Home ຂ່າວພາຍໃນ ມອບເງິນ 200 ລ້ານກີບ ປະກອບສ່ວນ ປະຕິສັງຂອນ ສາລາໂຮງທຳຢູ່ວັດພຣະທາດສີໂຄດຕະບອງ

ມອບເງິນ 200 ລ້ານກີບ ປະກອບສ່ວນ ປະຕິສັງຂອນ ສາລາໂຮງທຳຢູ່ວັດພຣະທາດສີໂຄດຕະບອງ

0

ວັນທີ 11 ກໍລະກົດ 2023 ທ່ານ ກຽດຕິຄຸນ ໄຊຍະວົງ ໄດ້ມອບເງິນຈຳນວນ 200 ລ້ານກີບ ເພື່ອປະກອບສ່ວນເຂົ້າໃນການ ປະຕິສັງຂອນ (ບູລະນະ) ສາລາໂຮງທຳ ຢູ່ວັດພຣະທາດສີໂຄດຕະບອງ ເມືອງທ່າແຂກ ແຂວງຄຳມ່ວນ ເຊິ່ງຕາງໜ້າມອບໂດຍທ່ານ ແກ້ວປັນຍາ ວັນມີໄຊ ພ້ອມຄະນະຜູ້ຕາງໜ້າ ແລະ ກ່າວຮັບມີທ່ານ ພິດສະໄໝ ກອງຊາເດດ ປະທານແນວລາວສ້າງຊາດແຂວງຄຳມ່ວນ, ໂດຍມີທ່ານເຈົ້າເມືອງທ່າແຂກ, ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ, ພຣະອາຈານ ແກ້ວອຸດອນ ດາລາວົງ ເຈົ້າອະທິການວັດພຣະທາດສີໂຄດຕະບອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ໂອກາດດຽວກັນ ທ່ານປະທານແນວລາວສ້າງຊາດແຂວງ ກໍ່ໄດ້ມອບໃບຍ້ອງຍໍຂອງທ່ານເຈົ້າແຂວງຄຳມ່ວນ ໃຫ້ແກ່ທ່ານ ກຽດຕິຄຸນ ໄຊຍະວົງ ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານດັ່ງກ່າວ.

ເຊິ່ງພຣະທາດສີໂຄດຕະບອງ ເປັນພຣະທາດມິ່ງຂວັນ ຂອງຊາວພຸດທັງຫຼາຍ, ເວົ້າສະເພາະ ກໍ່ຄືຊາວເມືອງທ່າແຂກ ແຂວງຄຳມ່ວນ ເຊິ່ງໄດ້ປະກາດເປັນມໍລະດົກແຫ່ງຊາດ ໃນປີ 1993. ປັດຈຸບັນນີ້ພຣະທາດສີໂຄດຕະບອງ ເປັນປູສະນີຍະສະຖານອັນເກົ່າແກ່ທາງວັດທະນະທຳ ແລະ ປະຫວັດສາດ ສຳລັບຄົນທີ່ເດີນທາງມາແຂວງຄຳມ່ວນ ກໍ່ມັກຈະມາກາບໄຫວ້ສັກກາລະບູຊາ ກາຍເປັນສັນຍາລັກທີ່ສຳຄັນຂອງແຂວງຄຳມ່ວນ.

#Medialaos#ມີເດຍລາວ#khammouane News #ແຂວງຄຳມ່ວນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version