Home ຂ່າວໜ້າໜຶ່ງ ຄະນະຜູ້ແທນພັກເສລີປະຊາທິປະໄຕຍີ່ປຸ່ນ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

ຄະນະຜູ້ແທນພັກເສລີປະຊາທິປະໄຕຍີ່ປຸ່ນ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

0

ໃນວັນທີ 12 ກໍລະກົດ ນີ້ ທີ່ສໍານັກງານ ຫ້ອງວ່າການສູນກາງພັກ, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບຂອງ ທ່ານ ຮາງິອຸດະ ໂຄອິຈິ (Mr. HAGIUDA Koichi) ປະທານກໍາມາທິການຄົ້ນຄວ້ານະໂຍບາຍຂອງ ພັກເສລີປະຊາທິປະໄຕ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 11-12 ກໍລະກົດ 2023.

ໃນໂອກາດດັ່ງກ່າວ, ທ່ານ ບຸນທອງ ຈິດມະນີ ໄດ້ສະແດງຄວາມຍິນດີຕ້ອນຮັບຕໍ່ການມາຢ້ຽມຢາມ ສປປ ລາວ ຂອງຄະນະ ໃນຄັ້ງນີ້ ຊຶ່ງມີຄວາມໝາຍຄວາມສໍາຄັນ ແລະ ເປັນໂອກາດອັນດີໃຫ້ແກ່ສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ 2 ພັກ ແລະ ສາຍພົວພັນຄູ່ ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ໃນຕໍ່ໜ້າ.

ທ່ານ ບຸນທອງ ຈິດມະນີ ໄດ້ແຈ້ງສະພາບການພົ້ນເດັ່ນພາຍໃນພັກ, ພາຍໃນປະເທດ ກໍຄື ຜົນສໍາເລັດໃນການສ້າງສາພັດທະນາເສດຖະກິດ-ສັງຄົມ, ການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຜົນສໍາເລັດໃນດ້ານຕ່າງໆທີ່ຍາດມາໄດ້ ພາຍໃຕ້ການນໍາພາຂອງພັກ-ລັດຖະບານລາວ ໃຫ້ຝ່າຍຍີ່ປຸ່ນຊາບ, ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ລາວ-ຍີ່ປຸ່ນ ໃນໄລຍະຜ່ານມາ ກໍຄື ປັດຈຸບັນ; ສະແດງຄວາມຂອບໃຈ ຕໍ່ ພັກ ແລະ ລັດຖະບານຍີ່ປຸ່ນ ທີ່ໃຫ້ການຊ່ວຍເຫຼືອໃນການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສອງຝ່າຍ ໃນການພັດທະນາພື້ນຖານໂຄງລ່າງ, ສາທາລະນະສຸກ, ສຶກສາ, ການຄ້າ-ການລົງທຶນ, ວັດທະນະທໍາ ແລະ ອື່ນໆ, ລວມທັງ ການຊ່ວຍເຫຼືອຢາວັກຊິນ ແລະ ອຸປະກອນການແພດ ໃນການສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ, ຍິນດີຮ່ວມກັບຝ່າຍຍີ່ປຸ່ນ ໃນການຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ພັກ ປປ ລາວ ແລະ ພັກເສລີປະຊາທິປະໄຕ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ ແລະ ເສີມຂະຫຍາຍ ສາຍພົວພັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ໃຫ້ແຕກດອກອອກຜົນ ແລະ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ໃຫ້ນັບມື້ນັບຫຼາຍຂຶ້ນ.

ທ່ານ ຮາງິອຸຕະ ໂຄອິຈິ ໄດ້ແຈ້ງສະພາບພົ້ນເດັ່ນພາຍໃນພັກ, ປະເທດຍີ່ປຸ່ນ ໃຫ້ຊາບ, ໂດຍສະເພາະຜົນສໍາລັດ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການເຄື່ອນໄຫວວຽກງານການຕ່າງປະເທດ, ການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ຍີ່ປຸ່ນ ໃນໄລຍະຜ່ານມາ, ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ລະຫວ່າງ ສອງພັກ ແລະ ການພົວພັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ຍີ່ປຸ່ນ-ລາວ ໃນໄລຍະຜ່ານມາ ກໍຄື ປັດຈຸບັນ, ຍິນດີຮ່ວມກັບຝ່າຍລາວ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ຍີ່ປຸ່ນ-ລາວ ໃຫ້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ.

ໃນໄລຍະຢ້ຽມຢາມລາວ, ຄະນະຜູ້ແທນ ຍັງໄດ້ພົບປະເຮັດວຽກສອງຝ່າຍກັບ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ເຂົ້າຢ້ຽມຂ່ໍານັບບັນດາການນໍາຂອງພັກ-ລັດຖະບານລາວ ຈໍານວນໜຶ່ງ ຊຶ່ງສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນກ່ຽວກັບ ການພົວພັນຮ່ວມມືສອງຝ່າຍ ແລະ ເປັນເອກະພາບກັນ ກ່ຽວກັບ ທິດທາງການ ຮ່ວມມື ໃນຕໍ່ໜ້າ, ໂດຍສະເພາະ ການເພີ່ມທະວີການຮ່ວມມື ແລະ ແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ລະຫວ່າງ ສອງພັກ, ສອງລັດ ກໍຄື ສະມາຄົມມິດຕະພາບ ລະຫວ່າງ ສອງປະເທດ.

ຂ່າວ: ຄຕພ-ພາບ: ສຳນານ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version