Home ສຶກສາ ໂຮງຮຽນ 30 ແຫ່ງ ຢູ່ແຂວງອຸດົມໄຊ ໄດ້ຮັບການປັບປຸງ ດ້ານສຸຂະນາໄມ

ໂຮງຮຽນ 30 ແຫ່ງ ຢູ່ແຂວງອຸດົມໄຊ ໄດ້ຮັບການປັບປຸງ ດ້ານສຸຂະນາໄມ

0

ເມື່ອບໍ່ດົນມານີ້, ໄດ້ມີພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຈັດຕັ້ງປະ ຕິບັດ ໂຄງການປັບປຸງດ້ານສຸຂະນາໄມໃນໂຮງຮຽນ 30 ແຫ່ງຢູ່ ໃນເມືອງຫລາ ແລະ ເມືອງນາໝໍ້ ແຂວງອຸດົມໄຊ; ໃນນັ້ນ, ໂຮງຮຽນປະຖົມ 24 ແຫ່ງ ແລະ ໂຮງຮຽນມັດທະຍົມຕອນຕົ້ນ 6 ແຫ່ງ, ຕາງໜ້າລົງນາມໂດຍທ່ານ ສົມສັກ ສຸພິໄລ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊແລະ ທ່ານ ນາງ ຄາໂຣ ມໍເທນຊັນ ອໍານວຍການອົງການແພລນສາກົນປະຈໍາ ສປປ ລາວ. ໃນຂະທີ່ ຊວງສຶກສາທິການ ແລະ ກິລາ ໄດ້ມີຂໍ້ຕົກລົງອະນຸມັດໂຄງການໃໝ່ເພື່ອສະໜັບສະໜູນ ນັກຮຽນຍິງ ແລະ ຊາຍ ໃນໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ໂດຍໂຄງການນີ້ໄດ້ຮັບການສະໜັບສະໜູນເງິນທຶນຈາກ ກະຊວງການຕ່າງປະເທດຍີ່ປຸ່ນ ແລະ ອົງການແພລນສາກົນ ຍີ່ປຸ່ນ ໂດຍຜ່ານອົງ ການແພລນສາກົນ ປະຈຳ ສປປ ລາວ.

ໂຄງການປັບປຸງດ້ານສຸຂານາໄມໃນໂຮງຮຽນ ໂດຍເລັ່ງໃສ່ຊ່ວຍເຫລືອການປັບປຸງລະບົບນໍ້າ, ສິ່ງອໍານວຍຄວາມສະດວກດ້ານສຸຂານາໄມ ທີ່ເອື້ອອຳນວຍໃຫ້ແກ່ນັກຮຽນຍິງ ລວມທັງການຮັກສາອະ ນາໄມ ໃນໂຮງຮຽນເປົ້າໝາຍ 30 ແຫ່ງດັ່ງກ່າວ, ພ້ອມທັງ ຈະເລັ່ງໃສ່ປັບປຸງສະພາບແວດລ້ອມ ແລະ ສຸຂະນາໄມ ໃຫ້ມີຄວາມສະດວກ ສະບາຍສໍາລັບນັກຮຽນທຸກຄົນ, ລວມທັງນັກຮຽນຍິງທີ່ຢູ່ໃນໄລ ຍະເປັນປະຈໍາເດືອນ ໂດຍຜ່ານການປັບປຸງການເຂົ້າເຖິງ ລະບົບນໍ້າ ແລະ ສິ່ງອໍານວຍຄວາມສະດວກດ້ານສຸຂະນາໄມ ລວມທັງຫ້ອງນໍ້າທີ່ມີການແຍກສໍາລັບຍິງ-ຊາຍ.

ທ່ານນາງ ຄາໂຣ ມໍເທນຊັນ ກ່າວວ່າ: ໂຄງການນີ້ ມີຄວາມສໍາຄັນທາງດ້ານການປັບປຸງສຸຂະ ພາບ ແລະ ຄວາມເປັນຢູ່ທີ່ດີ ຂອງເດັກນ້ອຍໃນແຂວງອຸດົມໄຊ ເຊິ່ງໂຄງການຈະຊ່ວຍຫລຸດຜ່ອນທັດ ສະນະຄະຕິເລື່ອງເພດ ແລະ ເຮັດໃຫ້ເດັກທຸກຄົນ ເຂົ້າເຖິງສະພາບແວດລ້ອມການຮຽນຮູ້ທີ່ປອດໄພ ແລະ ສຸຂະນາໄມທີ່ຖືກຕ້ອງ ແລະ ເທົ່າທຽມ. ອົງການແພລນສາກົນ ປະຈໍາ ສປປ ລາວ ແລະ ຄູ່ຮ່ວມງານຈະດໍາເນີນໂຄງການດັ່ງກ່າວ ເພື່ອໃຫ້ແນ່ໃຈວ່າເດັກທຸກຄົນສາມາດເຂົ້າເຖິງ ຫ້ອງນໍ້າທີ່ປອດໄພ ແລະ ຖືກສຸຂະນາໄມພາຍໃນ 3 ປີ. ນອກຈາກນີ້, ໂຄງການຍັງຈະໄດ້ສົ່ງເສີມການປະຕິບັດດ້ານສຸຂະນາໄມໃນຂັ້ນຊຸມຊົນ ຕະຫລອດໄລຍະໂຄງການ.

ທ່ານນາງ ຄາໂຣ ມໍເທນຊັນ ຍັງໄດ້ຢືນຍັນວ່າ: ເດັກນ້ອຍ ແລະ ໄວໜຸ່ມທຸກຄົນ ຈະສາມາດເຂົ້າເຖິງການຮຽນຮູ້ໃນສະພາບແວດລ້ອມທີ່ປອດໄພ ແລະ ຖືກສຸຂະລັກສະນະ ເຊິ່ງເປົ້າໝາຍຂອງໂຄງການຫລັກໆແມ່ນການສ້າງຫ້ອງນໍ້າແຍກ(ຍິງ-ຊາຍ), ການສົ່ງເສີມຄວາມຮູ້ທາງດ້ານເພດສຶກສາ ແລະ ການສົ່ງເສີມ ໃຫ້ເດັກຍິງມີຄວາມເປັນຜູ້ນໍາໃນກິດຈະກໍາຕ່າງໆ. ສິ່ງນີ້ຈະສ້າງຄວາມແຕກຕ່າງໃຫ້ແກ່ຊີວິດເດັກ ແລະ ໄວໜຸ່ມ ໂດຍສະເພາະແມ່ນເດັກຍິງຢູ່ແຂວງອຸດົມໄຊ ໃນການເຂົ້າເຖິງຂີດຄວາມສາມາດສູງສຸດຂອງພວກເຂົາ ແລະ ພວກເຮົາ ຈະບໍ່ຢຸດຈົນກວ່າເດັກຍິງທຸກຄົນຈະເທົ່າທຽມ.

ທ່ານ ໂຄບາຢາຊິ ເຄນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາລາວ ໄດ້ສະແດງຄວາມຫວັງວ່າ: ຄວາມພະຍາຍາມພາຍໃຕ້ໂຄງການນີ້ ຈະຊ່ວຍປັບປຸງສະພາບແວດລ້ອມດ້ານສຸຂະນາໄມ ໃນໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ຢູ່ໃນພື້ນທີ່ເປົ້າໝາຍ ເຊິ່ງຈະສົ່ງຜົນໃຫ້ເດັກສາມາດບັນລຸຜົນການຮຽນທີ່ດີໄດ້ ໃນສະພາບແວດລ້ອມທີ່ມີຄວາມລະອຽດອ່ອນ ກ່ຽວກັບຄວາມເທົ່າທຽມທາງເພດ.ໂຄງການນີ້, ມີສ່ວນຊ່ວຍໃນການສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສະບັບທີ 9 ທີ່ໄດ້ລະບຸໄວ້ວ່າ ການສຶກສາມີຄວາມສໍາຄັນຢ່າງຍິ່ງ ໃນການບັນລຸເປົ້າໝາຍພັດທະນາແບບຍືນຍົງ(SDG) ແລະ ຫລຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2024.

ຂ່າວ: ທະນູທອງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version