Home ຂ່າວໜ້າໜຶ່ງ ເຈົ້າຄອງ ນວ ຕ້ອນຮັບການເຂົ້າອໍາລາຂອງເອກອັກຄະລັດຖະທູດແຫ່ງສະຫະລັດອາເມຣິກາ ປະຈຳ ລາວ

ເຈົ້າຄອງ ນວ ຕ້ອນຮັບການເຂົ້າອໍາລາຂອງເອກອັກຄະລັດຖະທູດແຫ່ງສະຫະລັດອາເມຣິກາ ປະຈຳ ລາວ

0

ວັນທີ 11 ກໍລະກົດ 2023 ທີ່ຫ້ອງວ່າການນະຄອນຫຼວງ ວຽງຈັນ (ນວ) ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ໄດ້ໃຫ້ການຕ້ອນຮັບການເຂົ້າພົບປະອໍາລາຂອງທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດແຫ່ງສະຫະລັດ ອາເມ ຣິກາ ປະຈຳ ສປປ ລາວ ເນື່ອງໃນໂອກາດທີ່ສຳເລັດໜ້າທີ່ການທູດ ຢູ່ ສປປ ລາວ.

ທ່ານ ອາດສະພັງທອງ ສີພັນດອນ ໄດ້ຕີລາຄາສູງຕໍ່ການປະຕິບດໜ້າທີ່ຂອງທ່ານ ປີເຕີ ເອັມ ເຮມ໋ອນ ຕະຫຼອດໄລຍະການປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດແຫ່ງສະ ຫະລັດອາເມຣິກາ ປະຈຳ ສປປ ລາວ ເຊິ່ງເປັນການປະ ກອບສ່ວນເສີມຂະຫຍາຍສາຍພົວພັນ ຄວາມສາມັກຄີ ໃຫ້ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງ ນວ ແລະ ສະຫາລັດອາເມຣິກາໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ເປັນຕົ້ນ ໃຫ້ການຊ່ວຍເຫຼືອດ້ານການສຶກສາ ສາທາລະນະສຸກ ແລະ ອື່ນໆ ພ້ອມນັ້ນຍັງໄດ້ອວຍພອນໃຫ້ທ່ານທູດເດີນທາງກັບດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສໍາເລັດໃນໜ້າທີ່ໃໝ່ຕື່ມອີກ.

ໂອກາດນີ້ທ່ານ ປີເຕີ ເຮມອນ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ເຈົ້າຄອງ ນວ ກໍ່ຄືການນໍາ ນວ ທີ່ໄດ້ອໍານວຍຄວາມ ສະດວກ ແລະ ໃຫ້ການຊ່ວຍເຫຼືອດ້ານຕ່າງໆຕະຫຼອດໄລ ຍະການປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດແຫ່ງສະຫະລັດອາເມຣິກາ ປະຈຳ ສປປ ລາວ ເຊິ່ງໄດ້ປະກອບສ່ວນເຮັດໃຫ້ການປະຕິບັດໜ້າທີ່ປະສົບຜົນສໍາເລັດຕາມການມອບໝາຍ.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version