Home ບຸນປະເພນີ ເຈົ້າຄອງ ນວ ຕ້ອນຮັບການເຂົ້າພົບປະເອກອັກຄະລັດຖະທູດ ແຫ່ງປະເທດອິນເດຍ

ເຈົ້າຄອງ ນວ ຕ້ອນຮັບການເຂົ້າພົບປະເອກອັກຄະລັດຖະທູດ ແຫ່ງປະເທດອິນເດຍ

0

ວັນທີ 11 ກໍລະກົດ 2023 ທີ່ຫ້ອງວ່າການນະຄອນຫຼວງ ວຽງຈັນ (ນວ) ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ປຣາຊານຕ໌ ອາເກີ່ວາລ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມແຫ່ງປະເທດອິນເດຍ ປະຈໍາລາວ ພ້ອມຄະນະ ເນື່ອງໃນໂອກາດທີ່ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມແຫ່ງປະເທດອິນເດຍ ປະຈໍາລາວ ຄົນໃໝ່.

ໂອກາດນີ້ທ່ານ ອາດສະພັງທອງ ສີພັນດອນ ໄດ້ຕີລາຄາສູງຕໍ່ການມາຮັບໜ້າທີ່ເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມແຫ່ງປະເທດອິນເດຍ ປະຈໍາລາວ ຄົນໃໝ່ຂອງທ່ານ ປຣາຊານຕ໌ ອາເກີ່ວາລ ໃນຄັ້ງນີ້ ເຊິ່ງ ນວ ກໍຍິນດີທີ່ຈະໃຫ້ການຊ່ວຍເຫຼືອ ຮ່ວມມື ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ໃນທຸກດ້ານ ເພື່ອເຮັດໃຫ້ການ ມາປະຕິບັດວຽກງານຂອງທ່ານທູດມີຜົນສຳເລັດຕາມການ ມອບໝາຍ ພ້ອມທັງຈະສືບຕໍ່ເອົາໃຈໃສ່ໃຫ້ການພົວພັນຮ່ວມມືກັນໃຫ້ມີທ່າກ້າວຂະຫຍາຍຕົວສະໜິດແໜ້ນ ພ້ອມນັ້ນ ຍັງໄດ້ແຈ້ງໃຫ້ຮູ້ເຖິງສະພາບການພັດທະນາຂອງ ນວ ພາຍໃຕ້ຜົນກະທົບໃນຫຼາຍດ້ານ ໂດຍສະເພາະທາງດ້ານເສດຖະກິດ ສະພາວະເງີນເຟີ້ ເຮັດໃຫ້ສົ່ງຜົນກະທົບໃນການພັດທະນາເສດຖະກິດ-ສັງຄົມ ແລະ ການດຳລົງຊິວິດຂອງປະຊາຊົນ ແຕ່ແນວໃດກໍ່ຕາມ ນວ ກໍ່ຈະສູ້ຊົນເອົາໃຈໃສ່ແກ້ໄຂ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ບັນລຸໄດ້ຕາມແຜນທີ່ວາງໄວ້.

ພ້ອມອວຍພອນໃຫ້ການມາປະຕິບັດໜ້າທີ່ຂອງທ່ານທູດໃນຄັ້ງນີ້ມີຜົນສຳເລັດ ແລະ ຫວັງຢ່າງຍິ່ງວ່າການພົວພັນຮ່ວມມືສອງຝ່າຍ ຈະສືບຕໍ່ຂະຫຍາຍຕົວ ແລະ ມີການຮ່ວມມືຊ່ວຍເຫຼືອກັນໄປເລື້ອຍໆ.

ທ່ານ ປຣາຊານຕ໌ ອາເກີ່ວາລ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຈະເອົາໃຈໃສ່ໃນການປະຕິບັດໜ້າທີ່ໃຫ້ສຳເລັດ ຕາມລະດັບຄາດໝາຍ ລວມທັງຈະໃຫ້ການຮ່ວມມືໃນທຸກດ້ານຕໍ່ ນວ ແລະ ສຶບຕໍ່ເຮັດໃຫ້ການພົວພັນຮ່ວມມືຊ່ວຍເຫຼືອມີການພັດທະນາຂະຫຍາຍຕົວຢ່າງສະໜິດແໜ້ນ ທັງຈະລະດົມເອົາການ ລົງທຶນຈາກ ອິນເດຍ ເຂົ້າມາ ນວ ໃຫ້ຫຼາຍຂຶ້ນ ພ້ອມນັ້ນ ຍັງໄດ້ສະເໜີຕໍ່ ນວ ໃນການຄົ້ນຄວ້າ ຊ່ວຍເຫຼືອ ໃຫ້ນະໂຍບາຍຕໍ່ນັກລົງທຶນ ກໍ່ຄື ບໍລິສັດທີ່ເຂົ້າມາດຳເນີນທຸລະກິດເຄື່ອນໄຫວຢູ່ ນວ.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version