Home ຂ່າວການເມືອງ ສ​ສ​ຊ ປະ​ກອບ​ຄຳ​ເຫັນ​ໃສ່ຮ່າງ​ກົດ​ໝາຍວ່າ​ດ້ວຍສາທາລະນະສຸກ

ສ​ສ​ຊ ປະ​ກອບ​ຄຳ​ເຫັນ​ໃສ່ຮ່າງ​ກົດ​ໝາຍວ່າ​ດ້ວຍສາທາລະນະສຸກ

0

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບຄໍາເຫັນ ຕໍ່ຮ່າງກົດໝາຍວ່າດ້ວຍສາທາລະນະສຸກ ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 11 ກໍລະກົດ ນີ້ ຊຶ່ງມີ ສສຊ ຫຼາຍທ່ານ ສະເໜີກ່ຽວກັບບັນຫາຄ່າທໍານຽມ-ບໍລິການ ແລະ ການພັດທະນາບຸກຄະລາກອນດ້ານຈັນຍາບັນ-ຈັນຍາທໍາ.

ທ່ານ ນາງ ຂັນທອງ ພັນທະຈັກ ສສຊ ເຂດ 11 ແຂວງບໍລິຄໍາໄຊ ໄດ້ປະກອບຄໍາເຫັນໃສ່ຫຼາຍມາດຕາ ຊຶ່ງສະເພາະມາດຕາ 32 ໄດ້ກ່າວວ່າ: ມາດຕານີ້ ແມ່ນກ່ຽວກັບຄ່າທໍານຽມ ແລະ ຄ່າບໍລິການ ຊຶ່ງ ໃນວັກ 2 ກຳນົດວ່າ “ສຳລັບຄ່າບໍລິການຂອງພາກເອກະຊົນ ໃຫ້ປະຕິບັດຕາມສະຖານທີ່ບໍລິການສາທາລະນະສຸກເອກະຊົນ” ຈຶ່ງຂໍແລກປ່ຽນໂດຍອີງຕາມການສະເໜີຂອງປະຊາຊົນ ເຫັນວ່າການກຳນົດຄ່າທໍານຽມ, ຄ່າບໍລິການ ແລະ ຄ່າຢາ ລະຫວ່າງພາກລັດ ແລະ ເອກະຊົນ ເຫັນວ່າຫຼຸດໂຕນກັນຫຼາຍ. ສະນັ້ນ, ຈຶ່ງສະເໜີຄະນະຮັບຜິດຊອບຮ່າງກົດໝາຍສະບັບນີ້ ພິຈາລະນາວ່າ ພວກເຮົາຄວນເພີ່ມເຂົ້າໃນມາດຕາໃດໜຶ່ງໄດ້ບໍ່? ກ່ຽວກັບການກຳນົດຄ່າທໍານຽມ, ຄ່າບໍລິການ ແລະ ຄ່າຢາ ເພື່ອຈະປົກປ້ອງສິດຜົນປະໂຫຍດຂອງຜູ້ໃຫ້ບໍລິການ ແລະ ຜູ້ໃຊ້ບໍລິການ ໃນການຄຸ້ມຄອງ, ຕິດຕາມກວດກາ ການກຳນົດຄ່າທໍານຽມ, ຄ່າບໍລິການ ແລະ ຄ່າຢ່າ ເນື່ອງຈາກວ່າວຽກງານດັ່ງກ່າວນີ້ ເປັນວຽກງານໜຶ່ງທີ່ຈໍາເປັນ ໃນວຽກງານສາທາລະນະສຸກ.

ຂະນະທີ່, ທ່ານ ນາງ ຂັນກາບ ໄຊຍະກຸມມານ ສສຊ ເຂດ 18 ແຂວງໄຊສົມບູນ ກໍໄດ້ມີຄໍາເຫັນຕໍ່ກັບມາດຕາ 32 ວ່າ: ມາດຕາ 32 ມີ 2 ວັກ ຊຶ່ງວັກ 1 ກຳນົດກ່ຽວກັບພາກລັດ ແລະ ວັກ 2 ແມ່ນກ່ຽວກັບເອກະຊົນ ຊຶ່ງສະເໜີໃຫ້ອະທິບາຍແຈ້ງກ່ຽວກັບ ຄ່າທໍານຽມແມ່ນຫຍັງ? ຄ່າບໍລິການແມ່ນຫຍັງ? ເພື່ອໃຫ້ມີຄວາມຊັດເຈນ ເພາະຢູ່ເນື້ອໃນຢູ່ວັກທີ 1 ຄ່າທໍານຽມ, ຄ່າບໍລິການ ແມ່ນເອົາໃສ່ອັນດຽວກັນ; ແຕ່ໃນວັກທີ 2 ຂອງເອກະຊົນ ມີແຕ່ຄ່າບໍລິການ, ບໍ່ມີຄ່າທໍານຽມ ຊຶ່ງນີ້ອາດຈະເຮັດໃຫ້ເກີດມີຄວາມສັບສົນໃນເວລາທີ່ມີການຈັດຕັ້ງປະຕິບັດ. ພ້ອມດຽວກັນນີ້, ກໍສະເໜີໃຫ້ມີ ຄໍາວ່າ “ຈັນຍາບັນ-ຈັນຍາທໍາ” ຢູ່ໃນພາກທີ 2 ທີ່ມີ 3 ມາດຕາ (ມາດຕາ 26 ບຸກຄະລາກອນ, 27 ການຄຸ້ມຄອງບຸກຄະລາກອນ ແລະ 28 ການພັດທະນາບຸກຄະລາກອນ) ເພື່ອໃຫ້ມີທິດທາງໃນພັດທະນາບຸກຄະລາກອນ. ຕົວຢ່າງ: ບຸກຄະລາກອນໝາຍເຖິງຫຍັງ? ການຄຸ້ມຄອງບຸກຄະລາກອນແມ່ນແນວໃດ? ການພັດທະນາບຸກຄະລາກອນດ້ານຈັນຍາບັນ-ຈັນຍາທໍາ ຈະພັດທະນາແນວໃດບໍ່?. ທັງນີ້ກໍເພື່ອເຮັດໃຫ້ກົດໝາຍສະບັບນີ້ ມີຄວາມຮັດກຸມຂຶ້ນ.

(ຂ່າວ-ພາບ: ສຸກສະຫວັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version