Home ຂ່າວພາຍໃນ ລາວ-ອິນໂດເນເຊຍ ຮັດແໜ້ນການຮ່ວມມືດ້ານທຸລະກິດ

ລາວ-ອິນໂດເນເຊຍ ຮັດແໜ້ນການຮ່ວມມືດ້ານທຸລະກິດ

0

ໃນລະຫວ່າງວັນທີ18-21 ກໍລະກົດ 2023 ຜ່ານມານີ້, ຄະນະນັກທຸລະກິດ ຈາກປະເທດອິນໂດເນເຊຍ ນຳໂດຍ ທ່ານ ມັງກູອາຣາມທູ ປະທານກຳມະການບໍລິຫານໂຮງໝໍ ລູລີດາ ຮາຊານາ ຕາມາ (LuridaHasana Tama Hospital), ປະທານກຳມະການບໍລິຫານມູນນິທິມັງກູພາເລດ (Mangku Palace) ປະເທດອິນໂດເນເຊຍ, ພ້ອມຄະນະ ໄດ້ເດີນທາງມາຮ່ວມປະຊຸມແລກປ່ຽນວິໄສທັດທາງທຸລະກິດ ກັບບັນດານັກທຸລະກິດຂອງ ສປປ ລາວ ນະຄອນຫລວງວຽງຈັນ ໂດຍໄດ້ຮັບການຕ້ອນຮັບຈາກ ກຸ່ມບໍລິສັດ ເອັສທີ ແລະ ບໍລິສັດ ໂຢມາດາ.

ໃນໂອກາດເດີນທາງມາຮ່ວມປະຊຸມແລກປ່ຽນວິໄສທັດ ທາງທຸລະກິດ ໃນຄັ້ງນີ້, ຄະນະນັກທຸລະກິດຈາກອິນໂດເນເຊຍ ໄດ້ໄປຢ້ຽມຊົມກິດຈະການຂອ ງກຸ່ມບໍລິສັດ ເອັສທີ ທີ່ດຳເນີນຮ່ວມກັບ ບໍລິສັດໂຢມາດາ ເຊິ່ງປະກອບມີ: ເອັສທີ ຄັບ(ST CLUB), ເອັສທີ ເດມາກ(ST DAY MART)ແລະ ເອັສທີ ຄ໋ອບຟີ (ST COFFEE) ຢູ່ໂຮງແຮມເອັສທີເວກັສ ບ້ານດົງໂພສີເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ.

ພິເສດ ໃນຕອນແລງຂອງວັນທີ 19 ກໍລະກົດ 2023 ຄະນະດັ່ງກ່າວ ໄດ້ເຂົ້າຮ່ວມພິທີບາສີສູ່ຂວັນຕາມຮີດຄອງປະເພນີລາວ ແລະ ຮ່ວມໄຫລເຮືອໄຟ ທີ່ຮ້ານອາຫານແຄມຂອງວິວ ບ້ານທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ຖະໜອມ ທຳທອງ ປະທານແນວລາວສ້າງຊາດນະຄອນຫລວງວຽງຈັນ, ທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານນາງ ຣູມົນດັງ ຊູມາຕິອານິ ອຸປະທູດອິນໂດເນເຊຍປະຈຳລາວ, ທ່ານ ສີທັດ ໄຊສຸລິວົງ ປະທານກຸ່ມບໍລິສັດເອັສທີ, ທ່ານນາງ ຈິດາພາ ຍິ້ມພົງ ປະທານບໍລິສັດ ໂຢມາດາ ຈຳກັດຜູ້ດຽວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການເດີນທາງມາ ແລກປ່ຽນວິໄສທັດທາງທຸລະກິດ ໃນຄັ້ງນີ້, ເປັນນິມິດໝາຍອັນດີ ເຮັດໃຫ້ນັກທຸລະກິດ ຂອງທັງສອງປະເທດ ລາວ-ອິນໂດເນເຊຍ ໄດ້ແລກປ່ຽນບົດຮຽນ, ປະສົບການ ໃນການດຳເນີນທຸລະກິດ ເຊິ່ງກັນ ແລະ ກັນ, ທັງເປັນການຮັດແໜ້ນການພົວພັນຮ່ວມມື ໃນດ້ານຕ່າງໆລະຫວ່າງສອງປະເທດ ໃຫ້ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ, ທັງໄດ້ແລກປ່ຽນວັດທະນະ ທຳ, ຮີດຄອງປະເພນີ ແລະ ວິຖີການດຳລົງຊີວິດ ເຊິ່ງກັນ ແລະ ກັນ ຕື່ມອີກ.

ຂ່າວ-ພາບ: ທະນູທອງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version