2-2 ໃນເວລາປົກກະຕິ ຕ້ອງໄປຕັດສິນກັນດ້ວຍການດວນຈຸດໂທດ ແຕ່ໜ້າເສຍດາຍທີມຈາກ ສປປ ລາວ ຍິງພາດໄປເຖິງ 2 ຄົນ ເຮັດໃຫ້ເສຍໃຫ້ກັບ PYEONGTAEK 2-3 ໝົດສິດໄປແຂ່ງຂັນໃນຮອບ 4 ທີມສຸດທ້າຍ.

ຢ່າງໃດກໍຕາມ U12 W.I.G NAGA ໄດ້ມາລຸ້ນອັນດັບ 5 ໂດຍສາມາດເອົາຊະນະ GIHEUNG FC 3-0 ຜ່ານເຂົາໄປຊີງອັນດັບ 5 ກັບ WONJU LEADERS ທີມຈາກ ເກົາຫຼີ ປາກົດວ່າ: U12 W.I.G NAGA ທີມຈາກ ສປປ ລາວ ເຮັດໄດ້ບຽດເອົາຊະນະໄປ 2-1 ຄວ້າອັນດັບ 5 ໄປຄອງ ແລະ ພິເສດ ທ້າວ ສອນສະຫວັນ ສີຫາຄູນ ( ສອງ ) ຜູ້ຮັກສາປະຕູຂອງ U12 W.I.G NAGA ຍັງຄວ້າລາງວັນຜູ້ຮັກສາປະຕູດີເດັ່ນປະຈໍາລາຍການ ເສຍພຽງ 3 ປະຕູ ຈາກຜົນງານລົງສະໜາມ 6 ນັດພາທີມຊະນະ 5 ແລະ ເສຍ 1 ນັດໃນລາຍການນີ້.

………………………………………

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version