Home ຂ່າວໜ້າໜຶ່ງ ຜູ້ວ່າການທະນາຄານ ສະເໜີຮ່າງກົດໝາຍວ່າດ້ວຍທະນາຄານທຸລະກິດສະບັບປັບປຸງ

ຜູ້ວ່າການທະນາຄານ ສະເໜີຮ່າງກົດໝາຍວ່າດ້ວຍທະນາຄານທຸລະກິດສະບັບປັບປຸງ

0

ເພື່ອເຮັດໃຫ້ວຽກງານຄຸ້ມຄອງ ແລະ ຕິດຕາມກວດກາ ການເຄື່ອນໄຫວຂອງທະນາຄານທຸລະກິດ ລວມໄປເຖິງການຄົ້ນຄວ້າອະນຸຍາດດໍາເນີນທຸລະກິດທະນາຄານ ເຮັດໃຫ້ລະບົບທະນາຄານທຸລະກິດ ມີຄວາມເຂັ້ມແຂງ ແລະ ໝັ້ນຄົງໂດຍພື້ນຖານ. ໃນວັນທີ 12 ກໍລະກົດ ນີ້ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍ ທະນາຄານທຸລະກິດ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX, ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.

ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ໄດ້ສະເໜີວ່າ: ສຳລັບເຫດຜົນ, ຄວາມຈໍາເປັນໃນການປັບປຸງ ແລະ ບາງເນື້ອໃນສຳຄັນທີ່ໄດ້ມີການປັບປຸງໃນ ຮ່າງກົດໝາຍວ່າດ້ວຍ ທະນາຄານທຸລະກິດ ຊຶ່ງເປັນກົດໝາຍ ໜຶ່ງທີ່ມີຄວາມສໍາຄັນຫຼາຍໃນວຽກງານຄຸ້ມຄອງ ແລະ ຕິດຕາມກວດກາ ການເຄື່ອນໄຫວຂອງທະນາຄານທຸລະກິດ ທັງເປັນບ່ອນອີງພື້ນຖານໃຫ້ແກ່ ທະນາຄານແຫ່ງ ສປປ ລາວ ໃນການກຳນົດລະບຽບການສະເພາະ ເພື່ອຄຸ້ມຄອງກວດກາທະນາຄານທຸລະກິດ ລວມໄປເຖິງການຄົ້ນຄວ້າອະນຸຍາດດໍາເນີນທຸລະກິດ ທະນາຄານ ເຮັດໃຫ້ລະບົບທະນາຄານທຸລະກິດ ມີຄວາມເຂັ້ມແຂງ ແລະ ໝັ້ນຄົງໂດຍພື້ນຖານ.

ໃນໄລຍະຜ່ານມາ, ກົດໝາຍດັ່ງກ່າວ ໄດ້ຮັບການປັບປຸງແລ້ວ 1 ຄັ້ງ ໂດຍປັບປຸງຈາກ ສະບັບປີ 2006 ຊຶ່ງສະບັບປັດຈຸບັນ ແມ່ນສະບັບເລກທີ 56/ສພຊ, ລົງວັນທີ 7 ທັນວາ 2018. ຮ່າງກົດໝາຍສະບັບນີ້ ປະກອບມີທັງໝົດ 12 ພາກ, 14 ໝວດ ແລະ 114 ມາດຕາ; ໃນນັ້ນ, ໄດ້ເພີ່ມເຂົ້າໃໝ່ 1 ພາກ ແລະ 8 ມາດຕາ, ໄດ້ປັບປຸງຮຽບຮຽງເນື້ອໃນເກົ່າຄືນໃໝ່ ຈຳນວນ 51 ມາດຕາ ແລະ ຮັກສາເນື້ອໃນເກົ່າໄວ້ ຈໍານວນ 55 ມາດຕາ (ທຽບກັບກົດໝາຍສະບັບເກົ່າ ມີ 11 ພາກ, 14 ໝວດ ແລະ 106 ມາດຕາ).

ເນື້ອໃນ ສຳຄັນທີ່ໄດ້ປັບປຸງມີດັ່ງນີ້: ພາກທີ I ບົດບັນຍັດທົ່ວໄປ (ປະກອບດ້ວຍ 7 ມາດຕາ, ປັບປຸງ 2 ມາດຕາ); ພາກທີ II ການຂໍອະນຸຍາດດໍາເນີນທຸລະກິດການທະນາຄານ ແລະ ໂຄງປະກອບການຈັດຕັ້ງ (ປະກອບດ້ວຍ 28 ມາດຕາ, ເພີ່ມໃໝ່ 3 ມາດຕາ ແລະ ປັບປຸງ 16 ມາດຕາ); ພາກທີ III ທຸລະກິດການທະນາຄານ ແລະ ການຂະຫຍາຍທຸລະກິດ (ປະກອບດ້ວຍ 13 ມາດຕາ, ປັບປຸງ 11ມາດຕາ); ພາກທີ IV ການຮັກສາຄວາມໝັ້ນຄົງ, ການໂອນຮຸ້ນ, ການຄວບກິດຈະການ ແລະ ການຊື້ ຂາຍຊັບສິນທີ່ສໍາຄັນ ຂອງທະນາຄານທຸລະກິດ (ປະກອບດ້ວຍ 16 ມາດຕາ, ປັບປຸງ 4 ມາດຕາ); ພາກທີ V ການບັນຊີ, ການເປີດເຜີຍຂໍ້ມູນຂອງທະນາຄານທຸລະກິດ ແລະ ການກວດສອບໂດຍບໍລິສັດກວດ ສອບ (ປະກອບດ້ວຍ 10 ມາດຕາ, ປັບປຸງ 3 ມາດຕາ): ໄດ້ປັບປຸງມາດຕາກ່ຽວກັບການເກັບຮັກສາເອກະສານ ແລະ ຂໍ້ມູນທຸລະກຳຂອງທະນາຄານທຸລະກິດ ໂດຍໄດ້ເພີ່ມເນື້ອໃນວ່າ: ໃນກໍລະນີທີ່ຈຳເປັນ ສາຂາທະນາຄານ ທຸລະກິດຕ່າງປະເທດ ຍັງສາມາດເກັບຮັກສາເອກະສານ ແລະ ຂໍ້ມູນທຸລະກຳ ໄວ້ຢູ່ສຳນັກງານໃຫຍ່ຕື່ມ ບົນພື້ນຖານການອະນຸຍາດຂອງທະນາຄານແຫ່ງ ສປປ ລາວ. ການປັບປຸງດັ່ງກ່າວ ແມ່ນເພື່ອເປັນການສ້າງຄວາມຍືດຍຸ່ນໃຫ້ແກ່ສາຂາທະນາຄານທຸລະກິດຕ່າງປະເທດ; ພາກທີ VI ມາດຕະການແຕ່ຫົວທີ ແລະ ການແກ້ໄຂທະນາຄານທຸລະກິດທີ່ຢູ່ໃນພາວະວິກິດ (ປະກອບດ້ວຍ 9 ມາດຕາ, ເພີ່ມໃໝ່ 1 ມາດຕາ ແລະ ປັບປຸງ 3 ມາດຕາ); ພາກທີ VII ການຍຸບເລີກ, ການລົ້ມລະລາຍ ແລະ ການຊຳລະສະສາງ (ປະກອບດ້ວຍ 10 ມາດຕາ, ປັບປຸງ 8 ມາດຕາ )ພາກທີ VIII ສະມາຄົມທະນາຄານລາວເຂົ້າໃໝ່ (ປະກອບດ້ວຍ 3 ມາດຕາ); ພາກທີ IX ຂໍ້ຫ້າມ (ປະກອບດ້ວຍ 3 ມາດຕາ, ປັບປຸງ 2 ມາດຕາ (ພາກທີ X ການຄຸ້ມຄອງ ແລະ ການກວດກາ ທະນາຄານທຸລະກິດ (ປະກອບດ້ວຍ 11 ມາດຕາ ເພີ່ມໃໝ່ 1 ມາດຕາ)

ກົດໝາຍດັ່ງກ່າວປະກອບມີທັງໝົດ 12 ພາກ 14 ໝວດ ແລະ 114 ມາດຕາ ໃນນັ້ນໄດ້ເພີ່ມເຂົ້າໃໝ່ 1 ພາກ ແລະ 8 ມາດຕາ ໄດ້ປັບປຸງຮຽບຮຽງເນື້ອໃນເກົ່າຄືນໃໝ່ 51 ມາດຕາ ແລະ ຮັກສາເນື້ອໃນເກົ່າ ໄວ້ 55 ມາດຕາ ທຽບກັບກົດໝາຍສະບັບເກົ່າມີ 11 ພາກ 14 ໝວດ ແລະ 106 ມາດຕາ.

ຖ້າຮ່າງ ກົດໝາຍວ່າດ້ວຍ ທະນາຄານທຸລະກິດ ສະບັບນີ້ ໄດ້ຖືກຮັບຮອງ ແລະ ເຂົ້າສູ່ການຈັດຕັ້ງປະຕິບັດສາມາດຄາດຄະເນຜົນໄດ້ຮັບດັ່ງນີ້: ຈະເຮັດໃຫ້ຂອດການສ້າງຕັ້ງ ຫຼື ຂໍອະນຸຍາດດຳເນີນທຸລະກິດການທະນາຄານສອດຄ່ອງກັບກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ); ຈະເຮັດໃຫ້ທະນາຄານທຸລະກິດທົ່ວລະບົບມີທຶນຈົດທະບຽນ ຫຼື ເງິນລົງທຶນຕໍ່າສຸດ ເພີ່ມຂຶ້ນ ຊຶ່ງຈະສົ່ງຜົນເຮັດໃຫ້ທະນາຄານມີຖານະການເງິນທີ່ເຂັ້ມແຂງຍິ່ງຂຶ້ນ; ຈະຊ່ວຍໃຫ້ການປ່ຽນແປງສະຖານະຂອງທະນາຄານທຸລະກິດ ມີບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ຊ່ວຍໃຫ້ການປ່ຽນແປງສະຖານະດັ່ງກ່າວໃຫ້ມີຄວາມສະດວກ ແລະ ວ່ອງໄວຂຶ້ນກວ່າເກົ່າ; ຈະເຮັດໃຫ້ຂໍ້ກໍານົດກ່ຽວກັບການແລກປ່ຽນເງິນຕາ ສອດຄ່ອງກັບກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ); ຈະເຮັດໃຫ້ຂະບວນການການແກ້ໄຂທະນາຄານທຸລະກິດທີ່ຢູ່ໃນພາວະວິກິດ ການຍຸບເລີກ ແລະ ການລົ້ມລະລາຍຂອງທະນາຄານທຸລະກິດ ມີບ່ອນອີງທີ່ຄົບຖ້ວນ ແລະ ຊັດເຈນຍິ່ງຂຶ້ນ ໂດຍຈະຊ່ວຍໃຫ້ວຽກງານດັ່ງກ່າວ ມີຄວາມຄ່ອງຕົວຍິ່ງຂຶ້ນ ແລະ ຈະຊ່ວຍໃຫ້ມີບ່ອນອີງສະເພາະສໍາລັບການເຄື່ອນໄຫວຂອງທະນາຄານທຸລະກິດສະເພາະ ແລະ ສະມາຄົມທະນາຄານລາວ.

ຂ່າວ: ຍຸພິນທອງ, ພາບ: ສຸກສະຫວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version